ໄປທ່ຽວນຳກັນ!! 18 ນ້ຳຕົກຕາດທາງພາກໃຕ້ຂອງລາວ

0
1666

ປະເທດລາວເປັນປະເທດໜຶ່ງທີ່ມີສະຖານທີ່ທ່ອງທີ່ສວຍງາມຫຼາຍບ່ອນບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳທີ່ມີເອກະລັກໂດດເດັ່ນປະຈຳແຂວງ, ປະຈຳພາກ, ປະຈຳທ້ອງຖິ່ນ ໂດຍສະເພາະແມ່ນທຳມະຊາດ, ພູຜາປ່າດົງ, ນ້ຳຕົກຕາດ ແລະ ສັດປ່ານາໆຊະນິດ.

ເມື່ອເວົ້າເຖິງທຳມະຊາດແລ້ວສິ່ງທີ່ເຮົາທຸກຄົນຈະນຶກເຖິງ ແລະ ໜີບໍ່ພົ້ນກໍຄົງຈະແມ່ນພູຜາສູງຊັນ, ນ້ຳໝອກໃນຍາມເຊົ້າ,​ ປ່າສະຫງວນທີ່ມີສັດປ່າຫາຍາກຫຼາກຫຼາຍຊະນິດອາໄສຢູ່ ລວມໄປເຖິງນ້ຳຕົກຕາດທີ່ເຮັດໃຫ້ເຮົາຄາຍຮ້ອນເມື່ອໄດ້ສຳຜັດ ແລະ ຜ່ອນຄາຍເມື່ອໄດ້ຍິນສຽງນ້ຳຕົກທີ່ໄຫຼມາຈາກທີ່ສູງ.

ຄວາມງົດງາມຂອງນ້ຳຕົກຕາດມີຢູ່ທົ່ວທຸກພາກໃນປະເທດລາວ ເຮົາມາຮູ້ຈັກກັບນ້ຳຕົກຕາດທີ່ຢູ່ທາງພາກໃຕ້ຂອງລາວນຳກັນວ່າມີນ້ຳຕົກຕາດຫຍັງແດ່ທີ່ໜ້າສົນໃຈ.

  1. ຕາດອີ່ຕູ່ (ຈຳປາສັກ): ຕັ້ງຢູ່ທີ່ km35 ທາງທິດຕາເວັນຕົກຂອງປາກຊ່ອງ ກວມເອົາເນື້ອທີ່ພູພຽງບໍລະເວນ ຕາດແຫ່ງນີ້ເປັນຕາດທີ່ບໍ່ຄ່ອຍມີຄົນຮູ້ຈັກຫຼາຍ ແຕ່ເປັນຕາດທີ່ສາມາດເປັນບ່ອນທ່ອງທ່ຽວໄດ້ງ່າຍ ແລະ ຢູ່ໃກ້ກັບຕາດເຍືອງ, ນໍ້າຕົກຕາດອີ່ຕູ່ຕັ້ງຢູ່ໃນ ເຂດເມືອງປາກຊ່ອງ ເຊິ່ງຫ່າງຈາກຕົວເມືອງປາກເຊ 40km ໃຊ້ເວລາພຽງ 1 ຊົ່ວໂມງໃນການເດີນທາງ.
  2. ຕາດເຍືອງ (ຈຳປາສັກ): ສຳຜັດອາຍນ້ຳຕົກຈາກທຳມະຊາດ ແລະ ຈຸດຊົມວິວຍອດຮິດທີ່ຕ້ອງໄດ້ຍ່າງຂຶ້ນຂັ້ນໄດ ເພື່ອໄປສຳຜັດກັບວິວທີ່ງົດງາມ ບອກເລີຍວ່າຄຸ້ມຄ່າກັບການຍ່າງຢ່າງແນ່ນອນ.
