spot_img
Homeຂ່າວຕ່າງປະເທດ2 ປີ ດື່ມນ້ຳທ່ອມແທນນ້ຳ ລຳໄສ້ອຸດຕັນເກືອບເສຍຊີວິດ

2 ປີ ດື່ມນ້ຳທ່ອມແທນນ້ຳ ລຳໄສ້ອຸດຕັນເກືອບເສຍຊີວິດ

Published on

ປະສົບການລູກຊາຍດື່ມນ້ຳກະທ່ອມປະສົມຢາດີໄອ 2 ປີ ບໍ່ດື່ມນ້ຳ ເກີດລຳໄສ້ອຸດຕັນຖືກຜ່າຕັດດ່ວນ.

ໄດ້ມີຜູ້ເລົ່າປະສົມການທີ່ປະເທດໄທ ໂພສເຖິງຜົນກະທົບຈາກການທີ່ລູກຊາຍດື່ມນ້ຳໃບກະທ່ອມຫຼາຍກວ່າ 2 ປີ ເຊິ່ງລູກຊາຍນັ້ນອາຍຸ 25 ປີ ໃນຕູ້ເຢັນກໍມີນ້ຳໃບກະທ່ອມ ແລະ ນ້ຳອັດລົມ ບໍ່ມີນ້ຳລ້າໆ ແຕ່ມາຮູ້ພາຍຫຼັງວ່ານ້ຳໃບກະທ່ອມມີຢາດີໄອປະສົມຢູ່ ເຊິ່ງຮ້ານແຄມທາງຈະມີການລີ້ຂາຍທັ້ງທີ່ເປັນສິ່ງຜິດກົດໝາຍ ແຕ່ຍັງບໍ່ມີການສະກັດກັ້ນ.

ຜູ້ໂພສໄດ້ເລົ່າໄວ້ວ່າ: ລູກໄດ້ດື່ມນ້ຳໃບກະທ່ອມ ໂດຍບໍ່ດື່ມນ້ຳ ແລ້ວນ້ຳໃບກະທ່່ອມນັ້ນປະສົມຢາດີໄອອີກ ຈາກການທີ່ໄປຫາໝໍພົບວ່າ ຢາດີໄອມີສານເຄມີເຄືອບກະເພາະ ລຳໄສ້ ແລະ ຫຼອດລົມ ຄົນທີ່ບໍ່ສະບາຍເມື່ອມີອາການດີຂຶ້ນກໍຢຸດໃຊ້ຢາດີໄອ ແຕ່ຄົນທີ່ນຳເອົາຢາດີໄອມາປະສົມກັບນ້ຳໃບກະທ່ອມ ເມື່ອດື່ມຕິດຕໍ່ກັນໄປດົນໆ ເຮັດໃຫ້ລຳໄສ້ອຸດຕັນ ກາຍເປັນຜັງຜືດ ກິນເຂົ້າແລ້ວອີ່ມໄວ ຖ່າຍໜັກຍາກ.

ຮ່າງກາຍຈາກທີ່ເຄີຍສົມບູນ ກໍຈ່ອຍລົງ ຜິວດຳຄ້ຳຄືຄົນເປັນພະຍາດ ການສະແດງອາການເລີ່ມຖ່າຍໜັກຍາກຂຶ້ນ  ຖ້າຂັບຖ່າຍກໍຈະມີກິ່ນເໝັນແຮງຈົນຄົນອື່ນເຂົ້າຫ້ອງນ້ຳຕໍ່ບໍ່ໄດ້ ກິນອາຫານແລ້ວຮາກ ເຈັບທ້ອງ.

ທີ່ຜ່ານມາເຄີຍໄປໂຮງໝໍ 2 ຄັ້ງ ແຕ່ບໍ່ສາມາດຮູ້ສາເຫດໄດ້ ຈົນມາຮອດໂຮງໝໍສຸດທ້າຍ ຈຶ່ງຮູ້ວ່າລຳໄສ້ອຸດຕັນ ແຕ່ເພື່ອຈະມາຮອດໂຮງໝໍສຸດທ້າຍກໍມີອາການໜັກແລ້ວ ເລີຍຕ້ອງໄດ້ຜ່າຕັດຢ່າງໄວວາ ເພາະຖ້າຊ້າກວ່ານີ້ອາການອາດຮຸນແຮງເຖິງຂັ້ນເສຍຊີວິດ.

ແລະເມື່ອຜ່າຕັດແລ້ວກໍຈະມີອາການເມື່ອຍບໍ່ມີແຮງ ບໍ່ສາມາດໃຊ້ຊີວິດເປັນປົກກະຕິໄດ້ຄືເກົ່າ ແຕ່ໂຊກດີທີ່ລູກຊາຍບໍ່ມີອາການໜັກ.

ໃນຂະນະດຽວກັນໝໍກໍເຕືອນວ່າອາດມີຄວາມສ່ຽງເປັນມະເຮັງລຳໄສ້ໄດ້.

ທ່ານໝໍກໍຝາກມາຕື່ມອີກວ່າ ຫຼາຄອຍຄົວກໍໄດ້ຮັບຜົນກະທົບຈາກນ້ຳໃບກະທ່ອມປະສົມຢາດີໄອ ຢາກໃຊ້ໄວລຸ້ນທີ່ກຳລັງໃຊ້ຢູ່ ຄວນໃຊ້ໃນປະລິມານທີ່ເໝາະສົມ ແລະ ບໍ່ປະສົມຢາດີໄອ.

ແຫຼ່ງຂ່າວ Thairath

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...