spot_img
Homeຂ່າວກິລາໄມເຄີນ ວ່າງ ນັກກິລາບານເຕະ ລູກເຄິ່ງລາວ-ອາເມຣິກາ ເຂົ້າຮ່ວມທີມຊາດລາວ ຊຸດໃຫຍ່.

ໄມເຄີນ ວ່າງ ນັກກິລາບານເຕະ ລູກເຄິ່ງລາວ-ອາເມຣິກາ ເຂົ້າຮ່ວມທີມຊາດລາວ ຊຸດໃຫຍ່.

Published on

ໃນຕອນບ່າຍຂອງວັນທີ 14 ມີນາ 2023 ຜ່ານມາ, ໄມເຄີນ ວ່າງ (Michael Vang) ນັກກິລາບານເຕະ ລູກເຄິ່ງລາວ-ອາເມຣິກາ ໄດ້ເດີນທາງມາຮອດ ສປປ ລາວ ໂດຍໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນຈາກຄະນະຄູຝຶກທີມຊາດລາວ ແລະ ເພື່ອນຮ່ວມທີມທຸກໆທ່ານ.

ເຊິ່ງການເດີນທາງມາ ສປປ ລາວ ໃນຄັ້ງນີ້ຂອງ ໄມເຄີນ ວ່າງ ກໍເພື່ອເຂົ້າຮ່ວມກັບ ທີມຊາດລາວ ຊຸດໃຫຍ່ ກຽມລຸຍລາຍການອຸ່ນເຄື່ອງ ທ້າຍເດືອນມີນານີ້, ຕາມປະຕິທິນຂອງ FIFA day ທີ່ ປະເທດເນປານ ໃນລະຫວ່າງວັນທີ 22-31 ມີນາ 2023.
ໄມເຄີນ ວ່າງ ເປັນຄົນເຊື້ອສາຍລາວ ທີ່ເກີດ ແລະ ອາໄສຢູ່ ສະຫະລັດອາເມຣິກາ, ເກີດເມື່ອວັນທີ 13 ພຶດສະພາ 2000, ສູງ 173 ຊັງຕີແມັດ, ຫຼີ້ນຕຳແໜ່ງກອງກາງ ແລະ ສັງກັດຢູ່ ສະໂມສອນ Portland Timbers II (MLS Next Pro) ທີ່ ສະຫະລັດ ອາເມຣິກາ.

ສຳລັບ ລາຍການແຂ່ງຂັນແມ່ນຈະໄດ້ແຂ່ງຂັນແບບພົບກັນໝົດທັງ 3 ທີມຄື:
1 Nepal ( ເຈົ້າພາບ )
2 Bhutan🇧🇹
3 Laos🇱🇦
ຕາຕະລາງ ການແຂ່ງຂັນມີດັ່ງນີ້:
– ວັນທີ 22/03/2023 ທີມຊາດເນປານ ພົບ ທີມຊາດລາວ ເວລາ 18:00ໂມງ.
– ວັນທີ 25/03/2023 ທີມຊາດລາວ ພົບ ທີມຊາດບູຖານ ເວລາ 18:00ໂມງ.
– ວັນທີ 28/03/2023 ທີມຊາດເນປານ ພົບ ທີມຊາດບູຖານ ເວລາ 18:00ໂມງ.
– ວັນທີ 31/03/2023 ຮອບຊີງຊະນະເລີດ (ທີມອັນດັບ1 ຊີງກັບ ທີມອັນດັບ2) ເວລາ 17:30ໂມງ.
ທຸກນັດແມ່ນຈະແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal

ຂໍ້ມູນ: ສຕລ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...