spot_img
Homeຂ່າວພາຍ​ໃນໄອເຕັກເປີດສັກວັກຊີນ pfizer ໃຫ້ກຸ່ມຜູ້ງສູງອາຍຸ ແລະ ເດັກ 12-17 ປີແລ້ວ.

ໄອເຕັກເປີດສັກວັກຊີນ pfizer ໃຫ້ກຸ່ມຜູ້ງສູງອາຍຸ ແລະ ເດັກ 12-17 ປີແລ້ວ.

Published on

ອີງຕາມການລາຍງານຈາກໜັງສືພິມເສດຖະກິດການຄ້າ ໃນວັນທີ 21 ມັງກອນ 2022 ທີ່ຜ່ານມາສູນການຄ້າລາວໄອເຕັກ ສ້າງຂະບວນການສັກວັກຊີນໃຫ້ແກ່ກຸ່ມເປົ້າໝາຍອາຍຸ 12-17 ປີ ແລະ ປະຊາຊົນຜູ້ສູງອາຍຸທີ່ມີພະຍາດປະຈຳໂຕ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ປີເຕີ ເຮມອນ ເອກອັກຄະລັກສະທູດ ອາເມລິກາປະຈຳລາວ, ທ່ານ ແດນ ເຮວເດິນ ຮອງເອກອັກຄະລັກສະທູດ ອົດສະຕາລີ ປະຈຳ ສປປ ລາວ, ມີຕາງໜ້າອົງການອະນາໄມໂລກ, ອົງການອຸຍນີເຊັບ ແລະ ອົງການ USAID ແລະ ພານສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ. ໄພວັນ ແກ້ວປະເສີດ ໄດ້ກ່າວວ່າ ໃນປີ 2021 ສປປ ລາວ ສາມາດສັກວັກຊີນເຂັມ 2 ໄດ້ບັນລຸຕາມເປົ້າໝາຍທີ່ວາງອອກ 50 % ຂອງປະຊາກອນທົ່ວປະເທດ ແລະ ພາຍໃນປີ 2022 ນີ້ລັດຖະບານໄດ້ວາງເປົ້າໝາຍໄວ້ໃຫ້ບັນລຸ 70% ຂອງປະຊາກອນທັງໝົດທົ່ວປະເທດ ທັງເຂັມ 1 ເຂັມ 2 ແລະ ເຂັມກະຕຸ້ນ ສຳລັບການທີ່ຈະບັນລຸຕາມເປົ້າໝາຍທີ່ວາງອອກໄດ້ແມ່ນຕ້ອງໄດ້ມີຄວາມຮ່ວມມືກັນທັງສອງຝ່າຍຄື: ຜູ້ໃຫ້ບໍລິການ ຫຼື ທີມແພດໝໍ ແລະ ປະຊາຊົນ ເຊິ່ງໃນປີນີ້ນອກຈາກກການໃຫ້ບໍລິການຢູ່ໂຮງໝໍຕ່າງງໆແລ້ວ ຍັງຈະໄດ້ເຄື່ອນທີ່ອອກໄປຫາປະຊາຊົນທີ່ຢູ່ໄກສອກຫຼີກບ່ອນທີ່ຖະໜົນຫົນທາງຍັງບໍ່ສະດວກໃຫ້ແກ່ປະຊາຊົນທີ່ຈະເຂົ້າມາຮັບວັກຊີນຢູ່ໂຮງໝໍໃນຂັ້ນຕ່າງໆ.

ນອກຈາກນີ້ທ່ານ ປີເຕີ ເຮມອນ ຍັງກ່າວຕື່ມອີກວ່າ ການສັກວັນຊີນປ້ອງກັນພະຍາດໂຄວິດ-19 ແມ່ມີບົດບາດສຳຄັນທີ່ສຸດ  ໃນການຊ່ວຍຫຼຸດຜ່ອນການແຜ່ລະບາດຂອງພະຍາດນີ້ໄດ້ ເນື່ອງຈາກກຸ່ມປະຊາກອນທີ່ມີອາຍຸ12-17 ປີໃນ ສ ປປ ລາວ ມີອັດຕາສ່ວນກວມເອົາ1/4 ຂອງປະຊາກອນທັງໝົດ ດັ່ງນັ້ນການສັກວັກຊີນໃຫ້ກຸ່ມໄວໜຸ່ມນີ້ຈະຊ່ວຍໃຫ້ໝັ້ນໃຈວ່າ ປະຊາຊົນຈຳນວນຫຼາຍຈະໄດ້ຮັບການປ້ອງກັນຈາກພະຍາດໂຄວິດ-19 ແລະ ຊ່ວຍເພີ່ມຄວາມປອດໄພໄດ້ຫຼາຍກວ່າເກົ່າໃຫ້ແກ່ການເປີດໂຮງຮຽນ ແລະ ສຳລັບຜູ້ສູງອາຍຸ ແມ່ນຈະເພີ່ມພູມຄຸ້ມກັນໃນການຮັກສາສຸຂະພາບ. ພ້ອມດຽວກັນນັ້ນ ລັດຖະບານສາຫະລັດອາເມລິກາ ມີຄວາມຍິນດີຊ່ວຍເຫຼືອວັກຊີນ ຊຸດໃໝ່ໃຫ້ ສ ປປ ລາວຈຳນວນ 1,7 ລ້ານ ໂດສ ໂດຍຜ່ານໂຄງການໂຄແວັກ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...