spot_img
HomeຊີວິດແລະຄວາມຮັກWedding-Sex-love10 ວິທີເພີ່ມຮໍໂມນເພດຊາຍແບບງ່າຍໆ

10 ວິທີເພີ່ມຮໍໂມນເພດຊາຍແບບງ່າຍໆ

Published on

ຮັກສາຄວາມສົດໃໝ່ໃຫ້ຮ່າງກາຍດ້ວຍການເປັນໜຸ່ມຄົງກະພັນ ຄໍລຳ ຄວາມຮັກ ກັບ ເຊັກສ໌ ວັນນີ້ເຮົາຈະມານຳສະເໜີວິທີເພີ່ມຮໍໂມນເພດຊາຍ ມາຝາກກັນ ເພື່ອເພີ່ມຄວາມຟິດປຶງປັງເປັນສິ່ງທີ່ຜູ້ຊາຍຕ້ອງການທຸກຄົນຕ້ອງການ

1. ຄວນອອກໄປຮັບແສງແດດຕອນເຊົ້າ ຫຼື ຕອນແລງ ເປັນເວລາຢ່າງໜ້ອຍ 15-20 ນາທີ ທຸກວັນ ຈະຊ່ວຍໃຫ້ຮໍໂມນເພີ່ມຂຶ້ນມາໄດ້

2. ກິນໄຂ່ເປັນປະຈຳ ເພາະໃນໄຂ່ມີສານສັງກະສີ ວິຕາມິນບີ ຊ່ວຍໃນການສ້າງຮໍໂມນເພດຊາຍໄດ້ດີ

3. ກິນ ວິຕາມິນຊີ ຊ່ວຍໃຫ້ຫຼອດເລືອດຂະຫຍາຍຕົວໄດ້ດີ ແລະ ຊ່ວຍໃຫ້ເລືອດໄຫລວຽນໄປສູ່ອະໄວຍະເພດເພີ່ມຂຶ້ນ ແລະ ຍັງຊ່ວຍໃຫ້ອະສຸຈິແຂງແຮງຂຶ້ນອີກດ້ວຍ

4. ກິນວິຕາມິນ ອີ ຊ່ວຍຫຼຸດສານອະນຸມູນແິດສະຫຼະໃນນ້ຳອະສຸຈິ ເຮັດໃຫ້ຜະໜັງເຊລອະສຸຈິແຂງແຮງ

5. ງົດເຄື່ອງດື່ມແອລກໍຮໍ ເພາະມັນຈະເຮັດໃຫ້ຮໍໂມນຄໍຣຕິຊໍຫຼັ່ງອອກມາຫຼາຍ ເຮັດໃຫ້ເກີດການເກັບໄຂມັນຫຼາຍຂຶ້ນ ແລະ ຫຼຸດກ້າມເນື້ອ

6. ກິນຜັກກະຫລ່ຳເປັນປະຈຳ ຜົນການວິໄຈຈາກ Rockefeller University ສະຫະລັດອາເມລິກາ ພົບວ່າໃນກະຫຼ່ຳ ຈະມີສານ ອິນໂດລ-3- ຄາຣບິນໍລ (indole-3-carbinol) ຫຼື IC3 ຊ່ວຍໃຫ້ຮ່າງກາຍຜະລິດຮໍໂມນຕ່າງໆໄດ້ຫຼາຍຂຶ້ນ

7. ພັກຜ່ອນໃຫ້ພຽງພໍ ສຳລັບຊາຍຄົນໃດທີ່ນອນໜ້ອຍຈະເຮັດໃຫ້ຮໍໂມນຫຼຸດລົງໄປ 30% ແລະ ເກີດໄຂມັນສະສົມເພີ່ມຂຶ້ນ ສະນັ້ນທ່ານຄວນນອນຢ່າງໜ້ອຍວັນລະ 8 ຊົ່ວໂມງ

8. ຄວນອອກກຳລັງກາຍ ແຕ່… ອອກໃຫ້ພໍດີງາມ ເພາະການອອກກຳລັງກາຍຫຼາຍເກີນໄປ ຈະເຮັດໃຫ້ມີພະລັງງານບໍ່ພຽງພໍຕໍ່ການສ້າງກ້າມເນື້ອ ແລະ ບໍ່ພໍຕໍ່ການສ້າງຮໍໂມນ

9. ການໄຂມັນດີ (ໄຂມັນບໍ່ອີ່ມຕົວ) ພົບຫຼາຍໃນນ້ຳມັນໝາກກອກ, ນົມຖົ່ວເຫຼືອງ, ນ້ຳມັນໝາກພ້າວ, ນ້ຳມັນດອກຕະເວັນ ແລະ ໂອເມກ້າ 3,6,9 ພົບໃນປາ, ຖົ່ວ ແລະ ອະໂວຄາໂດ ສານເຫຼົ່ານີ້ເປັນສ່ວນທີ່ສຳຄັນໃນການສ້າງຮໍໂມນເພດຊາຍ

10. ເຮັດກິດຈະກຳທີ່ເຮັດໃຫ້ຮູ້ສຶກຕື່ນເຕັ້ນ, ຮູ້ສຶກທ້າທາຍ ແລະ ມີຄວາມສຸກເຊັ່ນ: ການເບິ່ງກີລາ, ການປີນເຂົາ, ກີລາປະເພດເອັກຊຕຣີມ… ຈະເຮັດໃຫ້ຮໍໂມນເພດຊາຍເພີ່ມສູງຂຶ້ນໄດ້

ທີ່ມາຈາກ: http://www.fhm.in.th/SECTION-SEX–amp–LOVE/SEX/SEX–amp–HEALTH/10-ways-to-increase-testosterone-/

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...