Homeຂ່າວການສຶກສາເປີດຕົວລາຍການໂທລະພາບສຳລັບເດັກກ່ອນໄວຮຽນ ບ້ານຂອງຂ້ອຍ

ເປີດຕົວລາຍການໂທລະພາບສຳລັບເດັກກ່ອນໄວຮຽນ ບ້ານຂອງຂ້ອຍ

Published on

tue10sep3

ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ  ສົມທົບກະຊວງສຶກສາທິການ  ແລະ ກີລາ ໂດຍການສະຫນັບ ສະຫນູນຈາກ ອົງການອຸຍນີ ເຊັບ ປະຈຳ ສປປ ລາວ ໄດ້ ຈັດພິທີເປີດຕົວລາຍການໂທ ລະພາບສຳລັບເດັກກ່ອນໄວ ຮຽນ ທີ່ມີຊື່ລາຍການວ່າ “ບ້ານຂອງຂ້ອຍ” ໃນວັນທີ 9 ກັນຍາ 2013 ທີ່ໂຮງແຮມ ດອນຈັນພາເລດ.
ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊະ ມູນຕຣີ, ລັດຖະມົນຕີຊ່ວຍວ່າ ການກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະທ່ານ ທິມ ເຊັບເຕີ, ຜູ້ຕາງ ໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ, ມີບັນດາຜູ້ຕາງ ໜ້າຈາກກະຊວງ ແລະ ພາກ ສ່ວນຕ່າງໆ, ພ້ອມດ້ວຍຫຼານ ນ້ອຍຈາກໂຮງຮຽນປະຖົມ-ອະນຸບານຈາກນະຄອນຫຼວງ ວຽງຈັນ ເຂົ້າຮ່ວມ.
ທ່ານ ສະຫວັນຄອນ ຣາຊະ ມົນຕີ ໄດ້ກ່າວວ່າ: ວັດຖຸປະ ສົງຂອງລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນແມ່ນ ເພື່ອໃຫ້ຄວາມຮູ້ພື້ນຖານ ແລະ ທັກສະໃຫ້ແກ່ເດັກເພື່ອ ກຽມຄວາມພ້ອມໃນການເຂົ້າ ໂຮງຮຽນ ແລະ ການດຳລົງຊີ ວິດປະຈຳວັນ, ລາຍການໂທ ລະພາບ “ບ້ານຂອງຂ້ອຍ” ແມ່ນສ່ວນໜຶ່ງຂອງບັນດາຍຸດ ທະສາດຄວາມພະຍາຍາມ ໃນການພັດທະນາເດັກກ່ອນ ໄວຮຽນ ໃນທົ່ວປະເທດເຮົາ. ລາຍການໂທລະພາບຊຸດນີ້ມີ 15 ຫົວຂໍ້ແຕກຕ່າງກັນ ແລະ ມີຄວາມຍາວຫົວຂໍ້ລະ 15 ນາ ທີ.​ແຕ່ລະຫົວຂໍ້ແມ່ນຈະໃຫ້ ຄວາມຮູ້ຕໍ່ເດັກໃນການພັດ ທະນາທາງດ້ານຮ່າງກາຍ, ຄວາມຄິດ, ດ້ານສັງຄົມ ແລະ ດ້ານອາລົມຈິດ. ແນວຄິດຕົ້ນ ຕໍຂອງລາຍການແມ່ນຕ້ອງ ໃຫ້ມີຕົວແທນ ແລະ ມີສ່ວນ ຮ່ວມໃນການຜະລິດຈາກເດັກ ທຸກຄົນ, ຍິງ,​ ຊາຍ, ເດັກຊົນ ເຜົ່າ ແລະ ເດັກພິການ.
ທ່ານຍັງໄດ້ກ່າວອີກວ່າ: ໃນ ຊຸມປີຜ່ານມາ ສື່ມວນຊົນລາວ ໄດ້ມີການຂະຫຍາຍຕົວທາງ ດ້ານປະລິມານ ແລະ ຄຸນນະ ພາບ, ປະຊາຊົນກໍ່ສາມາດ ເບິ່ງໂທລະພາບຂອງລາວ ແລະ ຕ່າງປະເທດໄດ້ຫຼາຍ ຂຶ້ນ. “ບ້ານຂອງຂ້ອຍ” ແມ່ນ ລາຍການໂທລະພາບສຳລັບ ເດັກກ່ອນໄວຮຽນຕົວຢ່າງທີ່ດີ ສຳລັບຜູ້ທີ່ຢາກຜະລິດສື່ສຳ ລັບເດັບ ແລະ ໄວໜຸ່ມ ໃນປະ ເທດເພື່ອສົ່ງເສີມວັດທະນະ ທຳລາວ, ໃຫ້ຄວາມຮູ້ ແລະ ຄວາມມ່ວນຊື່ນແກ່ເດັກ.
ລາຍການນີ້ຈະເລີ່ມອອກ ອາກາດແຕ່ວັນທີ 15 ກັນຍາ 2013​ ນີ້, ທາງໂທລະພາບ ແຫ່ງຊາດລາວ ຊ່ອງ 3 ຕອນ ເຊົ້າເວລາ 06:45-07:00 ໂມງ ແລະ ໂທລະພາບ ລາວ ສະຕາ ຕອນເຊົ້າເວລາ 07:45-08:00 ໂມງ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...