spot_img
Homeຂ່າວພາຍ​ໃນໄປທ່ຽວນຳກັນ!! 18 ນ້ຳຕົກຕາດທາງພາກໃຕ້ຂອງລາວ

ໄປທ່ຽວນຳກັນ!! 18 ນ້ຳຕົກຕາດທາງພາກໃຕ້ຂອງລາວ

Published on

ປະເທດລາວເປັນປະເທດໜຶ່ງທີ່ມີສະຖານທີ່ທ່ອງທີ່ສວຍງາມຫຼາຍບ່ອນບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳທີ່ມີເອກະລັກໂດດເດັ່ນປະຈຳແຂວງ, ປະຈຳພາກ, ປະຈຳທ້ອງຖິ່ນ ໂດຍສະເພາະແມ່ນທຳມະຊາດ, ພູຜາປ່າດົງ, ນ້ຳຕົກຕາດ ແລະ ສັດປ່ານາໆຊະນິດ.

ເມື່ອເວົ້າເຖິງທຳມະຊາດແລ້ວສິ່ງທີ່ເຮົາທຸກຄົນຈະນຶກເຖິງ ແລະ ໜີບໍ່ພົ້ນກໍຄົງຈະແມ່ນພູຜາສູງຊັນ, ນ້ຳໝອກໃນຍາມເຊົ້າ,​ ປ່າສະຫງວນທີ່ມີສັດປ່າຫາຍາກຫຼາກຫຼາຍຊະນິດອາໄສຢູ່ ລວມໄປເຖິງນ້ຳຕົກຕາດທີ່ເຮັດໃຫ້ເຮົາຄາຍຮ້ອນເມື່ອໄດ້ສຳຜັດ ແລະ ຜ່ອນຄາຍເມື່ອໄດ້ຍິນສຽງນ້ຳຕົກທີ່ໄຫຼມາຈາກທີ່ສູງ.

ຄວາມງົດງາມຂອງນ້ຳຕົກຕາດມີຢູ່ທົ່ວທຸກພາກໃນປະເທດລາວ ເຮົາມາຮູ້ຈັກກັບນ້ຳຕົກຕາດທີ່ຢູ່ທາງພາກໃຕ້ຂອງລາວນຳກັນວ່າມີນ້ຳຕົກຕາດຫຍັງແດ່ທີ່ໜ້າສົນໃຈ.

