spot_img
Homeຂ່າວພາຍ​ໃນ108 ບໍລິສັດຈາກ ສປ ຈີນ ທີ່ມາລົງທຶນດ້ານບໍ່ແຮ່ໃນ ສປປ ລາວ

108 ບໍລິສັດຈາກ ສປ ຈີນ ທີ່ມາລົງທຶນດ້ານບໍ່ແຮ່ໃນ ສປປ ລາວ

Published on

ໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2023 ທີ່ຜ່ານມາ ຢູ່ຫ້ອງປະຊຸມກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມພົບປະຢ່າງເປັນທາງການ ລະຫວ່າງ ການນຳຂັ້ນສູງຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ສປ ຈີນ ໂດຍຝ່າຍກະຊວງ ພະລັງງານ ແລະ ບໍ່ແຮ່ ນຳພາຄະນະໂດຍ ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ແລະ ຝ່າຍກະຊວງຊັບພະຍາກອນທຳມະຊາດ ຂອງ ສປ ຈີນ ນຳໂດຍ ທ່ານ Dr. Li Jinfa ຮອງລັດຖະມົນຕີ, ທັງເປັນຫົວໜ້າກົມໃຫ່ຍສໍາຫຼວດທໍລະນີສາດ ແຫ່ງຊາດຈີນ ພ້ອມດ້ວຍຄະນະ.

ໃນກອງປະຊຸມດັ່ງກ່າວທ່ານ ຮອງລັດຖະມົນຕີ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໂດຍສະເພາະວຽກງານການສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ໂດຍໄດ້ລາຍງານວ່າ: ການດໍາເນີນການສໍາຫຼວດສ້າງແຜນທີ່ທໍລະນີສາດ-ແຮ່ທາດ ຂັ້ນພື້ນຖານ ມາດຕາສ່ວນ 1:200.000 ໄດ້ສໍາເລັດໃນເນື້ອທີ່ 162.104 ກມ2 ເທົ່າກັບ 68,41% ຂອງເນື້ອທີ່ທົ່ວປະເທດ; ດໍາເນີນການສໍາຫຼວດສ້າງແຜນທີ່ທໍລະນີສາດ-ແຮ່ທາດ ມາດຕາສ່ວນ 1:50.000 (ດ້ວຍວິທີການສໍາຫຼວດທໍລະນີຟີຊິກ, ທໍລະນີເຄມີ ໃນເນື້ອທີ່ 2,994 ກມ2 ເທົ່າກັບ 1,26 % ຂອງເນື້ອທີ່ທົ່ວປະເທດ, ຊຶ່ງໃນນັ້ນ ບາງເຂດໄດ້ຮັບການຮ່ວມມືສະໜັບສະໜູນຈາກປະເທດເພື່ອນມິດຍຸດທະສາດ ເປັນຕົ້ນ ສປ ຈີນ, ສສ ຫວຽດນາມ ຜົນການສໍາຫຼວດດັ່ງກ່າວເປັນຂໍ້ມູນສໍາຄັນ ໃນການວາງແຜນພັດທະນາແຮ່ທາດ ແລະ ດຶງດູດການລົງທຶນດ້ານບໍ່ແຮ່.

ປັດຈຸບັນ ໄດ້ມີນັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນດ້ານບໍ່ແຮ່ມີທັງໝົດ 108 ບໍລິສັດ (150 ກິດຈະການ) ໃນນັ້ນຢູ່ໃນໄລຍະການຊອກຄົ້ນ ແລະ ສໍາຫຼວດມີທັງໝົດ 54 ບໍລິສັດ, 59 ກິດຈະການ, ຢູ່ໃນໄລຍະສ້າງບົດວິພາກເສດຖະກິດ-ເຕັກນິກ ແລະ ຂຸດຄົ້ນປຸງແຕ່ງ 54 ບໍລິສັດ 91 ກິດຈະການ, ຊຶ່ງແຮ່ທາດທີ່ໄດ້ຮັບອະນຸຍາດມີ ແຮ່ຄໍາ, ທອງ, ເຫຼັກ, ກົ່ວ, ຊືນ-ສັງກະສີ ຫີນອ່ອນ, ແຮ່ມັງການ, ຫີນກາວ, ແຮ່ບຣິດ, ແຮ່ເກືອໂປຕັສ ແລະ ແຮ່ຫາຍາກ.

ໃນປີ 2011-2020 ມູນຄ່າການຜະລິດຕະພັນບັນລຸ 15.263 ໂດລາສະຫະລັດ, ຊຶ່ງການພັດທະນາແຮ່ທາດໄດ້ປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ແຫຼ່ງຂ່າວ ເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...