ໄລຍະສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2024 ເສຍຊິວິດ 21 ຄົນ

0
800

ສະຫຼຸບຍອດອຸບັດຕິເຫດທີ່ເກີດຂຶ້ນໃນໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ປີ 2024, ແຕ່ວັນທີ 29 ທັນວາ 2023 ຫາ 2 ມັງກອນ 2024 ເຫັນວ່າ ຍອດຫຼຸດລົງຈາກປີທີ່ຜ່ານມາ.

ອີງຕາມການລາຍງານຂອງບົດຂ່າວຄວາມສະຫົງບໃຫ້ຮູ້ວ່າ: ໃນໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ນັບແຕ່ວັນທີ 29 ທັນວາ 2023 ຫາ 2 ມັງກອນ 2024 (5 ວັນ) ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນທັງໝົດ 148 ຄັ້ງ ເສຍຊິວິດ 21 ຄົນ, ໃນນັ້ນ ມີຄົນໄດ້ຮັບບາດເຈັບ 227 ຄົນ ແລະ ພາຫະນະເປ່ເພ 269 ຄັນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ ເຫັນວ່າການເກີດອຸບັດຕິເຫດຫຼຸດລົງ 42 ຄັ້ງ ແລະ ຍອດຜູ້ເສຍຊີວິດຫຼຸດລົງ 5 ຄົນ.

ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອວັນທີ 3 ມັງກອນທີ່ຜ່ານມາວ່າ: ເລີ່ມຕັ້ງແຕ່ວັນທີ 29 ທັນວາ 2023 – 2 ມັງກອນ 2024 ເປັນໄລຍະສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 148 ຄັ້ງ ແລະ ມີຈຳນວນຜູ້ເສຍຊີວິດ 21 ຄົນ, ທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາເຫັນວ່າອັດຕາການເກີດອຸບັດຕິເຫດຫຼຸດລົງ 42 ຄັ້ງ ແລະ ຍອດຜູ້ເສຍຊີວິດຫຼຸດລົງ 5 ຄົນ. ໃນນັ້ນ ມີຄົນໄດ້ຮັບບາດເຈັບ 227 ຄົນ ແລະ ພາຫະນະເປ່ເພ 269 ຄັນ, ສໍາລັບແຂວງທີ່ມີອຸບັດຕິເຫດເກີດຂຶ້ນຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເກີດຂຶ້ນ 18 ຄັ້ງ, ແຂວງຈຳປາສັກ ເກີດຂຶ້ນ 17 ຄັ້ງ , ແຂວງ ວຽງຈັນ ເກີດຂຶ້ນ 16 ຄັ້ງ, ແຂວງ ສະຫວັນນະເຂດ ເກີດຂຶ້ນ 13 ຄັ້ງ, ແຂວງ ຄໍາມ່ວນ ເກີດຂຶ້ນ 11 ຄັ້ງ, ສ່ວນແຂວງທີ່ມີ ຜູ້ເສຍຊີວິດຫຼາຍກວ່າໝູ່ ປະກອບມີ: ນະຄອນຫຼວງວຽງຈັນ ເສຍຊີວິດ 6 ຄົນ, ແຂວງຄໍາມ່ວນ ເສຍຊີວິດ 3 ຄົນ, ແຂວງວຽງຈັນ ເສຍ ຊີວິດ 2 ຄົນ, ແຂວງບໍລິຄໍາໄຊ ເສຍຊີວິດ 2 ຄົນ, ແຂວງຫຼວງນໍ້າທາ ເສຍຊີວິດ 2 ຄົນ. ສ່ວນສາເຫດທີ່ພາໃຫ້ເກີດອຸບັດຕິເຫດເກີດມາ ຈາກຫຼາຍປັດໄຈຄື: ເກີດມາຈາກການດື່ມສິ່ງມຶນເມົາ 19 ຄັ້ງ , ຂັບຂີ່ດ້ວຍຄວາມໄວເກີນກໍານົດ 34 ຄັ້ງ, ບໍ່ປ່ອຍສິດ 22 ຄັ້ງ, ປ່ຽນທິດ ທາງ 31 ຄັ້ງ, ຊິງບໍ່ຮັບປະກັນ 8 ຄັ້ງ, ສະພາບເຕັກນິກລົດບໍ່ຮັບປະກັນ 5 ຄັ້ງ, ບໍ່ແນບຂວາ 4 ຄັ້ງ, ຂັບຂີ່ອອກສາຍທາງຂອງຕົນ 10 ຄັ້ງ, ບໍ່ຮັກສາໄລຍະຫ່າງ 1 ກໍລະນີ ແລະ ປັດໄຈອື່ນໆ ທີ່ເກີດຂຶ້ນອີກ 14 ຄັ້ງ.

ເພື່ອຫຼຸດຜ່ອນອັດຕາການເກີດອຸບັດຕິເຫດໃນສັງຄົມລາວໃຫ້ຫຼຸດໜ້ອຍຖອຍລົງ, ຢາກຂໍຄວາມຮ່ວມມືກັບທຸກຄົນໃຫ້ມີສະຕິລະມັດໃນເວລາຂັບຂີ່ລົດ, ເມົາບໍ່ຂັບ, ໃຫ້ກຽດເຊິ່ງກັນແລະກັນ, ໝັ່ນກວດເຊັກສະພາບເຕັກນິກພາຫະນະຂອງຕົນເອງໃຫ້ຢູ່ໃນສະພາບດີສະເໝີ