spot_img
Homeຂ່າວພາຍ​ໃນ10 ອັນອຸບັດຕິເຫດທີ່ຮຸນແຮງທີ່ສຸດໃນປີ 2022

10 ອັນອຸບັດຕິເຫດທີ່ຮຸນແຮງທີ່ສຸດໃນປີ 2022

Published on

ໃນປີ 2022 ນີ້, ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນທັງໝົດ 5.852 ຄັ້ງ, ພາຫະນະເປ່ເພ 10.320 ຄັນ, ຄົນໄດ້ຮັບບາດເຈັບ 9.224 ຄົນ, ເສຍຊີວິດ 851 ຄົນ ເມື່ອທຽບໃສ່ປີ 2021 ເພີ່ມຂຶ້ນ 276 ຄັ້ງ, ຄົນເສຍຊີວິດເພີ່ມຂຶ້ນ 20 ຄົນ.

ເຊິ່ງປີນີ້ ມີ 10 ອັນດັບອຸບັດຕິເຫດທີ່ຮຸນແຮງ ໃນປີ 2022 ທີ່ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດກະຊວງ ປກສ ສະຫຼຸບໄວ້ລາຍລະອຽດມີດັ່ງລຸ່ມນີ້:

ອັນດັບ 10 ອຸບັດຕິເຫດລົດຈັກຕຳລົດຍົນ: ເຫດເກີດຂຶ້ນໃນເວລາປະມານ 15:30 ໂມງ ຂອງວັນທີ 25 ມັງກອນ 2022 ຢູ່ເຂດບ້ານນາຊາຍ, ເມືອງອຸທຸມພອນ ແຂວງສະຫວັນນະເຂດ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ, ສາເຫດໃນການເກີດອຸບັດຕິເຫດຍ້ອນຂັບຂີ່ລົດໄວ.

ອັນດັບ 9 ອຸບັດຕິເຫດລົດບັນທຸກຕໍາທ້າຍລົດເມ: ເວລາ 11:30 ໂມງ ຂອງວັນທີ 13 ພຶດສະພາ 2022, ເກີດອຸບັດຕິເຫດລົດບັນທຸກຕໍາທ້າຍລົດເມຢູ່ເສັ້ນທາງເຂດບ້ານໃໝ່ນໍ້າປະກັນ ເມືອງຫີນບູນ ແຂວງຄຳມ່ວນ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ, ສາເຫດພາໃຫ້ເກີດອຸບັດຕິເຫດໃນຄັ້ງນີ້ເກີດຈາກຂັບ ຂີ່ລົດດ້ວຍຄວາມປະໝາດ.

ອັນດັບ 8 ອຸບັດຕິເຫດລົດບັນທຸກເສຍຫຼັກລົງເຫວ: ໃນເວລາ 9:00 ໂມງຂອງວັນທີ 13 ກຸມພາ 2022, ເກີດອຸບັດຕິເຫດລົດບັນທຸກເສຍຫຼັກລົງເຫວຢູ່ເຂດບ້ານພູສະຄາຍກຸ່ມງານ ເມືອງຄູນ, ແຂວງຊຽງຂວາງ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ, ສາເຫດທີ່ເກີດອຸບັດຕິເຫດຍ້ອນຂັບຂີ່ລົດໄວ.

ອັນດັບ7 ອຸບັດຕິເຫດລົດບັນທຸກຕໍາລົດຈິບ: ເວລາ 10:00 ໂມງ ວັນທີ 12 ມີນາ 2022, ເກີດອຸບັດຕິເຫດລົດບັນທຸກ 70-6643 ( ອຸບົນລາຊະທານີ ) ຕໍາລົດຈິບ ກກ 1795 ຢູ່ເສັ້ນທາງ ເລກ 9 ເຂດບ້ານຫົວເມືອງ ເມືອງພະລານໄຊ ແຂວງສະຫວັນນະເຂດ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ, ສາເຫດໃນການເກີດຍ້ອນຜູ້ຂັບຂີ່ບໍ່ຄຳນວນສາຍທາງ.

ອັນດັບ 6 ອຸບັດຕິເຫດລົດບັນທຸກປີ້ນເອງ:  ໃນວັນທີ 12 ມິຖຸນາ 2022, ເວລາປະມານ 11:30 ໂມງ ເກີດອຸບັດຕິເຫດລົດບັນທຸກເສຍຫຼັກປີ້ນເອງຢູ່ຂອບເຂດບ້ານກະຊະໃຫຍ່ ເມືອງສາລະວັນ ແຂວງສາລະວັນ ສົ່ງຜົນເຮັດໃຫ້ຜູ້ເສຍຊີວິດ 3 ຄົນສາເຫດໃນການເກີດອຸບັດຕິເຫດໃນຄັ້ງນີ້, ເກີດຈາກຂັບຂີ່ລົດໄວເກີນກໍານົດ.