  1. ຕາດອີ່ຕູ່ (ຈຳປາສັກ): ຕັ້ງຢູ່ທີ່ km35 ທາງທິດຕາເວັນຕົກຂອງປາກຊ່ອງ ກວມເອົາເນື້ອທີ່ພູພຽງບໍລະເວນ ຕາດແຫ່ງນີ້ເປັນຕາດທີ່ບໍ່ຄ່ອຍມີຄົນຮູ້ຈັກຫຼາຍ ແຕ່ເປັນຕາດທີ່ສາມາດເປັນບ່ອນທ່ອງທ່ຽວໄດ້ງ່າຍ ແລະ ຢູ່ໃກ້ກັບຕາດເຍືອງ, ນໍ້າຕົກຕາດອີ່ຕູ່ຕັ້ງຢູ່ໃນ ເຂດເມືອງປາກຊ່ອງ ເຊິ່ງຫ່າງຈາກຕົວເມືອງປາກເຊ 40km ໃຊ້ເວລາພຽງ 1 ຊົ່ວໂມງໃນການເດີນທາງ.
  2. ຕາດເຍືອງ (ຈຳປາສັກ): ສຳຜັດອາຍນ້ຳຕົກຈາກທຳມະຊາດ ແລະ ຈຸດຊົມວິວຍອດຮິດທີ່ຕ້ອງໄດ້ຍ່າງຂຶ້ນຂັ້ນໄດ ເພື່ອໄປສຳຜັດກັບວິວທີ່ງົດງາມ ບອກເລີຍວ່າຄຸ້ມຄ່າກັບການຍ່າງຢ່າງແນ່ນອນ.
  3. ຕາດຟານ (ຈຳປາສັກ): ຕັ້ງຢູ່ທີ່ km38 ໃນເຂດດົງຫົວຊາວ ໃຊ້ເວລາຂັບລົດພຽງ 40 ນາທີຈາກປາກເຊ, ຕາດຟານອ້ອມຮອບດ້ວຍສວນຊາ ແລະ ສວນກາເຟທີ່ມີຊື່ສຽງ ນອກຈາກນັ້ນ, ຍັງມີກິດຈະກຳຂີ່ສະລິງຊົມວິວນ້ຳຕົກຕາດທີ່ສູງທີ່ສຸດໃນລາວອີກດ້ວຍ.
  4. ຕາດຈຳປີ (ຈຳປາສັກ): ຢູ່ຫ່າງຈາກຕາດອີ່ຕູ່ພຽງ 3km, ເປັນຕາດທີ່ສວຍງາມອີກຕາດໜຶ່ງ ເໝາະແກ່ການລົງຫຼິ້ນນ້ຳ ຫຼື ລ່ອງແພ ແລະ ເກັບຮູບພາບບັນທຶກຄວາມຊົງຈຳ ແລະ ເລື່ອງລາວຂອງການເດີນທາງໄວ້.
  5. ນ້ຳຕົກຕາດຄອນພະເພັງ (ຈຳປາສັກ): ຕັ້ງຢູ່ໃນແຂວງຈຳປາສັກ, ເປັນນໍ້າຕົກທີ່ໃຫຍ່ທີ່ສຸດຂອງອາຊີຕາເວັນອອກສຽງໃຕ້ ທີ່ມີນ້ຳໄຫຼແຮງ ນ້ຳຕົກຢູ່ໃນບໍລິເວນທີ່ເອີ້ນວ່າ: ສີພັນດອນ ຫຼື ເກາະ 4000 ຫ່າງຈາກຊາຍແດນກຳປູເຈຍພຽງ 7 ກິໂລແມັດ.
  6. ຕາດສົມພະມິດ (ຫຼີ່ຜີ): ເປັນນ້ຳຕົກຂະໜາດໃຫຍ່ ແລະ ມີກະແສນ້ຳໄຫຼແຮງ, ນ້ຳຕົກມີສີຂຽວມໍລະກົດງົດງາມ ແລະ ປະກອບດ້ວຍໂງ່ນຫີນຂະໜາດນ້ອຍ ແລະ ໃຫຍ່ສະຫຼັບສັບປ່ຽນກັນ.
  7. ຕາດຕາຢຶກເສືອ (ຈຳປາສັກ): ຫ່າງຈາກປາກຊ່ອງ 44km, ປະກອບດ້ວຍນ້ຳຕົກ 7 ແຫ່ງ ທີ່ສາມາດເຂົ້າເຖິງໄດ້ໂດຍການຍ່າງຜ່ານປ່າທີ່ເຕັມໄປດ້ວຍພືດພັນຫາຍາກ ນອກນັ້ນ, ພາຍໃນຕາດຍັງມີຮ້ານອາຫານ ແລະ ໂຮມສະເຕຊົງລາວທີ່ບົ່ງບອກເຖິງວັດທະນະທຳລາວຢ່າງແທ້ຈິງ ເພື່ອອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວທີ່ມາທ່ຽວຕາດແຫ່ງນີ້.
  8. ຕາດຮັງ (ສາລະວັນ): ຕັ້ງຢູ່ໃນແຂວງສາລະວັນ, ເປັນ 1 ໃນ 3 ຂອງຕາດທີ່ຢູ່ໃກ້ກັນຄື: ຕາດຮັງ, ຕາດເລາະ ແລະ ຕາດສູງ ປະກອບດ້ວຍເຮືອນພັກ 2-3 ຫຼັງທີ່ຢູ່ເທິງສຸດຂອງນ້ຳຕົກຕາດ ພ້ອມກັບວິວທິວທັດທຳມະຊາດທີ່ເປັນເອກະລັກ.
