spot_img
Homeຂ່າວຕ່າງປະເທດໄຂຂໍ້ຂ້ອງໃຈ ແສງໄຟປິດສະໜາຄ້າຍແສງ "ຢູເອຟໂອ" ທີ່ ສະວີເດນ

ໄຂຂໍ້ຂ້ອງໃຈ ແສງໄຟປິດສະໜາຄ້າຍແສງ “ຢູເອຟໂອ” ທີ່ ສະວີເດນ

Published on

ເມື່ອວັນສຸກທີ່ຜ່ານມາຕາມເວລາທ້ອງຖິ່ນໃນເຂດສວນອຸດທະຍານແຫ່ງຊາດ ອາບີສໂກຂອງ ສະວີເດນ ໄດ້ປະກົດໃຫ້ເຫັນແສງປະຫຼາດຂຶ້ນເໜືອທ້ອງຟ້າ

ຊາດ ແບລັກລີ ເຈົ້າຂອງເວັບໄຊ໌ (www.lightsoverlapland.com) ລະບຸວ່າ ເຂົາໄດ້ຮັບໂທລະສັບຈາກ ໂອລີເວີຣ ໄຣຕ໌ ໜຶ່ງໃນໄກດ໌ຂອງເຂົາ ເຊິ່ງເປັນຊ່າງພາບສີມືລະດັບໂລກທີ່ເຮັດວຽກຮ່ວມກັບເຂົາເມື່ອຫຼາຍປີກ່ອນ ໂດຍ ໄຣຕ໌ ບອກກັບ ແບລັກລີວ່າ ເຂົາສັງເກດເຫັນ UFO

ແສງເໜືອຟ້າເປັນເລື່ອງທີ່ໜ້າຕື່ນເຕັ້ນສຳລັບຜູ້ທີ່ມາຢຽມຊົມສະຖານທີ່ແຫ່ງນີ້ ແລະ ໄດ້ພົບເຫັນແສງນັ້ນ ແຕ່ສຳລັບແບລັກລີ ແລະ ຄະນະເຈົ້າໜ້າທີ່ ພວກເຂົາເຫັນແສງແບບນີ້ມາແລ້ວນັບຄັ້ງບໍ່ຖ້ວນ ຈົນເມື່ອຮອດຄືນວັນສຸກທີ່ຜ່ານມາພວກເຂົາໄດ້ສັງເກດເຫັນຄວາມຜິດປົກກະຕິຂອງແສງນັ້ນ

ຫຼັງຈາກກວດສອບ ແລະ ໄດ້ຮັບການຊ່ວຍເຫຼືອຈາກຜູ້ຊ່ຽວຊານ ກໍ່ໄດ້ຂໍ້ສະຫຼຸບວ່າ ແສງທີ່ພວກເຂົາເຫັນນັ້ນຄືແສງຈາກການທີ່ຈະຫຼວດແອຕລາສ 5 ຖືກປ່ອຍ ຂຶ້ນຈາກຖານທັບອາກາດແວນແດນເບຣີກໃນລັດແຄລິຟໍເນຍຂອງ ສະຫະລັດ ໃນຊ່ວງຫຼາຍຊົ່ວໂມງກ່ອນໜ້ານັ້ນ ເພື່ອນຳສົ່ງດາວທຽມເວິລວິວ 4 ຂຶ້ນສູ່ວົງໂຄຈອນໃນອາວະກາດ

ຂ່າວຈາກ: http://news.mthai.com/hot-news/world-news/532948.html
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...