spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ໜຸ່ມ 14 ປີ ຂັບລົດຈັກຕຳທາງຍ່າງ ເສຍຊີວິດຄາທີ່!

ໜຸ່ມ 14 ປີ ຂັບລົດຈັກຕຳທາງຍ່າງ ເສຍຊີວິດຄາທີ່!

Published on

 

acciden 3

 

ເຈົ້າໜ້າທີ່ຈະລາຈອນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເວລາປະມານ 12 ໂມງ

ຂອງວັນທີ 15 ກໍລະກົດນີ້ ໄດ້ເກີດອຸປະຕິເຫດລົດຈັກຕຳທາງຍ່າງຢູ່ເສັ້ນທາງ T2 ເຂດບ້ານອາກາດ

ເມືອງສີໂຄດຕະບອງນະຄອນຫຼວງວຽງຈັນ, ຊຶ່ງເຮັດໃຫ້ຄົນຂັບລົດເສຍຊີວິດຄາທີ່.

 

ຜ່ານການລົງກວດກາສະຖານທີ່ເກີດເຫດຂອງເຈົ້າໜ້າທີ່ ໄດ້ຮູ້ວ່າ: ຜູ້ເສຍຊີວິດແມ່ນ ທ້າວ ເບີ້ມ

ອາຍຸ 14 ປີ ອາຊີບນັກຮຽນຢູ່ບ້ານໜອງປາໃນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເສຍຊີ

ວິດຄາທີ່ ໂດຍຜູ້ກ່ຽວໄດ້ຂັບຂີ່ລົດຈັກມາຕາມເສັ້ນທາງ T2 ດ້ວຍຄວາມໄວ ພໍມາເຖິງຈຸດເກີດເຫດ

ເປັນທາງໂຄ້ງລົດຂອງຜູ້ກ່ຽວເສຍຫຼັກ ລົ້ມໄປຕຳທາງຍ່າງເຮັດໃຫ້ຟົ້ງຕົກຂ້າງທາງຈົນເສຍຊີວິດ.

 

ແຫຼ່ງຂ່າວ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...