spot_img
Homeຂ່າວຕ່າງປະເທດໄທຂໍໂທດປະຊາຊົນ ຫຼັງຈັດຫາວັກຊີນໃຫ້ບໍ່ທັນ ພ້ອມເຂົ້າຮ່ວມ COVAX

ໄທຂໍໂທດປະຊາຊົນ ຫຼັງຈັດຫາວັກຊີນໃຫ້ບໍ່ທັນ ພ້ອມເຂົ້າຮ່ວມ COVAX

Published on

ວັນທີ 21 ກໍລະກົດ 2021 ສໍານັກຂ່າວ Workpoint ລາຍງານວ່າ ວັນທີ 21 ກໍລະກົດທີ່ຜ່ານມາ ທ່ານ ດຣ ນະຄອນ ເປມສີ ຜູ້ອໍານວຍການ ສະຖາບັນວັກຊີນແຫ່ງປະເທດໄທ ຂໍໂທດປະຊາຊົນ ກໍລະນີຈັດຫາວັກຊີນບໍ່ທັນຕໍ່ສະຖານະການການລະບາດຂອງພະຍາດໂຄວິດ-19 ບໍ່ພຽງພໍ ຢືນຢັນທີ່ຜ່ານມາແມ່ນໄດ້ພະຍາຍາມເຕັມທີ່ແລ້ວ ແລະ ກຽມຮ່ວມ COVAX ຕັ້ງເປົ້າຮັບວັກຊີນປີ 2022

ທ່ານ ດຣ ນະຄອນ ກ່າວຕື່ມວ່າ ໃນປີໜ້າຈະຮີບເລັ່ງຈັດຫາວັກຊີນຮຸ່ນທີ່ 2 ທີ່ສາມາດຮອງຮັບໄວຣັສທີ່ກາຍພັນໄດ້ ເຊິ່ງມີເປົ້າໝາຍຈັດສົ່ງໄດ້ໃນຊ່ວງໄຕມາດທໍາອິດຂອງປີ 2022 ເປັນເປົ້າໝາຍທີ່ຕ້ອງເລັ່ງດໍາເນີນການເພ່ະບໍ່ສາມາດລໍຖ້າໄດ້ ຕ້ອງສັ່ງຈອງໄວ້ລ່ວງໜ້າ

ນອກຈາກນີ້ ຍັງຢູ່ໃນການເຂົ້າຮ່ວມໂຄງການ COVAX ພຽງແຕ່ຍັງບໍ່ມີການລົງນາມໃນການຈັດຫາວັກຊີນຮ່ວມກັນ ສ່ວນນີ້ສະຖາບັນວັກຊີນແຫ່ງຊາດເລີ່ມກຽມການເຈລະຈາປະສານງານໃນການຂໍຈັດຫາວັກຊີນຮ່ວມກັບ COVAX ໂດຍມີເປົ້າໝາຍໄດ້ຮັບວັກຊີນໃນປີ 2022 ຄວບຄູ່ກັບການເຈລະຈາກັບບໍລິສັດຜູ້ຜະລິດດ້ວຍຕົນເອງ ເຊິ່ງຫາກມີຂໍ້ສະຫຼຸບເບື້ອງຕົ້ນທີ່ຊັດເຈນຈະບໍ່ໄດ້ມີການສະເໜີຜ່ານຄະນະເຮັດວຽກທີ່ກ່ຽວຂ້ອງຕໍ່ໄປ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...