spot_img
Homeຂ່າວການສຶກສາໄຂຂໍ້ຂ້ອງໃຈ!! ກັບການສອບເສັງເຂົ້າ ມຊ 15,000ຄົນ ແຕ່ເອົາພຽງ 5000ຄົນ ເລື່ອງນີ້ມີຄຳຕອບ

ໄຂຂໍ້ຂ້ອງໃຈ!! ກັບການສອບເສັງເຂົ້າ ມຊ 15,000ຄົນ ແຕ່ເອົາພຽງ 5000ຄົນ ເລື່ອງນີ້ມີຄຳຕອບ

Published on

ສື່ສັງຄົມອອນລາຍໃຕ້ດິນຂ້ອງໃຈການສອບເສັງເຂົ້າຮຽນຢູ່ມະຫາວິທະຍາໄລ 15.000 ຄົນ ແຕ່ຮັບເອົາພຽງ 5.000 ຄົນ, ສ່ວນທີ່ເຫລືອ 10.000 ຄົນຈະເອົາໄປໄວ້ໃສ່ເພີ່ນວ່າ! ເລື່ອງນີ້ມີຄໍາຕອບ

ຈົດໝາຍແລກປ່ຽນ: ຫລາຍທ່ານຕັ້ງຄໍາຖາມວ່າປີນີ້ກະຊວງສາສຶກສາທິການ ແລະ ກິລາເປີດເຜີຍວ່າໄດ້ມີນັກຮຽນນັກສຶກສາເຂົ້າສອບເສັງຢູ່ມະຫາວິທະຍາແຫ່ງຕ່າງໆທົ່ວປະເທດປະມານ 15.000 ຄົນ ແຕ່ຈະຄັດເລືອກເອົາພຽງ 5.000 ຄົນເທົ່ານັ້ນເພື່ອບັນຈຸເຂົ້າຮຽນໃນລະດັບມະຫາວິທະຍາໄລ. ເພີ່ນວ່າຄັນຊັນຍັງເຫລືອ 10.000 ຄົນຈະເອົາໄປໃສ່? ໄປຮຽນຢູ່ໃສ? ບໍ່ຕົກຄ້າງ? ອາດກາຍເປັນຄົນເສເພ ແລະ ກາຍເປັນຄົນວິໃຈຝຸ່ນເລາະຫາຫລິ້ນຕາມກາງບ້ານຮ້ານຫຍ້າບໍ? ໃຜຈະເປັນຜູ້ແບກຮາບພາລະເຂົາເຈົ້າ? ຖ້າປ່ອຍປະລະເລີຍດົນໄປເຂົາເຈົ້າບໍ່ໄປເປັນນັກເລັງອັດຕະພານ ແລະ ຕິດຢາບ້າຂ້າຄົນບໍ?

ທ່ານ ດຣ ສະໜອງເພັດມີຄວາມຄິດແລກປ່ຽນ ແລະ ໃຫ້ທັດສະນະວ່າ: ເລື່ອງບັນຫາດັ່ງກ່າວບໍ່ຕ້ອງງໍ້ ແລະ ບໍ່ຕ້ອງຄິດແບບຕື້ນໆ ຂໍໃຫ້ຄິດແບບກວ້າງ ແລະ ເບິ່ງໂລກແນ່ແບບອາຍຸຢືນຍາວໝາຍວ່າໃນໂລກບໍ່ມີປະເທດໃດດອກທີ່ວ່າການສອບເສັງຈະໄດ້ໝົດທຸກຄົນ ແລະ ຜູ້ເສັງຕົກຈະກາຍເປັນຄົນຜີບ້າໝົດທຸກຄົນເພາະລະບົບການພັດທະນາການສຶກສາມີຂັ້ນມີຕອນ ແລະ ມີການຈັດລຽນອັນດັບຄວາມສໍາຄັນຂອງມັນຍົກຕົວຢ່າງວ່າມີນັກສອບເສັງ 15.000 ຄົນ ແຕ່ຄັດເລືອກພຽງແຕ່ 5.000 ຄົນເຂົ້າຮຽນມະຫາວິທະຍາໄລ ສ່ວນທີ່ເຫລືອກໍຕ້ອງໄປຮຽນວິຊາຊີບຕາມສາຂາຕ່າງໆທີ່ເຂົາເຈົ້າມັກໃນວິທະຍາໄລ ແລະ ໂຮງຮຽນວິຊາຊີບແຫ່ງຕ່າງໆເຊັ່ນ: ກົນຈັກ, ຕັດຫຍີບ, ບໍລິການ ແລະ ອື່ນໆ.

ສະນັ້ນໃຫ້ເຂົ້າໃຈວ່າມັນເປັນບໍ່ໄດ້ດອກເສັງ 15.000 ຄົນຈະເກັງໝົດ ແລະ ໄດ້ຫລຽນຄໍາໝົດໂດຍເຫດຜົນດັ່ງກ່າວຈິ່ງເວົ້າວ່າໃນສັງຄົມມີຜູ້ເກັ່ງ, ມີຜູ້ປານກາງ ແລະ ຜູ້ອ່ອນ ສິ່ງສໍາຄັນຕ້ອງຮູ້ຈັດລຽງອັນໃດຄວນເປັນທີ 1 ແລະ ທີຕໍ່ໄປ. ຜ່ານມາມີແຫລ່ງຂ່າວໃຕ້ດິນກໍນໍາສະເໜີຂໍ້ມູນຫລາຍສີຫລາຍສັນ ແລະ ໜ້າສົນໃຈ ແຕ່ຖ້າດີກໍຂໍໃຫ້ເບິ່ງບັນຫາກວ້າງ ແລະ ມີລັກສະນະສ້າງສັນ.

ຂ່າວຈາກ: ສຳນັກຂ່າສານປະເທດລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...