spot_img
Homeນານາສາລະ10 ອັນດັບປະເທດທີ່ມີປະຊາກອນໜ້ອຍທີ່ສຸດໃນໂລກ

10 ອັນດັບປະເທດທີ່ມີປະຊາກອນໜ້ອຍທີ່ສຸດໃນໂລກ

Published on

ໃນຄໍລຳ ຄວາມຮູ້ຮອບຕົວ ວັນນີ້ ເຮົາຈະມານຳສະເໜີ 10 ອັນດັບປະເທດທີ່ມີປະຊາກອນໜ້ອຍທີ່ສຸດໃນໂລກ (ນັບສະເພາະປະເທດທີ່ເປັນເອກະລາດເທົ່ານັ້ນ) ຫຼັງຈາກສະບັບທີ່ຜ່ານມາທາງທີມງານລາວໂພສຕ໌ ເຄີຍນຳສະເໜີ ໃນຫົວບົດກ່ຽວກັບ 10 ອັນດັບປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ ໄປແລ້ວ ກໍ່ມີຄຳຂໍຈາກແຟນເພສ ພວກເຮົາກໍ່ບໍ່ລໍຊ້າວັນນີ້ເລີຍຈັດມາໃຫ້ຮູ້ຈັກນຳກັນ

ອັນດັບທີ 10  ປະເທດ Dominica ໂດມິນິກັນ ຕັ້ງຢູ່ທະວີບ ອາເມລິກາເໜືອ ໃນທະເລແຄຣິບບຽນ ເມືອງຫຼວງ ນະຄອນໂຣໂຊ (Roseau) ມີຈຳນວນປະຊາກອນ: 68,000 ຄົນ

ອັນດັບທີ 9 ປະເທດ Marshall Islands ໝູ່ເກາະມາຣແຊລ ຕັ້ງຢູ່ທະວີບ ອອສເຕຣເລຍ ແລະ ໂອເຊຍເນຍ ໃນມະຫາສະໝຸດປາຊິຟິກ, ເມືອງຫຼວງ ນະຄອນມາຈູໂຣ (Majuro) ມີຈຳນວນປະຊາກອນ: 63,000 ຄົນ

ອັນດັບທີ 8 ປະເທດ St.Kitts and the Nevis ເຊນຄິດສ໌ ແລະ ເນວິສ ຕັ້ງຢູ່ທະວີບ ອາເມລິກາເໜືອ ໃນທະເລແຄຣິບບຽນ ເມືອງຫຼວງ ນະຄອນບາສແຕຣ໌ (Basseterre) ມີຈຳນວນປະຊາກອນ: 53,000 ຄົນ

ອັນດັບທີ 7  ປະເທດ Liechtenstein ລິກເຕນສໄຕນ໌ ຕັ້ງຢູ່ທະວີບຢຸໂຣບຕອນກາງ ເມືອງຫຼວງ ນະຄອນ ວາດຸຊ (Vaduz) ມີປະຊາກອນທັງໝົດ 36,593 ຄົນ

ອັນດັບທີ 6 ປະເທດ Monaco ໂມນາໂຄ ຕັ້ງຢູ່ທະວີບຢຸໂຣບຕະເວັນຕົກ ຕິດຊາຍແດນຝຣັ່ງ ເມືອງຫຼວງ ນະຄອນ ໂມນາໂກ (Monaco) ມີປະຊາກອນ: 33,700 ຄົນ

ອັນດັບທີ 5 ປະເທດ San Marino ຊານມາຣິໂນ ຕັ້ງຢູ່ທະວີບຢຸໂຣບຕອນໃຕ້ ເຂດພູເຂົາແອພແພນໄນນ໌ ປະເທດອີຕາລີ ເມືອງຫຼວງ ນະຄອນ ຊານມາຣິໂນ (San Marino) ມີຈຳນວນປະຊາກອນ: 31,000 ຄົນ

ອັນດັບທີ 4  ປະເທດ Palau ປາເລົາ ຕັ້ງຢູ່ທະວີບ ອອສເຕຣເລຍ ແລະ ໂອເຊຍເນຍ ໃນມະຫາສະໝຸດປາຊິຟິກ, ເມືອງຫຼວງ ນະຄອນຟູນະຟູຕິ (Funafuti)  ມີປະຊາກອນ:  20,500 ຄົນ

ອັນດັບທີ 3 ປະເທດ Tuvalu ຕູວາລູ ຕັ້ງຢູ່ທະວີບ ອອສເຕຣເລຍ ແລະ ໂອເຊຍເນຍ ໃນມະຫາສະໝຸດປາຊິຟິກ, ເມືອງຫຼວງ ນະຄອນກໍຣໍ (Koror) ມີປະຊາກອນ: 10,200 ຄົນ ໝາຍເຫດ: ຕູວາລູຈະເປັນປະເທດທຳອິດທີ່ຈົມສູ່ພື້ນທະເລເນື່ອງຈາກຜົນກະທົບທາງພາວະໂລກຮ້ອນ

ອັນດັບທີ 2 ປະເທດ Nauru ນາອູຣູ ຕັ້ງຢູ່ທະວີບ ອອສເຕຣເລຍ ແລະ ໂອເຊຍເນຍ ໃນມະຫາສະໝຸດປາຊິຟິກ, ເມືອງຫຼວງ  ຢາເຣນ (Yaren) ຈຳນວນປະຊາກອນ: 10,000 ຄົນ

ອັນດັບທີ 1 Vatican City ນະຄອນລັດວາຕິກັນ ຕັ້ງຢູ່ທະວິບ ຢຸໂຣບຕອນໃຕ້ ໃຈກາງນະຄອນຫຼວງໂຣມ ປະເທດ ອີຕະລີ ເມືອງຫຼວງຊື່ ວາຕິກັນ (Vatican) ຈຳນວນປະຊາກອນ: 1,000 ຄົນ (ສ່ວນຫຼາຍເປັນຜູ້ຮັກສາຄວາມປອດໄພຊາວສະວິດ ແລະ ພວກນັກບວດໃນສາສາະໜາຄຣິສຕ້ຽນ) 

ຂໍ້ມູນຈາກ: http://kroobannok.com/blog/21031
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...