spot_img
Homeຂ່າວຕ່າງປະເທດໄອເດຍສຸດແປກ! ປັ້ນຈອກຈາກກະດູກຄົນຕາຍ

ໄອເດຍສຸດແປກ! ປັ້ນຈອກຈາກກະດູກຄົນຕາຍ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ພະຈິກຜ່ານມາວ່າ ໄດ້ມີສິນລະປິນຊ່າງສີມືດີຈາກອາເມລິກາຄົນໜຶ່ງ ກຳລັງໄດ້ຮັບຄວາມສົນໃຈຈາກໂລກອອນລາຍ ດ້ວຍຜົນງານການປັ້ນຈອກ ທີ່ແຝງດ້ວຍຄວາມເລິກເຊິ່ງ ເພາະປັ້ນຈອກຈາກກະດູກຂອງຄົນຕາຍ ມາເຮັດເປັນຂອງໃຊ້ໃນຊີວິດປະຈຳວັນ

ລາຍງານໄດ້ບອກວ່າ ກະດູກຂອງຜູ້ເສຍຊີວິດ ໂດຍປົກກະຕິ ຍາດພີ່ນ້ອງ ມັກເກັບເອົາໄວ້, ແຕ່ຖ້າຫາກເລືອກເກັບໄວ້ໃນຮູບແບບແປກໃໝ່ ຈົນກາຍເປັນແນວຄິດທີ່ແປກໃໝ່ ຈັສຕິນ ໂຄຣ ເຈົ້າຂອງກິດຈະການດີໄຊວັດສະດຸຈາກຜູ້ທີ່ລ່ວງລັບໄປແລ້ວ

ຈັສຕິນ ໂຄຣ ບອກວ່າ ລາວໄດ້ເລີ່ມຕົ້ນຈາກແນວຄິດອັນສົດໃສ ທີ່ຢູ່ພື້ນຖານຂອງໂຈດທີ່ວ່າ ຈະເຮັດໃຫ້ຄົນອື່ນໆຈົດຈຳ ຜູ້ທີ່ເສຍຊີວິດໄປແລ້ວນັ້ນ, ເຖິງແມ່ນວ່າຈະຈາກໄປແລ້ວ ກໍຍັງມາຢູ່ຮ່ວມກັນ ໃຊ້ຊີວິດໃກ້ກັນ ຈຶ່ງໄດ້ເຮັດການປັ້ນປະດິດຈອກ ດ້ວຍກະດູກຜູ້ທີ່ເສຍຊີວິດໄປແລ້ວນັ້ນ

ໂດຍໄດ້ເລີ່ມໂຄງການນີ້ ດ້ວຍການປັ້ນຈອກ, ຖ້ວຍ, ຈານ ທີ່ໃຊ້ໃນໂຕະອາຫານສຳລັບອາຫານແລງ ດ້ວຍການໃຊ້ກະດູກຂອງຜູ້ບໍ່ປະສົງອອກນາມທັງໝົດ 200​ ຄົນ, ແລ້ວເອົາມາເຜົາເປັນເຖົ່າກະດູກ ແລະເອົາມາຜະລິດເຮັດເປັນຈອກອອກມາ. ສຳລັບເປົ້າໝາຍຕໍ່ໄປຂອງ ຈັສຕິນ ໂຄຣ ຄືການເພີ່ມການຜະລິດແບບໃໝ່ ທີ່ແປກໃໝ່ອີກ, ເຖົ່າກະດູກຂອງຜູ້ທີ່ເສຍຊີວິດນັ້ນ ຄວນເອົາໄປຕົບແຕ່ງປະດັບປະດາບ່ອນອື່ນ ຕາມໃຈຜູ້ທີ່ຍັງມີຊີວິດຢູ່ ເພື່ອປະໄວ້ໃຫ້ລະນຶກຮອດຜູ້ທີ່ເສຍຊີວິດນັ້ນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...