  9. ຕາດເລາະ (ສາລະວັນ): ຢູ່ຫ່າງຈາກຕາດຮັງພຽງ 2km ເປັນຜາຫີນກຣານິດຂະໜາດໃຫຍ່ທີ່ມີນໍ້າເຢັນໄຫຼຜ່ານລົງມາ ແລະ ມີກິດຈະກຳຍ່າງເທິງຂົວອູ່, ຂີ່ສະລິງ ຂ້າມນໍ້າຕົກຕາດເລາະ, ເພີດເພີນ, ຜ່ອນຄາຍໄປກັບອາກາດບໍລິສຸດ ແລະ ທຳມະຊາດອ້ອມຮອບຂອງຕາດເລາະ.
  10. ຕາດສູງ (ສາລະວັນ): ນ້ຳຕົກຕາດທີ່ໄຫຼມາຈາກພູຜາສູງຊັນ ຢູ່ຫ່າງຈາກຕາດເລາະປະມານ 10km ມີບັງກະໂລໄມ້ທີ່ບົ່ງບອກເຖິງວິຖີການດຳລົງຊີວິດທີ່ຮຽບງ່າຍ.
  11. ຕາດເທວະດາ (ສາລະວັນ): ເປັນອີກສະຖານທີ່ທ່ອງທ່ຽວເເຫ່ງໜຶ່ງ ທີ່ຕັ້ງຢູ່ເຂດບ້ານຫາງພູວຽງຄຳ, ເຊິ່ງມີໄລຍະທາງຫ່າງຈາກເມືອງສາລະວັນປະມານ 13km, ເຂດນີ້ເປັນເຂດທີ່ອຸດົມສົມບູນເໝາະສຳລັບນັກທ່ອງທ່ຽວທີ່ຢາກມາສຳຜັດບັນຍາກາດເຢັນໆເເບບນີ້, ຖ້າໃຜມີໂອກາດໄປຫຼິ້ນເມືອງສາລະວັນພາດບໍ່ໄດ້ທີ່ຈະຕ້ອງໄປເເວ່ຊົມ.
  12. ຕາດຂະມຶດ (ຈຳປາສັກ): ຕັ້ງຢູ່ ບ້ານໜອງຫຼວງ, ເມືອງປາກຊ່ອງ, ແຂວງຈໍາປາສັກ ຢູ່ຫ່າງຈາກເທດສະບານເມືອງປາກຊ່ອງໄປທາງພາກຕາເວັນອອກ 11km ເປັນນໍ້າຕົກຕາດທີ່ມີຂະໜາດໃຫຍ່, ມີຄວາມສູງເຖິງ 7 ຊັ້ນ ແລະ ນັກທ່ອງທ່ຽວສາມາດຂີ່ສະລິງເພື່ອຊົມຄວາມຍິ່ງໃຫຍ່ ແລະ ຄວາມສວຍງາມຂອງສະຖານທີ່ດັ່ງກ່າວໄດ້.
  13. ຕາດແຊສີດາ (ຈຳປາສັກ): ເປັນນ້ຳຕົກຕາດທີ່ມີຄວາມສວຍງາມໄດ້ຮັບການ ພັດທະນາເປັນແຫຼ່ງທ່ອງທ່ຽວອີກບ່ອນໜຶ່ງຂອງເມືອງບາຈຽງ,  ນ້ຳຕົກຕາດແຊສີດາແຫ່ງນີ້ ໃນເມື່ອກ່ອນປະຊາຊົນບ້ານທົ່ງອຸດົມ ໄດ້ເອີ້ນວ່າ: ຕາດໄຮ, ເພາະວ່າໃນເມື່ອກ່ອນນ້ຳຕົກຕາດແຫ່ງນີ້ໄດ້ມີຕົ້ນໄຮເກີດຂຶ້ນ ແລະ ມີສັດປ່າບາງຊະນິດເຊັ່ນ: ນົກໄປ ອາໄສຢູ່ ແລະ ກິນໝາກໄຮເປັນຈຳນວນຫຼວງຫຼາຍ.
  14. ຕາດຜາສ້ວມ (ຈຳປາສັກ): ຕັ້ງຢູ່ເມືອງບາຈຽງເປັນນ້ຳຕົກຕາດທີ່ສວຍງາມ, ຈຸດພິເສດນ້ຳຕົກຕາດແຫ່ງນີ້ ເປັນຜາຫີນທີ່ຕັ້ງລຽນກັນເປັນລະບຽບ, ມີຄວາມສູງປະມານ 6m ເຊິ່ງໃນພາສາຊົນເຜົ່າ ຄຳວ່າ: ສ້ວມ ໝາຍເຖິງ ຫ້ອງນ້ຳທີ່ກັ້ນໄວ້ສຳລັບລູກສາວ, ລູກຊາຍ ສ່ວນຄຳວ່າ: ຜາ ຄາດວ່າໝາຍເຖິງ ລານຫີນເປັນຂັ້ນ. ດັ່ງນັ້ນ, ຄຳວ່າ: ຜາສ້ວມ ແມ່ນມີຄວາມໝາຍວ່າ ນ້ຳຕົກຕາດຫີນຕັ້ງ ທີ່ມີລັກສະນະສູງຊັນຄ້າຍຄືຫ້ອງຫໍທີ່ຂັ້ນເອົາໄວ້ສຳລັບລູກສາວ-ລູກຊາຍສະເພາະ ສຳລັບຄວາມໝາຍນີ້ ຈະມີເລື່ອງເລົ່າປະຣຳປະລາເລົ່າຂານກັນມາແຕ່ດົນນານເລື່ອງນີ້ມີຊື່ວ່າ: ສາວລາວລຸ່ມ ແລະ ໜຸ່ມລາວເທິງ.
