spot_img
Homeຂ່າວທ້ອງຖິ່ນໄຟອໍານາດດົງນາໂຊກ ຫາ ດົງປ່າສັກ ຄວາມຍາວ 460 ແມັດ ຈະໄດ້ຮັບການປັບປຸງ

ໄຟອໍານາດດົງນາໂຊກ ຫາ ດົງປ່າສັກ ຄວາມຍາວ 460 ແມັດ ຈະໄດ້ຮັບການປັບປຸງ

Published on

ທ່ານ ອຳຄາ ວົງພະຈັນ ຮອງຫົວໜ້າຂະແໜງຂົວທາງພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ (ນວ) ໃຫ້ສໍາພາດວັນທີ 25 ກຸມພາ 2021 ວ່າ: ເພື່ອສ້າງຄວາມສະດວກໃຫ້ແກ່ການສັນຈອນໄປ-ມາຕາມທ້ອງຖະໜົນ ພະແນກ ຍທຂ.​ນວ ໃນນາມເຈົ້າຂອງໂຄງການ ຈຶ່ງໄດ້ຈັດປັບປຸງເສັ້ນທາງເຊື່ອມຕໍ່ລະຫວ່າງຖະໜົນສີທອງ ແລະ ຖະໜົນອາຊຽນແຕ່ສີ່ແຍກໄຟອໍານາດດົງນາໂຊກ ຫາ ໄຟອໍານາດສີ່ແຍກດົງປ່າສັກ ເຊິ່ງມີຄວາມຍາວທັງໝົດ 460 ແມັດ ຈາກທາງປູຢາງສອງຊັ້ນ ກວ້າງ 6 ແມັດ ມາເປັນທາງເບຕົງທີ່ມີຄວາມໜາ 23 ຊັງຕີແມັດ ແລະ ຂະຫຍາຍໜ້າທາງອອກຕື່ມ 3 ແມັດ ລວມເປັນ 9 ແມັດ ພ້ອມທັງປັບປຸງລະບົບລະບາຍນໍ້າໂຕເກົ່າໃຫ້ດີຂຶ້ນ ເພື່ອບໍ່ໃຫ້ນ້ຳອັ່ງຂັງຄືຜ່ານມາ.​

ໂຄງການນີ້ ແມ່ນບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈໍາກັດ ຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໂດຍຈະໃຊ້ເວລາກໍ່ສ້າງ 45 ວັນ ຄາດວ່າຮອດທ້າຍເດືອນມີນາ 2021 ຈະສຳເລັດ ຖ້າດິນຟ້າອາກາດອຳນວຍໃຫ້ ໂຄງການນີ້ໃຊ້ງົບປະມານ 2,45 ຕື້ກີບ ໂດຍໃຊ້ງົບແຜນບ້ວງທຶນສົບທົບ 5% ຂອງເງິນກູ້ຢືມທີ່ ນວ ມອບໃຫ້ພະແນກ ຍຂທນວ ນໍາໃຊ້ເຂົ້າໃນການປັບປຸງຍົກລະດັບເສັ້ນທາງຢູ່ ນວ ໃນຈຳນວນ 32 ໂຄງການ ແຕ່ໂຄງການອື່ນສໍາເລັດແລ້ວ ຍັງເຫຼືອແຕ່ໂຄງການນີ້ ແຕ່ອີງໃສ່ເງິນເຫຼືອນັ້ນບໍ່ພຽງພໍ ແຕ່ການນຳພະແນກ ຍທຂນວໄດ້ແບ່ງປັນງົບປະມານຂອງ ນວ ແບ່ງໃຫ້ປີ 2021 ເພື່ອເພີ່ມເຂົ້າຕື່ມ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...