spot_img
HomePicpostໄອເດຍຕົບແຕ່ງສະຖານທີ່ງານດອງດ້ວຍປຸ່ມເປົ້າ ລາຄາບໍ່ແພງ ແລະ ຍັງງາມໜ້າຮັກໄປອີກແບບ

ໄອເດຍຕົບແຕ່ງສະຖານທີ່ງານດອງດ້ວຍປຸ່ມເປົ້າ ລາຄາບໍ່ແພງ ແລະ ຍັງງາມໜ້າຮັກໄປອີກແບບ

Published on

ສຳລັບຄູ່ທີ່ກຳລັງມີແຜນແຕ່ງງານ ແລະ ກຳລັງຄິດຈະຕົບແຕ່ງງານດອງໃຫ້ອອກມາງາມອະລັງການ ຫຼື ງາມແບບໜ້າຮັກ ເພື່ອເຮັດໃຫ້ແຂກທີ່ມາຮ່ວມງານສຳພັດໄດ້ເຖິງກິ່ນອາຍຂອງຄວາມຮັກອັນສົດໃສ ຫວານຊື່ນຂອງເຈົ້າບ່າວ-ເຈົ້າສາວ, ເຊິ່ງເລື່ອງແບບນີ້ເຈົ້າສາວສ່ວນຫຼາຍຈະເປັນຄົນຄິດ ແລະ ກໍ່ເຈົ້າສາວຫຼາຍຄົນທີ່ຄິດເຟີ້ຝັນຢາກໃຫ້ງານແຕ່ງຂອງຕົນເອງມີດອກໄມ້ເຕັມງານດັ່ງສວນດອກໄມ້ໃນອຸດທະຍານ ຄືດັ່ງທີ່ເຄີຍເບິ່ງ ເຊິ່ງສຳລັບຄູ່ທີ່ມີງົບປະມານຈັດງານດອງຫຼາຍກໍ່ສາມາດເຮັດໄດ້ ແຕ່ສຳລັບຄູ່ມີ່ງົບໜ້ອຍກໍ່ຄົງໄດ້ພຽງແຕ່ຝັນ ເພາະງົບທີ່ໃຊ້ຈ້າງຮ້ານມາຈັດດອກໄມ້ໃນງານດອງນັ້ນມັນມີລາຄາຄ່ອນຂ້າງແພງຫຼາຍ ຖ້າຈະຊື້ມາຈັກເອງກໍ່ບໍ່ແນ່ໃຈວ່າຈະອອກມາງາມດັ່ງທີ່ຄິດບໍ່ ເພາະການຈັດດອກໄມ້ແມ່ນຕ້ອງໃຊ້ສິນລະປະທີ່ລະອຽດອ່ອນຫຼາຍມືອາຊີບເທົ່ານັ້ນຈິ່ງເຮັດອອກມາໄດ້ງາມ ແລະ ດອກໄມ້ບໍ່ເສຍຫາຍ

ດັ່ງນັ້ນ ມື້ນີ້ເລີຍມີແນວຄິດການນຳເອົາປຸ່ມເປົ້າມາຈັດໃນງານແທນດອກໄມ້ ເຊິ່ງປຸ່ມເປົ້າແມ່ນຈະຈັດງ່າຍກວ່າດອກໄມ້, ຊື້ປຸ່ມເປົ່າມາຈັດເອງຊວນໝູ່ເພື່ອນຕົບແຕ່ງຊ່ວຍ ນອກຈາກຜົນທີ່ໄດ້ຮັບມັນຈະອອກມາງາມໜ້າຮັກແລ້ວ ມັນຍັງມີພາບຄວາມສົງຈຳໃນການຕົບແຕ່ງງານດອງຂອງເຈົ້າບ່າວ-ເຈົ້າສາວ ພ້ອມໝູ່ເພື່ອນໄດ້ເຮັດຮ່ວມກັນ ແລະ ທີ່ສຳຄັນປຸ່ມເປົ້າຫາຊື້ງ່າຍ ລາຄາກໍ່ບໍ່ແພງອີກດ້ວຍ.

weddinginlove-20120615163343-1713966758 mb wed14 rbvag1rfusaasv4uaahcxf7tl2y809 lilac_lavender_balloon_arch 80 a97ef205a3e8bec5089e4e1da6fbf24a

horzi_8231_adv_east_room_balloons_sized

Car decorated for wedding --- Image by © Marnie Burkhart/Corbis
Car decorated for wedding — Image by © Marnie Burkhart/Corbis

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...