spot_img
Homeຂ່າວສະພາບອາກາດແຈ້ງເຕືອນຝົນຕົກໜັກ ແລະ ພາຍຸ ຄໍກູມະ (KOGUMA)

ແຈ້ງເຕືອນຝົນຕົກໜັກ ແລະ ພາຍຸ ຄໍກູມະ (KOGUMA)

Published on

ກົມອຸຕິນິຍົມ ແລະ ອຸທົກກະສາດແຈ້ງເຕືອນຝົນຕົກໜັກ ປະຈຳວັນທີ 13 ມິຖຸນາ 2021.

ພາຍຸ ຄໍກູມະ (KOGUMA) ຫົວທີ 4 ປະຈໍາປີ 2021 ໃນເວລາ 7:00 ໂມງ ກໍາລັງເຄື່ອນທີ່ຢູ່ເສັ້ນຂະໜານທີ 20.0 ອົງສາເໜືອ ແລະ ເສັ້ນແວງທີ 105.8 ອົງສາຕາເວັນອອກ ກຳລັງເຄື່ອນທີ່ເຂົ້າທາງພາກກາງຕອນເໜືອ ຂອງປະເທດຫວຽດນາມ ແລະ ສືບຕໍ່ເຄື່ອນທີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ມີກໍາລັງແຮງພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ພ້ອມມີລົມພັດແຮງ ທີ່ກໍ່ໃຫ້ເກີດມີນໍ້າຖ້ວມຊຸ, ນໍ້າຖ້ວມກະທັນຫັນ ເແລະ ດິນເຈື່ອນ ທີ່ຈະເກີດຂຶ້ນໄດ້ຢູ່ບາງທ້ອງຖິ່ນໃນໄລຍະວັນທີ 13-14 ມິຖຸນາ 2021 ນີ້.

ພ້ອມນີ້ ຂໍໃຫ້ຕິດຕາມການລາຍງານຂ່າວສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...