spot_img
Homeເກັບຕົກ-ເລື່ອງແປກແກ້ກົດໝາຍໃຫ້ຜູ້ຊາຍມີເມຍຫຼາຍຄົນ

ແກ້ກົດໝາຍໃຫ້ຜູ້ຊາຍມີເມຍຫຼາຍຄົນ

Published on

ແກ້ກົດໝາຍໃຫ້ຜູ້ຊາຍມີເມຍຫຼາຍຄົນ
ແກ້ກົດໝາຍໃຫ້ຜູ້ຊາຍມີເມຍຫຼາຍຄົນ

ອິດສາຜູ້ຊາຍເຄັນຢາ ບໍ່ ເມື່ອປະທານນາທິບໍດີຂອງປະເທດ ໃດ້ອອກກົດໝາຍສະບັບໃໝ່ ເຊິ່ງມີຜົນໃຫ້ຜູ້ຊາຍຊາວເຄັນຢາສາມາດແຕ່ງງານໃໝ່ ແລະມີພັນລະຍາໃດ້ຫຼາຍຄົນ ໂດຍບໍ່ຕ້ອງໃດ້ຮັບຄວາມຍິນຍອມຈາກພັນລະຍາປັດຈຸບັນ

ທ່ານ ອູຮູລູ ເຄັນຍັດຕາ ປະທານນາທິບໍດີເຄັນຢາ ລົງນາມໃນກົດໝາຍສະບັບໃໝ່ທີ່ຜ່ານການພິຈາລະນາ ຈາກສະພາຕັ້ງແຕ່ເດືອນມີນາທີ່ຜ່ານມາ ກົດໝາຍສະບັບນີ້ລະບຸໃຫ້ຜູ້ຊາຍຊາວເຄັນຢາ ສາມາດແຕ່ງງານໃໝ່ຫຼາຍເທື່ອກໍ່ໃດ້ ຫາກສາມາດລ້ຽງພັນລະຍາເຫຼົ່ານັ້ນໃດ້ ແລະບໍ່ຕ້ອງໃດ້ຮັບຄວາມຍິນຍອມຈາກພັນລະຍາປັດຈຸບັນ.
ກົດໝາຍດັ່ງກ່າວ ໃດ້ຮັບຄວາມວິພາກວິຈານເປັນວົງກວ້າງ ໂດຍສະເພາະຈາກສະມາສິກສະພາແມ່ຍິງຂອງເຄັນຢາທີ່ເບິ່ງວ່າ ກົດໝາຍດັ່ງກ່າວສ້າງປັນຫາໃຫ້ສັງຄົມ ແລະຄວາມແຕກແຍກໃນຄອບຄົວ

ໃນທາງຕົງກັນຂ້າມ ບັນດາສະມາຊິກຜູ້ຊາຍໃຫຫ້ເຫດຜົນສະນັບສະໜຸນກົດໝາຍນີ້ ເປັນສິດທິຂອງຜູ້ຊາຍຊາວເຄັນຢາທີ່ເພິງໃດ້ຮັບ ຕາມທຳນຽມປະຕິບັດຂອງຊາວແອຟຣິກາ ຂະນະທີ່ພະຄໍາພີໄບເບິນ ກໍ່ບໍ່ໃດ້ກຳນົດຫ້າມໃຫ້ຜູ້ຊາຍມີພັນຍາຫຼາຍຄົນ

ໂດຍກົດໝາຍສະບັບນີ້ ຈະໃຫ້ຂົນທຳນຽມທີ່ກ່ຽວຂ້ອງກັບປະເດັນດັ່ງກ່າວ ຂອງຊົນເຜົ່າໃນເຄັນຢາກາຍເປັນສິ່ງທີ່ຖືກຕ້ອງຕາມກົດໝາຍ ຕົງຂ້າມກັບກົດໝາຍສະບັບກ່ອນທີຖືກຕີຕາຂື້ນ ໃນສະໄໝທີ່ເຄັນຢາຍັງເປັນອານານິຄົມຂອງອັງກິດ ເຊິ່ງເຈົ້າອານານິຄົມບໍ່ເຂົ້າໃຈວັດທະນາທຳຂອງຊົນເຜົ່າ
ທີ່ຜູ້ຊາຍສາມາດມີພັນລະຍາ ໃດ້ຫຼາຍຄົນ.

ຢ່າງໃດກໍ່ຕາມ ພາຍໃຕ້ກົດໝາຍແຕ່ງງານສະບັບໃໝ່ ແມ່ຍິງຊາວເຄັນຢາ ໃດ້ຮັບອານຸຍາດ ໃຫ້ສາມີພຽງຄົນດຽວເທົ່ານັ້ນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...