spot_img
HomeBaby-ແມ່ແລະເດັກໝາກໄມ້ທີ່ແມ່ຖືພາຄວນກິນ ເພີ່ມຄວາມສະຫຼາດໃຫ້ລູກຕັ້ງແຕ່ຢູ່ໃນທ້ອງ

ໝາກໄມ້ທີ່ແມ່ຖືພາຄວນກິນ ເພີ່ມຄວາມສະຫຼາດໃຫ້ລູກຕັ້ງແຕ່ຢູ່ໃນທ້ອງ

Published on

ຜົນການວິໄຈຈາກ The University of Alberta ພົບວ່າ ຄົນທີ່ຖືຳາຄວນກິນໝາກໄມ້ທຸກໆມື້ ຈະເຮັດໃຫ້ລູກສະຫຼາດ ເຊິ່ງເບິ່ງຈາກຄະແນນປະເມີນດ້ານສະຕິປັນຍາຂອງລູກໃນຊ່ວງໄລຍະ 1 ປີ ໂດຍວິເຄາະຂໍ້ມູນຈາກເດັກນ້ອຍຈຳນວນ 688 ຄົນ ແລະ ນອກຈາກໝາກໄມ້ແລ້ວ ການກິນປາ ກໍ່ເປັນສິ່ງທີ່ຄົນຖືພາຄວນກິນເພື່ອເສີມສ້າງຄວາມສະຫລາດໃຫ້ກັບລູກໃນທ້ອງ

ໝາກໄມ້ທີ່ແມ່ຖືພາຄວນກິນ ເພີ່ມຄວາມສະຫຼາດໃຫ້ລູກຕັ້ງແຕ່ຢູ່ໃນທ້ອງມີດັ່ງນີ້:

ໝາກພ້າວ ຫຼື ນ້ຳໝາກພ້າວອ່ອນ ເພາະມີແຮ່ທາດຫຼາຍຊະນິດເຊັ່ນ: ທາດເຫຼັກ. ແຄລຊ້ຽມ, ໂພແທສຊ້ຽມ, ກຣົດອະມິໂນ, ນ້ຳຕານກລູໂຄສ ແລະ ນ້ຳໝາກພ້າວຍັງມີຮໍໂມນເອສໂຕຣເຈນ ດື່ມແລ້ວຜິວງາມອີກດ້ວຍ

ໝາກແອັບເປິ້ນ ອຸດົມດ້ວຍວິຕາມິນຕ່າງໆເຊັ່ນ: ວິຕາມິນເອ, ບີ1, ບີ2, ບີ6 ມີໂພແທສຊ້ຽມໂຊດ້ຽມ ກຣົດໂຟລິກ. ແຄລຊ້ຽມ. ຟອສຟໍຣັສ ແລະ ເກືອແຮ່

ໝາກກ້ຽງ ນອກຈາກຈະມີວິຕາມິນທີ່ສງແລ້ວ ຍັງມີໃຍອາຫານທີ່ຊ່ວຍໃນລະບົບຂັບຖ່າຍຂອງແມ່ທີ່ຖືພາໄດ້

ໝາກກ້ວຍ ມີວິຕາມິນຫຼາຍ ມີທັງ ວິຕາມິນເອ, ບີ1, ບີ2, ບີ6  ຊ່ວຍເລື່ອງຂັບຖ່າຍສະດວກ ແຕ່ຫ້າມກິນຫຼາຍເກີນໄປເພາະຈະສ່ຽງຕໍ່ການເປັນໂຣກເບົາຫວານໃນເວລາຖືພາໄດ້

ໝາກສີດາ ມີວິຕາມິນຊີ ແລະ ເອສູງ ດີຕໍ່ຮ່າງກາຍຂອງແມ່ຖືພາ ແຕ່ຢ່າກິນຫຼາຍຈົນເກີນໄປເພາະຍ່ອຍຍາກ ອາດເກີດບັນຫາທ້ອງອືດໄດ້ງ່າຍ

ນອກຈາກທີ່ກ່າວມາຂ້າງເທິງນີ້ແລ້ວ ຍັງມີໝາກໄມ້ຫຼາຍຊະນິດທີ່ມີປະໂຫຍດ ໃນທຸກໆມື້ແມ່ຖືພາຕ້ອງກິນອາຫານໃຫ້ຄົບ 5 ໝູ່ ເພື່ອລູກໃນທ້ອງຈະໄດ້ແຂງແຮງສົມບູນ ພ້ອມເກີດມາເປັນເດັກທີ່ສະຫຼາດດັ່ງທີ່ຕັ້ງໃນໄວ້

ຂໍ້ມູນຈາກ: https://th.theasianparent.com
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...