spot_img
Homeຂ່າວຕ່າງປະເທດໜ່ວຍອາລັກຂາທຳນຽບຂາວຄຸມເຂັ້ມ ຫລັງມີຊາຍພົກມີດໂດດຂ້າມກຳແພງເຂົ້າທຳນຽບ

ໜ່ວຍອາລັກຂາທຳນຽບຂາວຄຸມເຂັ້ມ ຫລັງມີຊາຍພົກມີດໂດດຂ້າມກຳແພງເຂົ້າທຳນຽບ

Published on

 

ຊາຍຊາວອາເມຣິກັນ ພົກມີດກະໂດດຂ້າມກຳແພງເຂົ້າໄປທຳນຽບຂາວ ກ່ອນຖືກເຈົ້າໜ້າທີ່ຈັບກຸມ ດ້ານໜ່ວຍອາລັກ

ຂາປະທານາທິບໍດີ ສັ່ງຄຸມເຂັ້ມເວນຍາມ ແລະ ເພີ່ມກ້ອງວົງຈອນປິດ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 22 ກັນຍານີ້ວ່າ ຜູ້ອຳນວຍການໜ່ວຍອາລັກຂາຜູ້ນຳສະຫະລັດ ໄດ້ມີຄຳສັ່ງ

ບັງຄັບໃຊ້ທັນທີ ເພື່ອໃຫ້ເພີ່ມກຳລັງເຈົ້າໜ້າທີ່ເວນຍາມ ແລະ ຕິດຕັ້ງກ້ອງວົງຈອນປິດຕາມຮົ້ວເສັ້ນທາງເພັນຊິນວາ

ເນຍ ເຊິ່ງເປັນພື້ນທີ່ໂດຍຮອບຂອງທຳນຽບຂາວ ຫລັງຈາກເກີດເຫດທ້າວ ໂອມາ ເຈ ກອນຊາເລສ ຊາວອາເມຣິກັນ

ອາຍຸ 42 ປີ ຈາກລັດເທັກຊັສ ໄດ້ກະໂດດຂ້າມຮົ້ວກັ້ນ ເຂົ້າໄປຍັງທີ່ພຳນັກຂອງປະທານາທິບໍດີສະຫະລັດ ໃນຕອນຄ່ຳ

ຂອງວັນທີ 19 ກັນຍາ 2014 ທີ່ຜ່ານມາ ກ່ອນໜ້າທີ່ທີ່ບໍ່ພໍເທົ່າໃດນາທີ ທີ່ປະທານາທິບໍດີ ບາຣັກ ໂອບາມາ ພ້ອມດ້ວຍ

ຄອບຄົວ ຈະຂຶ້ນເຮລີຄອບເຕີ້ອອກຈາກສະໜາມຫຍ້າ ເພື່ອໄປພັກຜ່ອນໃນທ້າຍອາທິດ, ດ້ານເຈົ້າໜ້າທີ່ໄດ້ສອບປາກ

ຄຳເພີ່ມຕື່ມ ກ່ອນທີ່ຈະຕັ້ງຂໍ້ຫາບຸກລຸກໃນເຂດອາຄານ ຫລື ພື້ນທີ່ຫວງຫ້າມ ພ້ອມທັງຍັງພົກມີດ ທີ່ຖືເປັນອັນຕະລາຍ

ຮ້າຍແຮງເຖິງຊີວິດອີກດ້ວຍ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...