spot_img
Homeຂ່າວທ້ອງຖິ່ນໄພອັນຕະລາຍຈາກຢາສູບໄຟຟ້າ ທີ່ຫຼາຍຄົນເບີ່ງຂ້າມ

ໄພອັນຕະລາຍຈາກຢາສູບໄຟຟ້າ ທີ່ຫຼາຍຄົນເບີ່ງຂ້າມ

Published on

ຢາສູບໄຟຟ້າ ຫຼື ຢາສູບ Electronic ເປັນໄພອັນຕະຫຼາຍທີ່ສຳຄັນໃນປັດຈຸບັນຂອງໄວລຸ້ນ ຈາກກົນລະຍຸກທາງການຕະຫຼາດເຊັ່ນ: ການໂຄສະນາທີ່ສ້າງໃຫ້ຢາສູບໄຟຟ້າບໍ່ເປັນອັນຕະລາຍຕໍ່ສຸຂະພາບ ເພາະບໍ່ມີໃບຢາສູບ ພ້ອມຍັງສ້າງພາບໃຫ້ຄົນສູບຢາສູບໄຟຟ້ານັ້ນ ເປັນຄົນທັນສະໄໝ ແຕ່ໃນຄວາມເປັນຈິງພັດພົບວ່າ: ຢາສູບໄຟຟ້າ ມີສານນິໂຄຕິນປົນຢູ່ປະລິມານຫຼາຍ ແລະ ສາມາດເຂົ້າສູ່ຮ່າງກາຍຂອງຜູ້ສູບໄດ້ເຖິງ 5 – 9 ເທົ່າ ຂຶ້ນຢູ່ກັບປະລິມານນິໂຄຕິນ ທີ່ຢູ່ໃນຢາສູບໄຟຟ້າ ສະນັ້ນ, ບອກໄດ້ວ່າ ນິໂຄຕິນທີ່ມີປະລິມານຫຼາຍກວ່າຢາສູບທຳມະດາ ກໍ່ລ້ວນແລ້ວແຕ່ທຳລາຍສຸຂະພາບຂອງຜູ້ສູບໄດ້ຫຼາຍເຊັ່ນກັນ.

ຢາສູບໄຟຟ້າສົ່ງຜົນເສຍຕໍ່ຮ່າງກາຍຄື: ສະໝອງມືນງົງ, ກະຕຸ້ນອັດຕາການເຮັດວຽກຂອງຫົວໃຈເພີ່ມຂຶ້ນ ເກີດພາວະຫົວໃຈວາຍ, ຫົວໃຈເຮັດວຽກໜັກ, ເສັ້ນເລືອດຫົດໂຕສົ່ງຜົນໃຫ້ເກີດຄວາມດັນເລືອດສູງຂື້ນ, ເສັ້ນເລືອດໃນສະໝອງແຕກ, ບັນຫາຕໍ່ລະບົບທາງເດີນຫາຍໃຈ, ຫາຍໃຈໄວ ສ່ຽງຕໍ່ການເປັນມະເຮັງປອດ ມີຄວາມຜິດປົກຕິທາງອາລົມ, ສະມາທິ ແລະ ເກີດບັນຫາໃນລະບົບພູມຄຸ້ມກັນຂອງຮ່າງກາຍເປັນຕົ້ນ ຖ້າຫາກສູບຕໍ່ເນື່ອງໃນໄລຍະຍາວ.

ທຸກຄົນຄວນຮູ້ເທົ່າທັນກົນລະຍຸດທາງການຕະຫຼາດ ແລະ ຜົນກະທົບຕໍ່ສຸຂະພາບຂອງຢາສູບໄຟຟ້າ ເພາະເປັນສິ່ງທີ່ນິຍົມໃນກຸ່ມໄວລຸ້ນປັດຈຸບັນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...