spot_img
Homeຊີວິດແລະຄວາມຮັກ12 ຂໍ້ດີຂອງຜູ້ຊາຍ ທີ່ຜູ້ຍິງເຫັນແລ້ວມັກທີ່ສຸດ

12 ຂໍ້ດີຂອງຜູ້ຊາຍ ທີ່ຜູ້ຍິງເຫັນແລ້ວມັກທີ່ສຸດ

Published on

ຜູ້ຍິງທຸກຄົນຈະມີຜູ້ຊາຍໃນຝັນ ມີແບບຢ່າງທີ່ຝັນໄວ້ ແຕ່ໃນຄວາມເປັນຈິງ ເຮົາຊອກຫາຜູ້ຊາຍທີ່ດີໆ ໄດ້ຈາກໃສ, ບາາງຄັ້ງ ການທີ່ຄົນເຮົາໜ້າຕາດີ ກໍບໍ່ໄດ້ໝາຍຄວາມວ່າຈະເປັນຄົນດີ, ນິໄສທີ່ສື່ເຖິງຄວາມສຸພາບທີ່ຜູ້ຊາຍ ເຮັດໃຫ້ຜູ້ຍິງປະທັບໃຈມີຫຼາຍຢ່າງເຊັ່ນ

  1. ຜູ້ຊາຍບໍ່ຫຼາຍໃຈ: ຜູ້ຍິງທຸກຄົນຈະບໍ່ມັກຜູ້ຊາຍທີ່ຫຼາຍໃຈເດັດຂາດ ເພາະຖ້າຫາກຢູ່ນຳກັນໄປກໍຈະສ້າງຄວາມເຈັບປວດໃຈໃຫ້ກັນ ຫຼືອາດຈະເຖິງການຢ່າຮ້າງກັນໃນອະນາຄົດໄດ້
  2. ຜູ້ຊາຍທີ່ມີນໍ້າໃຈ: ຜູ້ຊາຍທີ່ຄອຍຊ່ວຍເຫຼືອ ເວລາທີ່ຕົນເອງບໍ່ສະບາຍ, ໄດ້ຮັບຄວາມເດືອດຮ້ອນໃຈ, ເຂົາກໍຈະຊ່ວຍເຫຼືອຕະຫຼອດເວລາ
  3. ມີຄວາມຮັບຜິດຊອບ: ມີວຽກເຮັດທີ່ໝັ້ນຄົງ ເບິ່ງແຍງເຮົາໄດ້ດີ ຮູ້ຈັກຮັບຜິດຊອບພາລະທີ່ມີຢູ່
  4. ມີຄວາມເປັນຜູ້ນຳ: ສາມາດຮັບຟັງກັນ ແລະແກ້ໄຂບັນຫາໃຫ້ກັນໄດ້
  5. ຜູ້ຊາຍທີ່ສະອາດ: ຜູ້ຍິງສ່ວນຫຼາຍ ມັກຜູ້ຊາຍທີ່ຮັກສາຄວາມສະອາດຮ່າງກາຍຕົນເອງ ແຕ່ວ່າກໍບໍ່ສຳອາງຫຼາຍເກີນໄປ ເພາະອາດເຮັດໃຫ້ສາວໆລຳຄານໄດ້
  6. ຜູ້ຊາຍທີ່ຢູ່ນຳແລ້ວມີຄວາມສຸກ: ເປັນທຳມະດາທີ່ສາວໆ ຈະມັກຜູ້ຊາຍທີ່ເອົາໃຈເກັ່ງ, ແຕ່ກໍບໍ່ເຖິງຂັ້ນຕາມໃຈທຸກເລື່ອງ, ຢູ່ນຳແລ້ວເຮັດໃຫ້ສາວໆມີຄວາມສຸກ, ມີຄວາມອົບອຸ່ນ
  7. ຜູ້ຊາຍທີ່ໃຫ້ກຽດຜູ້ຍິງ: ບໍ່ວ່າຈະຢູ່ໃສເວລາໃດ ກໍຈະບໍ່ເຮັດໃຫ້ຜູ້ຍິງເສຍຫາຍ, ແຕ່ຈະຄອຍໃຫ້ກຽດ ຢູ່ສະເໝີ
  8. ບໍ່ດື່ມສິ່ງມຶນເມົາ: ໂດຍການດື່ມຄັ້ງໃດກໍຈົນຂາດສະຕິ ກາຍເປັນຄົນລະຄົນ ອາດທຸບຕີເຮົາໄດ້ ຈົນສ້າງຄວາມເດືອດຮ້ອນໃຫ້ ແຕ່ແຟນເຮົາຄົນນີ້ ບໍ່ເປັນແບບນັ້ນ
  9. ໃຫ້ໂອກາດສະເໝີ: ບໍ່ວ່າເຈົ້າຈະເຮັດຜິດພາດ ເຂົາກໍຈະຄອຍຮັບການປຶກສາ ແລະໃຫ້ໂອກາດຕະຫຼອດເວລາ
  10. ຮັກຄອບຄົວ: ເປັນຜູ້ຊາຍທີ່ຮັກທັງຄອບຄົວເຂົາ ແລະຄອບຄົວເຮົາ
  11. ບໍ່ຕົວະ: ຈະບໍ່ປິດບັງເລື່ອງໃດກັບເຈົ້າ ແມ່ນແຕ່ເລື່ອງເລັກໆນ້ອຍໆ
  12. ຈື່ມື້ສຳຄັນຂອງເຮົາໄດ້: ເຖິງແມ່ນວ່າຈະມັກເວົ້າວ່າເຈົ້າສຳຄັນກໍຕາມ ແຕ່ສຳລັບມື້ທີ່ສຳຄັນ ເຂົາກໍຈະຈື່ໄດ້ ແລະໃຫ້ຂອງຂວັນຢູ່ສະເໝີ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...