  15. ຕາດເຊກະຕາມ (ຈຳປາສັກ): ຕັ້ງຢູ່ທາງທິດຕາເວັນອອກຂອງພູພຽງບໍລະເວນ ຫ່າງຈາກຕົວເມືອງປາກຊ່ອງ ປະມານ 44 ກິໂລແມັດ, ເກີດຈາກຫ້ວຍກະຕາມ ທີ່ຕົກລົງສູ່ຜືນປ່າເບື້ອງລຸ່ມ. ປະມານ 100 ແມັດ ເປັນນໍ້າຕົກຕາດຂະໜາດໃຫຍ່ ມີນໍ້າຕະຫລອດປີ. ໂດຍສະເພາະໃນລະຫວ່າງເດືອນທັນວາ ຫາ ເດືອນມັງກອນ ຈະມີດອກທຽນປ່າບານ ໃນບໍລິເວນລຸ່ມນໍ້າຕົກ ເຊິ່ງສາມາດແນມໄດ້ເຫັນແຕ່ໄກ ຈາກຈຸດຊົມວິວ, ຕົວນ້ຳຕົກຕາດຢູ່ຝັ່ງກົງກັນຂ້າມກັບຈຸດຊົມວິວ, ຈຸດຊົມວິວສາມາດເຫັນຕົວນ້ຳຕົກໄດ້ທັງຜາ ເພາະຕັ້ງຢູ່ສູງກວ່າຕົວນ້ຳຕົກ.
  16. ຕາດຫົວຄົນ (ເຊກອງ): ຕັ້ງຢູ່ເຊນ້ຳນ້ອຍຕອນເທິງຂອງຕາດແຝກ, ເຂດບ້ານດ່ານ ເມືອງລະມາມ ແຂວງເຊກອງ, ເປັນແຫຼ່ງທ່ອງທ່ຽວນ້ຳຕົກຕາດທີ່ສວຍງາມ, ມີຄວາມສູງເຖິງ 8-10m, ຍາວ 250m ເປັນເຂດແດນລະຫວ່າງແຂວງເຊກອງ ແລະ ແຂວງອັດຕະປື. ຢູ່ຫ່າງຈາກເທດສະບານແຂວງ 19km, ຕາມການເລົ່າຂານຂອງຄົນເຖົ້າແກ່ໃນແຖວນັ້ນໄດ້ເລົ່າວ່າ: ກ່ອນຈະໃສ່ຊື່ຕາດຫົວຄົນນັ້ນ ຍ້ອນສະໄໝສົງຄາມ ໄດ້ມີຫົວຄົນຕາຍ ໄຫຼມາຕົກຄ້າງຢູ່ກ້ອງຕາດດັ່ງກ່າວຢູ່ເລື້ອຍໆ ເພິ່ນຈຶ່ງໄດ້ຮ້ອງຕາດນີ້ວ່າ: ຕາດຫົວຄົນຈົນມາເຖິງປັດຈຸບັນນີ້.
  17. ຕາດແຝກ (ເຊກອງ): ຕັ້ງຢູ່ເຊນໍ້ານ້ອຍ, ບ້ານດ່ານ, ເມືອງລະມາມ ແຂວງເຊກອງ ແຕ່ກ່ອນຢູ່ຫົວຕາດ ແລະ ກ້ອງຕາດ ມີດອນປົກຄຸມເຕັມໄປດ້ວຍຫຍ້າແຝກ, ມາຮອດປີ 1968 ເປັນປີນໍ້າຖ້ວມໃຫຍ່ ຈຶ່ງເຮັດໃຫ້ຫຍ້າດັງກ່າວຫາຍໄປນຳກະແສນໍ້າ, ເຊິ່ງເປັນທີ່ມາຂອງຄຳວ່າ: “ຕາດແຝກ” ນັ້ນເອງ. ຕາດມີຄວາມສູງ 10-15m ແລະ ກວ້າງ 250m ເປັນແຫຼ່ງທ່ອງທ່ຽວທຳມະຊາດອີກແຫ່ງໜຶ່ງທີ່ອາກາດດີ ແລະ ມີນໍ້າໄຫຼຜ່ານທຸກລະດູ.
  18. ຕາດເຊປອງໄລ (ອັດຕະປື): ຄວາມງົດງາມທາງທຳມະຊາດອີກໜຶ່ງແຫ່ງທີ່ຕັ້ງຢູ່ພາກໃຕ້ຂອງລາວ ນັ້ນກໍຄື ແຂວງ ອັດຕະປື. ຢູ່ຫ່າງຈາກເທດສະບານ ເມືອງສະໜາມໄຊ ທາງທິດຕາເວັນຕົກສຽງເໜືອ ປະມານ 60km, ນໍ້າຕົກຕາດນີ້ ມີຄວາມສູງປະມານ 23m ແລະ ມີຄວາມຍາວ 120m ໄຫຼມາຈາກແມ່ນໍ້າເຊປຽນ.

