20-25 ມີນານີ້ຈະເກີດມີລົມພັດແຮງ (ພາຍຸທ້ອງຖິ່ນ)

ໂດຍກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ເນັ້ນໜັກສະເພາະບັນດາແຂວງພາກກາງຫາພາກໃຕ້ ໃນລະຫວ່າງວັນທີ 20-25 ມີນານີ້ຈະເກີດມີລົມພັດແຮງ (ພາຍຸທ້ອງຖິ່ນ) ພ້ອມມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ແລະໝາກເຫັບຕົກຢູ່ບາງທ້ອງຖິ່ນ ດັ່ງນັ້ນ, ຈິ່ງແຈ້ງເຕືອນໃຫ້ອຳນາດການປົກຄອງທຸກພາກສ່ວນ ແລະປະຊາຊົນບັນດາເຜົ່າຈົ່ງມີສະຕິ, ຫຼີກລ່ຽງ ແລະຢູ່ຫ່າງຈາກຕົ້ນໄມ້ໃຫຍ່, ບ່ອນເປີດແປນ, ສິ່ງປຸກສ້າງທີ່ບໍ່ໄດ້ມາດຖານ ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງໃກ້ສິດໃນແຕ່ລະວັນ.

ແຫລ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