ໄລຍະວັນທີ 19 – 23​ ພຶດສະພາ​ນີ້ ຈະມີຝົນຕົກເພີ່ມຂຶ້ນໃນແຕ່ລະພາກ​

ສະພາບອາກາດອາທິດນີ້ກົມອຸຕຸນິຍົມແລະອຸທົກກະສາດມີຄໍາເຕືອນເພື່ອເຝົ້າລະວັງສະພາບອາກາດຮ້ອນເອົ້າຫຼາຍແລະຝົນຕົກຟ້າຮ້ອງຟ້າເຫຼື້ອມ – ລົມພັດແຮງໃນໄລຍະວັນທີ 19-23 ພຶດສະພາ 2021 ເນື່ອງຈາກລົມມໍລະສຸມລົມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມເພີ່ມຂື້ນໃນແຕ່ລະພາກແລະຕົກປານກາງຫາຫນັກພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນຢູ່ແຂວງພາກກາງແລະພາກໃຕ້
ແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນຫາຮ້ອນເອົ້າຫຼາຍທີ່ຈະເຮັດເກີດມີອັກຄີໄພແລະມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມແລະຟ້າຜ່າພ້ອມມີລົມພັດແຮງທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາແລະເສົາໄຟຟ້າຫັກລົ້ມ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ເພາະອາດຈະຖືກຟ້າຜ່າໄດ້
ຮຽບຮຽງຂ່າວ: ພຸດສະດີ