  3. ຕາດຟານ (ຈຳປາສັກ): ຕັ້ງຢູ່ທີ່ km38 ໃນເຂດດົງຫົວຊາວ ໃຊ້ເວລາຂັບລົດພຽງ 40 ນາທີຈາກປາກເຊ, ຕາດຟານອ້ອມຮອບດ້ວຍສວນຊາ ແລະ ສວນກາເຟທີ່ມີຊື່ສຽງ ນອກຈາກນັ້ນ, ຍັງມີກິດຈະກຳຂີ່ສະລິງຊົມວິວນ້ຳຕົກຕາດທີ່ສູງທີ່ສຸດໃນລາວອີກດ້ວຍ.
  4. ຕາດຈຳປີ (ຈຳປາສັກ): ຢູ່ຫ່າງຈາກຕາດອີ່ຕູ່ພຽງ 3km, ເປັນຕາດທີ່ສວຍງາມອີກຕາດໜຶ່ງ ເໝາະແກ່ການລົງຫຼິ້ນນ້ຳ ຫຼື ລ່ອງແພ ແລະ ເກັບຮູບພາບບັນທຶກຄວາມຊົງຈຳ ແລະ ເລື່ອງລາວຂອງການເດີນທາງໄວ້.
  5. ນ້ຳຕົກຕາດຄອນພະເພັງ (ຈຳປາສັກ): ຕັ້ງຢູ່ໃນແຂວງຈຳປາສັກ, ເປັນນໍ້າຕົກທີ່ໃຫຍ່ທີ່ສຸດຂອງອາຊີຕາເວັນອອກສຽງໃຕ້ ທີ່ມີນ້ຳໄຫຼແຮງ ນ້ຳຕົກຢູ່ໃນບໍລິເວນທີ່ເອີ້ນວ່າ: ສີພັນດອນ ຫຼື ເກາະ 4000 ຫ່າງຈາກຊາຍແດນກຳປູເຈຍພຽງ 7 ກິໂລແມັດ.
  6. ຕາດສົມພະມິດ (ຫຼີ່ຜີ): ເປັນນ້ຳຕົກຂະໜາດໃຫຍ່ ແລະ ມີກະແສນ້ຳໄຫຼແຮງ, ນ້ຳຕົກມີສີຂຽວມໍລະກົດງົດງາມ ແລະ ປະກອບດ້ວຍໂງ່ນຫີນຂະໜາດນ້ອຍ ແລະ ໃຫຍ່ສະຫຼັບສັບປ່ຽນກັນ.
  7. ຕາດຕາຢຶກເສືອ (ຈຳປາສັກ): ຫ່າງຈາກປາກຊ່ອງ 44km, ປະກອບດ້ວຍນ້ຳຕົກ 7 ແຫ່ງ ທີ່ສາມາດເຂົ້າເຖິງໄດ້ໂດຍການຍ່າງຜ່ານປ່າທີ່ເຕັມໄປດ້ວຍພືດພັນຫາຍາກ ນອກນັ້ນ, ພາຍໃນຕາດຍັງມີຮ້ານອາຫານ ແລະ ໂຮມສະເຕຊົງລາວທີ່ບົ່ງບອກເຖິງວັດທະນະທຳລາວຢ່າງແທ້ຈິງ ເພື່ອອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວທີ່ມາທ່ຽວຕາດແຫ່ງນີ້.
  8. ຕາດຮັງ (ສາລະວັນ): ຕັ້ງຢູ່ໃນແຂວງສາລະວັນ, ເປັນ 1 ໃນ 3 ຂອງຕາດທີ່ຢູ່ໃກ້ກັນຄື: ຕາດຮັງ, ຕາດເລາະ ແລະ ຕາດສູງ ປະກອບດ້ວຍເຮືອນພັກ 2-3 ຫຼັງທີ່ຢູ່ເທິງສຸດຂອງນ້ຳຕົກຕາດ ພ້ອມກັບວິວທິວທັດທຳມະຊາດທີ່ເປັນເອກະລັກ.
