spot_img
Homeຂ່າວຕ່າງປະເທດ2 ຜູ້ຕ້ອງຫາຊາວມຽນມ້າ ພິກປີ້ນຄຳຮັບສາລະພາບ ຄະດີເກາະເຕົ່າປະເທດໄທ!

2 ຜູ້ຕ້ອງຫາຊາວມຽນມ້າ ພິກປີ້ນຄຳຮັບສາລະພາບ ຄະດີເກາະເຕົ່າປະເທດໄທ!

Published on

news05-1

 

ຜູ້ຕ້ອງຫາຊາວມຽນມ້າ ພິກປີ້ນຄຳໃຫ້ການຄະດີສັງຫານໂຫດ 2 ນັກທ່ອງທ່ຽວບ່າວສາວຊາວອັງກິດ ຢູ່ເກາະເຕົ່າ ປະເທດ

ໄທ ພ້ອມຮ້ອງໄອຍະການແຂວງ 3 ຂໍ້ ອ້າງຖືກຈັບຮັບບາບ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອວັນທີ 21 ຕຸລາຜ່ານມານີ້ ທ່ານ ລັດສະດາ ມະນູລັດສະດາ ທະນາຍຄວາມອາວຸໂສ

ແລະ ທີມທະນາຍຄວາມ ຈາກສຳນັກງານສິດທິມະນຸດ ສະພາທະນາຍຄວາມຂອງໄທ ໄດ້ເດີນທາງມາຍື່ນໜັງສືຕໍ່ຜູ້ບັນຊາ

ການຄ້າຍຄຸມຂັງເກາະສະໝຸຍ ແຂວງສຸຣາດທານີ ເພື່ອຂໍອະນຸຍາດເຂົ້າສອບປາກຄຳ ແລະ ບັນທຶກການໃຫ້ປາກຄຳຂອງ

ທ້າວ ເພວິນ ແລະ ທ້າວ ຊໍເຣນ ເຊິ່ງເປັນ 2 ຜູ້ຕ້ອງຫາຊາວມຽນມ້າ ໃນຄະດີຄາດຕະກຳ 2 ນັກທ່ອງທ່ຽວຊາວອັງກິດຢູ່ເກາະ

ເຕົ່າ ເຊິ່ງເປັນຂ່າວທີ່ທົ່ວໂລກ ໂດຍສະເພາະແມ່ນຊາວໄທ ແລະ ຊາວອັງກິດ ໃຫ້ຄວາມສົນໃຈເປັນພິເສດຢູ່ໃນຂະນະນີ້.

 

ໂດຍຜ່ານການສອບປາກຄຳເປັນເວລາ 5 ຊົ່ວໂມງ ທ່ານ ລັດສະດາ ໄດ້ອອກມາເປີດເຜີຍວ່າ ຜູ້ຕ້ອງຫາທັງສອງຄົນ ໄດ້ຮ້ອງ

ຂໍຄວາມເປັນທຳ ຜ່ານທະນາຍຄວາມຂອງສະພາທະນາຍຄວາມໄທ ເພື່ອໃຫ້ນຳໄປຍື່ນຕໍ່ໄອຍະການແຂວງເກາະສະໝຸຍ ຈຳ

ນວນ 3 ຂໍ້ດ້ວຍກັນຄື:

 

1. ຜູ້ຖືກຫາທັງສອງຄົນ ປະຕິເສດຂໍ້ກ່າວຫາ ວ່າເປັນຜູ້ຂ້ານັກທ່ອງທ່ຽວຊາວອັງກິດ

2. ຜູ້ຖືກຫາໄດ້ຖືກລ່າມແປພາສາຖີບເຂົ້າໜ້າເອິກ ແລະ ຕຳຫລວດໄທໄດ້ທຳຮ້າຍຮ່າງກາຍ ເພື່ອບີບໃຫ້ຮັບສາລະພາບ

3. ຂໍຄວາມເປັນທຳຕໍ່ໄອຍະການແຂວງ ເພື່ອພິຈາລະນາສືບສວນ ກ່ອນຈະຍື່ນຟ້ອງຕໍ່ສານ.

 

ທັງນີ້ ທ້າວ ເພວິນ ແລະ ທ້າວ ຊໍເຣນ ໄດ້ຖືກກ່າວຫາວ່າ ເປັນຜູ້ລົງມືສັງຫານໂຫດ ທ້າວ ເດວິດ ວິນລຽມ ມິນເລີ ແລະ ນາງ

ຮານນາ ວິກຕໍເຣຍ ເຊິ່ງເປັນນັກທ່ອງທ່ຽວຊາວອັງກິດ ເສຍຊີວິດຢູ່ບໍລິເວນຊາຍຫາດເທິງເກາະເຕົ່າ ເມືອງເກາະພະງັນ

ແຂວງສຸຣາດທານີ ໃນວັນທີ 15 ກັນຍາ 2014 ທີ່ຜ່ານມາ ໂດຍກ່ອນໜ້ານີ້ ເຈົ້າໜ້າທີ່ຕຳຫລວດໄທ ໄດ້ຖະແຫລງວ່າພວກ

ກ່ຽວທັງສອງໄດ້ຮັບສາລະພາບວ່າ ເປັນຜູ້ສັງຫານ 2 ນັກທ່ອງທ່ຽວຊາວອັງກິດແທ້ຈິງ ແລະ ກຽມປິດຄະດີເພື່ອສະຫລຸບ

ສຳນວນຍື່ນຟ້ອງຕໍ່ສານ ກ່ອນທີ່ສະພາທະນາຍຄວາມຂອງໄທ ຈະຍື່ນມືເຂົ້າມາຊ່ວຍ ແລະ ຜູ້ຕ້ອງຫາທັງສອງຄົນໄດ້ພິກ

ປີ້ນຄຳສາລະພາບຄືນ ອັນເປັນຂ່າວທີ່ສ້າງພາບພົດທາງລົບໃຫ້ແກ່ວົງການຕຳຫລວດໄທ ເຊິ່ງກຳລັງໂດ່ງດັງໄປໃນທົ່ວໂລກ.

 

kohtao

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...