spot_img
Homeຂ່າວຕ່າງປະເທດໄຟໄໝ້ຄ້າຍຄຸມຂັງ ຢູ່ເມືອງຫລວງເອທິໂອປີ ນັກໂທດເສຍຊີວິດ ຢ່າງໜ້ອຍ 23 ຄົນ!

ໄຟໄໝ້ຄ້າຍຄຸມຂັງ ຢູ່ເມືອງຫລວງເອທິໂອປີ ນັກໂທດເສຍຊີວິດ ຢ່າງໜ້ອຍ 23 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ກັນຍາຜ່ານມານີ້ວ່າ ໃນວັນຈັນທີ 5 ກັນຍາ 2016 ໄດ້ເກີດເຫດໄຟໄໝ້ຄ້າຍຄຸມຂັງ ຄິລິນໂຕ ຊຶ່ງເປັນໜຶ່ງໃນຄ້າຍຄຸມຂັງທີ່ໃຫຍ່ທີ່ສຸດ ຢູ່ປະເທດເອທິໂອປີ ຊຶ່ງສຳນັກງານກິດຈະການສື່ສານ ລັດຖະບານເອທິໂອປີ ໄດ້ອອກມາຢືນຢັນແລ້ວວ່າ ມີນັກໂທດເສຍຊີວິດຈາກເຫດດັ່ງກ່າວນີ້ ຢ່າງໜ້ອຍ 23 ຄົນ ຊຶ່ງໃນນັ້ນ 21 ຄົນ ເສຍຊີວິດຈາກການຢຽບກັນຕາຍ ແລະ ການຂາດອາກາດຫາຍໃຈ, ສ່ວນອີກ 2 ຄົນ ຖືກເຈົ້າໜ້າທີ່ສັງຫານ ຂະນະພະຍາຍາມສວຍໂອກາດ ຫລົບໜີຈາກຄ້າຍຄຸມຂັງ ໃນເວລາເກີດໄຟໄໝ້.

ນອກຈາກນີ້ ຍັງມີນັກໂທດ ແລະ ເຈົ້າໜ້າທີ່ຕຳຫລວດອີກ 9 ຄົນ ໄດ້ຮັບບາດເຈັບຈາກເຫດການດັ່ງກ່າວ, ແນວໃດກໍຕາມ ທາງການເອທິໂອປີ ຍັງບໍ່ສາມາດສະຫລຸບສາເຫດໄຟໄໝ້ດັ່ງກ່າວນີ້ເທື່ອ ຊຶ່ງຕຳຫລວດຍັງຄົງວາງຂໍ້ສັນນິຖານວ່າ ອາດເກີດຈາກການວາງເພີງ ແລະ ອື່ນໆ.

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...