ອັນດັບ 5 ອຸບັດຕິເຫດລົດບັນທຸກ 10 ລໍ້: ຕຳລົດຈັກຕໍາເຮືອນ ໃນວັນທີ 12 ພະຈິກ 2022, ເວລາ 9:00 ໂມງ ເກີດອຸບັດຕິເຫດລົດບັນທຸກເສຍຫຼັກປີ້ນເອງຢູ່ເສັ້ນທາງເຂດບ້ານເຜົ່າສຳພັນ ເມືອງໄຊເສດຖາ ແຂວງອັດຕະປື ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ, ເຊິ່ງສາເຫດທີ່ພາໃຫ້ເກີດອຸບັດຕິເຫດໃນຄັ້ງນີ້, ຍ້ອນຂັບລົດໄວ.

ອັນດັບ 3 ອຸບັດຕິເຫດລົດບັນທຸກຕໍາເຮືອນຕໍາຮ້ານຂາຍເຄື່ອງ: ເກີດອຸບັດຕິເຫດ ລົດບັນທຸກ ໝາຍເລກທະ ບຽນ ບກ/ສຂ 2118 ຕໍາເຮືອນ ແລ້ວຕຳຮ້ານຂາຍເຄື່ອງ ໃນເວລາ 16:30 ໂມງຂອງວັນທີ 22 ພະຈິກ 2022, ຢູ່ເສັ້ນທາງເຂດເກີດບ້ານພູຜານາງ ເມືອງທ່າປາງທອງ ແຂວງສະຫວັນນະ ເຂດ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ຍິງ 1 ຄົນ ສາເຫດໃນການເກີດອຸບັດຕິເຫດຍ້ອນຂັບຂີ່ລົດໄວ.

ອັນດັບ 2 ອຸບັດຕິເຫດລົດກະບະເສຍຫຼັກຕົກຂົວ:  ເວລາປະມານ 12:54 ໂມງ ຂອງວັນທີ 7 ທັນວາ 2022 ເກີດອຸບັດຕິເຫດລົດກະບະ TOYOTA, ລຸ້ນ V IGO ສີປອນເງິນ, ໝາຍເລກ ທະບຽນ ກກ 9789 ຫຼວງນໍ້າທາ ເສຍຫຼັກຕົກຂົວນໍ້າອີງ ຢູ່ເຂດບ້ານດອນສະອາດ ເມືອງຫຼາ ແຂວງອຸດົມໄຊ ສົ່ງຜົນເຮັດໃຫ້ຜູ້ຂັບ ແລະ ຜູ້ໂດຍສານທີ່ນັ່ງມານໍາຈົມນໍ້າໄປກັບລົດ ເສຍຊີວິດຄາທີ່ 4 ຄົນ, ສາເຫດພາໃຫ້ເກີດອຸບັດຕິເຫດຍ້ອນຂັບຂີ່ລົດໄວ.

ອັນດັບ 1 ອຸບັດຕິເຫດລົດບັນທຸກຕໍາລົດເມ:  ໃນວັນທີ 31 ກໍລະກົດ 2022, ເວລາປະມານ 21:40 ໂມງ, ເກີດອຸບັດຕິເຫດລົດບັນທຸກ ຕໍາກັບລົດເມທີ່ບັນທຸກຜູ້ໂດຍສານມານໍາຢູ່ເສັ້ນທາງເຂດບ້ານຫຼຽນໄຊ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ຢ່າງແຮງ ເຮັດໃຫ້ຫົວລົດເມຫຍໍ້ເຂົ້າ ແລ້ວຟົ້ງຕົກລົງຂ້າງທາງ ສົ່ງຜົນ ເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ ແລະ ບາດເຈັບເປັນຈໍານວນຫຼາຍ, ສາເຫດໃນການເກີດອຸບັດຕິເຫດໃນຄັ້ງນີ້, ຍ້ອນລົດທັງ 2 ຄັນ ຂັບຂີ່ມາດ້ວຍ ຄວາມໄວ.

ຂໍ້ມູນຈາກ ຄວາມສະຫງົບ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...