  9. ຕາດເລາະ (ສາລະວັນ): ຢູ່ຫ່າງຈາກຕາດຮັງພຽງ 2km ເປັນຜາຫີນກຣານິດຂະໜາດໃຫຍ່ທີ່ມີນໍ້າເຢັນໄຫຼຜ່ານລົງມາ ແລະ ມີກິດຈະກຳຍ່າງເທິງຂົວອູ່, ຂີ່ສະລິງ ຂ້າມນໍ້າຕົກຕາດເລາະ, ເພີດເພີນ, ຜ່ອນຄາຍໄປກັບອາກາດບໍລິສຸດ ແລະ ທຳມະຊາດອ້ອມຮອບຂອງຕາດເລາະ.
  10. ຕາດສູງ (ສາລະວັນ): ນ້ຳຕົກຕາດທີ່ໄຫຼມາຈາກພູຜາສູງຊັນ ຢູ່ຫ່າງຈາກຕາດເລາະປະມານ 10km ມີບັງກະໂລໄມ້ທີ່ບົ່ງບອກເຖິງວິຖີການດຳລົງຊີວິດທີ່ຮຽບງ່າຍ.
  11. ຕາດເທວະດາ (ສາລະວັນ): ເປັນອີກສະຖານທີ່ທ່ອງທ່ຽວເເຫ່ງໜຶ່ງ ທີ່ຕັ້ງຢູ່ເຂດບ້ານຫາງພູວຽງຄຳ, ເຊິ່ງມີໄລຍະທາງຫ່າງຈາກເມືອງສາລະວັນປະມານ 13km, ເຂດນີ້ເປັນເຂດທີ່ອຸດົມສົມບູນເໝາະສຳລັບນັກທ່ອງທ່ຽວທີ່ຢາກມາສຳຜັດບັນຍາກາດເຢັນໆເເບບນີ້, ຖ້າໃຜມີໂອກາດໄປຫຼິ້ນເມືອງສາລະວັນພາດບໍ່ໄດ້ທີ່ຈະຕ້ອງໄປເເວ່ຊົມ.
  12. ຕາດຂະມຶດ (ຈຳປາສັກ): ຕັ້ງຢູ່ ບ້ານໜອງຫຼວງ, ເມືອງປາກຊ່ອງ, ແຂວງຈໍາປາສັກ ຢູ່ຫ່າງຈາກເທດສະບານເມືອງປາກຊ່ອງໄປທາງພາກຕາເວັນອອກ 11km ເປັນນໍ້າຕົກຕາດທີ່ມີຂະໜາດໃຫຍ່, ມີຄວາມສູງເຖິງ 7 ຊັ້ນ ແລະ ນັກທ່ອງທ່ຽວສາມາດຂີ່ສະລິງເພື່ອຊົມຄວາມຍິ່ງໃຫຍ່ ແລະ ຄວາມສວຍງາມຂອງສະຖານທີ່ດັ່ງກ່າວໄດ້.
  13. ຕາດແຊສີດາ (ຈຳປາສັກ): ເປັນນ້ຳຕົກຕາດທີ່ມີຄວາມສວຍງາມໄດ້ຮັບການ ພັດທະນາເປັນແຫຼ່ງທ່ອງທ່ຽວອີກບ່ອນໜຶ່ງຂອງເມືອງບາຈຽງ,  ນ້ຳຕົກຕາດແຊສີດາແຫ່ງນີ້ ໃນເມື່ອກ່ອນປະຊາຊົນບ້ານທົ່ງອຸດົມ ໄດ້ເອີ້ນວ່າ: ຕາດໄຮ, ເພາະວ່າໃນເມື່ອກ່ອນນ້ຳຕົກຕາດແຫ່ງນີ້ໄດ້ມີຕົ້ນໄຮເກີດຂຶ້ນ ແລະ ມີສັດປ່າບາງຊະນິດເຊັ່ນ: ນົກໄປ ອາໄສຢູ່ ແລະ ກິນໝາກໄຮເປັນຈຳນວນຫຼວງຫຼາຍ.
