spot_img
Homeຂ່າວພາຍ​ໃນໄທ-ລາວ ຮ່ວມມືກັນປາບປາມຢາເສບຕິດ, ຄ້າມະນຸດ ແລະ ແກ້ງຄໍເຊັນເຕີ

ໄທ-ລາວ ຮ່ວມມືກັນປາບປາມຢາເສບຕິດ, ຄ້າມະນຸດ ແລະ ແກ້ງຄໍເຊັນເຕີ

Published on

ຊາຍແດນໄທ-ລາວ ຊ່ວຍກັນປາບປາມຢາເສບຕິດ, ຄ້າມະນຸດ ແລະ ແກ້ງຄໍເຊັນເຕີ; ຊື່ນຊົມບໍລິການລົດໄຟ ລາວ-ຈີນ ຂະນະທີ່ໄທພ້ອມເລັ່ງໃຫ້ມີການເຊື່ອມຕໍ່ລະບົບລາງລົດໄຟເພື່ອໃຫ້ໄດ້ປະໂຫຍດທັງ 2 ປະເທດ.

ໃນວັນທີ 9 ມິຖຸນາ ທ່ານ ພອ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ການຕ້ອນຮັບ ທ່ານ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງ ສປປ ລາວ ເຂົ້າຢ້ຽມຄຳນັບໃນໂອກາດເຂົ້າມາຮ່ວມປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ໄທ-ລາວ ຄັ້ງທີ 27.

ທັງສອງປະເທດໄດ້ກ່າວຊື່ນຊົມກັນ ແລະ ໄດ້ພ້ອມກັນຮ່ວມມືແກ້ໄຂບັນຫາແກ້ງຄໍເຊັນເຕີທີ່ມີຢູ່ໃນເຂດສາມລ່ຽມທອງຄຳ ເພື່ອບໍ່ໃຫ້ປະຊາຊົນທັງສອງປະເທດນັ້ນເດືອດຮ້ອນ, ແລະ ໄດ້ເລັ່ງໃຫ້ມີການເຊື່ອມຕໍ່ທາງລົດໄຟ ເພື່ອເປັນການກະຕຸ້ນເສດຖະກິດ ແລະ ການຄ້າຊາຍແດນ 9 ແຫ່ງ.

ແຫຼ່ງຂ່າວຈາກ ໄທລັດ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...