spot_img
Homeຂ່າວຕ່າງປະເທດ​ແຜ່ນ​ດິນ​ໄຫວ​ຄວາມ​ແຮງ 5.6 ລິກ​ເຕີ​ ໃນອິໂດເນເຊຍ

​ແຜ່ນ​ດິນ​ໄຫວ​ຄວາມ​ແຮງ 5.6 ລິກ​ເຕີ​ ໃນອິໂດເນເຊຍ

Published on

ສຸດເສົ້າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຈາກ​ແຜ່ນ​ດິນ​ໄຫວ​ຄວາມ​ແຮງ 5.6 ລິກ​ເຕີ​ທີ່​ເກາະ Java ໃນອິນໂດເນເຊຍ ເຮັດ​ໃຫ້​ມີ 260 ຄົນ​ເສຍ​ຊີ​ວິດ ແລະ 150 ຄົນ​ສູນຫາຍ, ບ້ານເພກວ່າ 2.2 ໝື່ນຫຼັງ.

ໃນວັນ​ທີ 22 ພະຈິກ 2022 ຜ່ານມາ, ​ໄດ້​ເກີດ​ແຜ່ນດິນ​ໄຫວ​ລະດັບ 5,6 ລິກ​ເຕີ ຢູ່​ແຂວງ​ຈາ​ວາ​ຕາ​ເວັນ​ຕົກ​ທີ່​ເກາະ​ຊາ​ວາ, ອິນ​ໂດ​ເນ​ເຊຍ. ເປັນເຫດເຮັດໃຫ້ຜູ້ເສຍຊີວິດໄດ້ເພີ່ມຂຶ້ນເປັນຢ່າງໜ້ອຍ 268 ຄົນ ຫຼັງຈາກໜ່ວຍກູ້ໄພໄດ້ຊອກຫາຜູ້ເຄາະຮ້າຍທີ່ຕິດຢູ່ໃຕ້ຊາກຫັກພັງຂອງຕຶກອາຄານທີ່ໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວ.

ໃນຂະນະອົງ​ການ​ຄຸ້ມ​ຄອງ​ໄພ​ພິ​ບັດ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ 151 ຄົນ​ຍັງ​ຫາຍ​ສາບ​ສູນ ​ແລະ ​ມີຜູ້ໄດ້ຮັບບາດເຈັບຫຼາຍ​ກວ່າ 1,000 ຄົນ.

ສຳລັບຈຳນວນ​ຜູ້​ເສຍ​ຊີວິດ​ແລະ​ຄວາມ​ເສຍ​ຫາຍ​ຈາກ​ແຜ່ນດິນ​ໄຫວ​ຄັ້ງ​ນີ້​ຢູ່​ອິນ​ໂດ​ເນ​ເຊຍ​ເພີ່ມ​ຂຶ້ນ​ໃນ​ມື້​ນີ້. ຫຼັງ​ຈາກ​ທີ່​ເຈົ້າ​ໜ້າ​ທີ່​ໄດ້​ຮັບ​ແຈ້ງ​ການ​ກ່ຽວ​ກັບ​ການ​ເພີ່ມ​ຂຶ້ນ​ຂອງ​ຜູ້​ເສຍ​ຊີວິດ​ຈາກ​ແຜ່ນດິນ​ໄຫວ​ທີ່​ໄດ້​ທຳລາຍ​ເຮືອນ​ຊານ​ຫຼາຍ​ກວ່າ 22,000 ຫຼັງ. ແລະ​ຫຼາຍ​ກວ່າ 58,000 ຄົນ​ໄດ້​ກາຍ​ເປັນ​ຄົນ​ບໍ່​ມີ​ທີ່ຢູ່​ອາ​ໄສ.

ທີ່ມາ: CNN

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...