  14. ຕາດຜາສ້ວມ (ຈຳປາສັກ): ຕັ້ງຢູ່ເມືອງບາຈຽງເປັນນ້ຳຕົກຕາດທີ່ສວຍງາມ, ຈຸດພິເສດນ້ຳຕົກຕາດແຫ່ງນີ້ ເປັນຜາຫີນທີ່ຕັ້ງລຽນກັນເປັນລະບຽບ, ມີຄວາມສູງປະມານ 6m ເຊິ່ງໃນພາສາຊົນເຜົ່າ ຄຳວ່າ: ສ້ວມ ໝາຍເຖິງ ຫ້ອງນ້ຳທີ່ກັ້ນໄວ້ສຳລັບລູກສາວ, ລູກຊາຍ ສ່ວນຄຳວ່າ: ຜາ ຄາດວ່າໝາຍເຖິງ ລານຫີນເປັນຂັ້ນ. ດັ່ງນັ້ນ, ຄຳວ່າ: ຜາສ້ວມ ແມ່ນມີຄວາມໝາຍວ່າ ນ້ຳຕົກຕາດຫີນຕັ້ງ ທີ່ມີລັກສະນະສູງຊັນຄ້າຍຄືຫ້ອງຫໍທີ່ຂັ້ນເອົາໄວ້ສຳລັບລູກສາວ-ລູກຊາຍສະເພາະ ສຳລັບຄວາມໝາຍນີ້ ຈະມີເລື່ອງເລົ່າປະຣຳປະລາເລົ່າຂານກັນມາແຕ່ດົນນານເລື່ອງນີ້ມີຊື່ວ່າ: ສາວລາວລຸ່ມ ແລະ ໜຸ່ມລາວເທິງ.
  15. ຕາດເຊກະຕາມ (ຈຳປາສັກ): ຕັ້ງຢູ່ທາງທິດຕາເວັນອອກຂອງພູພຽງບໍລະເວນ ຫ່າງຈາກຕົວເມືອງປາກຊ່ອງ ປະມານ 44 ກິໂລແມັດ, ເກີດຈາກຫ້ວຍກະຕາມ ທີ່ຕົກລົງສູ່ຜືນປ່າເບື້ອງລຸ່ມ. ປະມານ 100 ແມັດ ເປັນນໍ້າຕົກຕາດຂະໜາດໃຫຍ່ ມີນໍ້າຕະຫລອດປີ. ໂດຍສະເພາະໃນລະຫວ່າງເດືອນທັນວາ ຫາ ເດືອນມັງກອນ ຈະມີດອກທຽນປ່າບານ ໃນບໍລິເວນລຸ່ມນໍ້າຕົກ ເຊິ່ງສາມາດແນມໄດ້ເຫັນແຕ່ໄກ ຈາກຈຸດຊົມວິວ, ຕົວນ້ຳຕົກຕາດຢູ່ຝັ່ງກົງກັນຂ້າມກັບຈຸດຊົມວິວ, ຈຸດຊົມວິວສາມາດເຫັນຕົວນ້ຳຕົກໄດ້ທັງຜາ ເພາະຕັ້ງຢູ່ສູງກວ່າຕົວນ້ຳຕົກ.