ທັງ 18 ນ້ຳຕົກຕາດນີ້, ແຕ່ລະບ່ອນຕ່າງກໍມີປະຫວັດຄວາມເປັນມາທີ່ບໍ່ຄືກັນ ລວມທັງຄວາມງົດງາມ ແລະ ເອກະລັກທີ່ແຕກຕ່າງກັນໄປແຕ່ລະນ້ຳຕົກຕາດ ເຊິ່ງໃຜທີ່ມັກໃນການຫຼິ້ນນ້ຳ, ມັກທຳມະຊາດ, ການປະຈົນໄພ ແລະ ໄດ້ມາຫຼິ້ນແຂວງຕ່າງໆທີ່ຢູ່ພາກໃຕ້ກໍຢ່າລືມຖ່າຍຮູບໃຫ້ໄດ້ຄົບທຸກຕາດເດີ້!!!

ທ່ານສາມາດຊອກຫາແຫຼ່ງທ່ອງທ່ຽວໄດ້ທີ່ເພຈ ລາວທ່ຽວລາວ ໄດ້ເລີຍ.

ບົດຄວາມຫຼ້າສຸດ

ຊົມເຊີຍເຈົ້າໜ້າທີ່ ຂວງອັດຕະປື ກັກຕົວ ພະນັກງານແຂວງ ແລະ ກຸ່ມແກ້ງ 21 ຄົນ ພ້ອມຢຶດຊັບໃນຄະດີສໍ້ລາດບັງຫຼວງ

ແຂວງອັດຕະປື ກວດພົບ ແລະ ກັກຕົວ ພະນັກງານແຂວງ ແລະ ກຸ່ມແກ້ງ 21 ຄົນ ຮ່ວມກັນສໍ້ລາດບັງຫຼວງ ທ່ານ ຄຳຫວັນ ຈັນທະໂຄດ ຄະນະປະຈຳພັກແຂວງ ປະທານອົງການກວດກາ...

ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນະຄອນຫຼວງວຽງຈັນ

ກິດຈະກຳ ສື່ມວນຊົນສັນຈອນໃນຂະແໜງການຮ່ວມມືດ້ານເສດຖະກິດ ທີ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງປະເທດລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ. ໃນວັນທີ 19 ມີນາ 2025 ນີ້, ສະຖານທູດຍີ່ປຸ່ນ...

ຄົບຮອບ 10 ປີ Attitude Mom ຈັດໃຫຍ່ພ້ອມເປີດໂຕເຄື່ອງປ້ຳນ້ຳນົມໄຣ້ສາຍລຸ້ນ Easy life III

Attitude Mom ເປີດໂຕເຄື່ອງປ້ຳນ້ຳນົມໄຣ້ສາຍລຸ້ນ Easy life III ນະວັດຕະກຳໃໝ່ຕອບໂຈດທຸກໄລຟ໌ສະໄຕລ໌ ໃນປັດຈຸບັນຄອບຄົວຍຸກໃໝ່ນິຍົມໃຫ້ລູກດ້ວຍນົມແມ່ຫຼາຍຂຶ້້ນດ້ວຍເຕັກໂນໂລຊີ ແລະ ນະວັດຕະກຳທີ່ພັດທະນາຂຶ້ນມາເພື່ອຊັບພອດໃຫ້ທຸກຢ່າງເປັນເລື່ອງງ່າຍ, ຫຼຸດຂັ້ນຕອນທີ່ຫຍຸ້ງຍາກແບບເກົ່າເຮັດໃຫ້ພໍ່ແມ່ມືໃໝ່ມີເວລາສ່ວນຕົວຫຼາຍຂຶ້ນ. ບໍລິສັດ Attitude Mom ຈຳກັດ ຜູ້ຜະລິດເຄື່ອງປ້ຳນ້ຳນົມແບຣນໄທຍອດນິຍົມພາຍໃຕ້ຊື່...

ໂດນັລ ທຣຳ ກຽມລົງນາມຄຳສັ່ງປິດກະຊວງສຶກສາທິການສະຫລັດ

ປະທານາທິບໍດີ ໂດນັລ ທຣຳ ແຫ່ງສະຫະລັດ ກຽມລົງນາມໃນຄຳສັ່ງຝ່າຍບໍລິຫານເພື່ອປິດກະຊວງສຶກສາທິການ ເຊິ່ງຈະດຳເນີນການຕາມຄຳສັນຍາໃນການຫາສຽງເລືອກຕັ້ງ. ສຳນັກຂ່າວຮອຍເຕີລາຍງານ ໃນວັນທີ 19 ມີນາ 2025 ຜ່ານມາ, ປະທານາທິບໍດີ ສະຫະລັດ ກຽມລົງນາມໃນຄຳສັ່ງຝ່າຍບໍລິຫານທີ່ມີເປົ້າໝາຍໃນການປິດກະຊວງສຶກສາທິການ...