  16. ຕາດຫົວຄົນ (ເຊກອງ): ຕັ້ງຢູ່ເຊນ້ຳນ້ອຍຕອນເທິງຂອງຕາດແຝກ, ເຂດບ້ານດ່ານ ເມືອງລະມາມ ແຂວງເຊກອງ, ເປັນແຫຼ່ງທ່ອງທ່ຽວນ້ຳຕົກຕາດທີ່ສວຍງາມ, ມີຄວາມສູງເຖິງ 8-10m, ຍາວ 250m ເປັນເຂດແດນລະຫວ່າງແຂວງເຊກອງ ແລະ ແຂວງອັດຕະປື. ຢູ່ຫ່າງຈາກເທດສະບານແຂວງ 19km, ຕາມການເລົ່າຂານຂອງຄົນເຖົ້າແກ່ໃນແຖວນັ້ນໄດ້ເລົ່າວ່າ: ກ່ອນຈະໃສ່ຊື່ຕາດຫົວຄົນນັ້ນ ຍ້ອນສະໄໝສົງຄາມ ໄດ້ມີຫົວຄົນຕາຍ ໄຫຼມາຕົກຄ້າງຢູ່ກ້ອງຕາດດັ່ງກ່າວຢູ່ເລື້ອຍໆ ເພິ່ນຈຶ່ງໄດ້ຮ້ອງຕາດນີ້ວ່າ: ຕາດຫົວຄົນຈົນມາເຖິງປັດຈຸບັນນີ້.
  17. ຕາດແຝກ (ເຊກອງ): ຕັ້ງຢູ່ເຊນໍ້ານ້ອຍ, ບ້ານດ່ານ, ເມືອງລະມາມ ແຂວງເຊກອງ ແຕ່ກ່ອນຢູ່ຫົວຕາດ ແລະ ກ້ອງຕາດ ມີດອນປົກຄຸມເຕັມໄປດ້ວຍຫຍ້າແຝກ, ມາຮອດປີ 1968 ເປັນປີນໍ້າຖ້ວມໃຫຍ່ ຈຶ່ງເຮັດໃຫ້ຫຍ້າດັງກ່າວຫາຍໄປນຳກະແສນໍ້າ, ເຊິ່ງເປັນທີ່ມາຂອງຄຳວ່າ: “ຕາດແຝກ” ນັ້ນເອງ. ຕາດມີຄວາມສູງ 10-15m ແລະ ກວ້າງ 250m ເປັນແຫຼ່ງທ່ອງທ່ຽວທຳມະຊາດອີກແຫ່ງໜຶ່ງທີ່ອາກາດດີ ແລະ ມີນໍ້າໄຫຼຜ່ານທຸກລະດູ.
  18. ຕາດເຊປອງໄລ (ອັດຕະປື): ຄວາມງົດງາມທາງທຳມະຊາດອີກໜຶ່ງແຫ່ງທີ່ຕັ້ງຢູ່ພາກໃຕ້ຂອງລາວ ນັ້ນກໍຄື ແຂວງ ອັດຕະປື. ຢູ່ຫ່າງຈາກເທດສະບານ ເມືອງສະໜາມໄຊ ທາງທິດຕາເວັນຕົກສຽງເໜືອ ປະມານ 60km, ນໍ້າຕົກຕາດນີ້ ມີຄວາມສູງປະມານ 23m ແລະ ມີຄວາມຍາວ 120m ໄຫຼມາຈາກແມ່ນໍ້າເຊປຽນ.

ທັງ 18 ນ້ຳຕົກຕາດນີ້, ແຕ່ລະບ່ອນຕ່າງກໍມີປະຫວັດຄວາມເປັນມາທີ່ບໍ່ຄືກັນ ລວມທັງຄວາມງົດງາມ ແລະ ເອກະລັກທີ່ແຕກຕ່າງກັນໄປແຕ່ລະນ້ຳຕົກຕາດ ເຊິ່ງໃຜທີ່ມັກໃນການຫຼິ້ນນ້ຳ, ມັກທຳມະຊາດ, ການປະຈົນໄພ ແລະ ໄດ້ມາຫຼິ້ນແຂວງຕ່າງໆທີ່ຢູ່ພາກໃຕ້ກໍຢ່າລືມຖ່າຍຮູບໃຫ້ໄດ້ຄົບທຸກຕາດເດີ້!!!

ທ່ານສາມາດຊອກຫາແຫຼ່ງທ່ອງທ່ຽວໄດ້ທີ່ເພຈ ລາວທ່ຽວລາວ ໄດ້ເລີຍ.