spot_img
Homeນານາສາລະໃຜທີ່ບໍ່ມັກກິນອາຫານເຊົ້າສ່ຽງເປັນ 5 ພະຍາດນີ້

ໃຜທີ່ບໍ່ມັກກິນອາຫານເຊົ້າສ່ຽງເປັນ 5 ພະຍາດນີ້

Published on

ການກິນອາຫານເຊົ້າເປັນສິ່ງສຳຄັນ ແຕ່ຫຼາຍຄົນບໍ່ມັກກິນ ຈົນຕິດເປັນນິໄສ ເຊິ່ງບາງຄົນກໍຟ້າວໄປໂຮງຮຽນ, ໄປເຮັດວຽກ ຫຼືນອນຕື່ນສວາຍ, ຖ້າໃຜຫາກຟ້າວແບບນີ້ ກໍຄວນຮີບປ່ຽນນິໄສ ເພາະມີຄວາມສ່ຽງທີ່ຈະເປັນພະຍາດທີ່ອັນຕະລາຍ
1. ພະຍາດເບົາຫວານ: ອາຫານເຊົ້າເປັນສິ່ງທີ່ສໍາຄັນ ເຊິ່ງຮ່າງກາຍຕ້ອງການຫຼາຍທີ່ສຸດ ເພາະຮ່າງກາຍຕ້ອງໃຊ້ພະລັງງານ ແລະສານອາຫານເຂົ້າໄປກະຕຸ້ນລະບົບເຜົາຜານ, ລວມຮອດຊ່ວຍຫຼຸດພາວະຜິດປົກກະຕິຂອງໂຮໂມນອິນຊູລິນ ເຊິ່ງຖືເປັນສາເຫດຂອງການເກີດພະຍາດເບົາຫວານຮອດ 50%

  1. ກົດໄຫຼກັບ: ກະເພາະອາຫານຂອງເຮົາເມື່ອຮອດເວລາ ມັນກໍຈະຫຼັ່ງນໍ້າຍ່ອຍອອກມາ ເພື່ອຍ່ອຍອາຫານຕາມປົກກະຕິ ແຕ່ຖ້າເຮົາບໍ່ກິນເຂົ້າເຊົ້າ ນໍ້າຍ່ອຍເຫຼົ່ານັ້ນກໍ ຈະບໍ່ໄດ້ໃຊ້ງານ ແລະຖືກຂັງຢູ່ໃນຮ່າງກາຍຂອງເຮົາ ເຮັດໃຫ້ຫຼອດອາຫານ ແລະເຍື່ອໃນກະເພາະອາຫານເກີດການລະຄາຍເຄືອງ ຖ້າເຮົາຫາກເຮັດຕະຫຼອດເປັນເວລາດົນ ຈະເຮັດໃຫ້ກົດໄຫຼກັບພວກນີ້ ຈະໄຫຼເຂົ້າໄປຫາຫຼອດອາຫານ ຂຶ້ນໄປຮອດຄໍຫອຍໄດ້
  2. ພະຍາດຄວາມຈໍາເສື່ອມ: ນໍ້າຕານໃນເລືອດເປັນອາຫານທີ່ສຳຄັນສຳລັບສະໝອງ, ຫຼັງຈາກຕື່ນນອນຮ່າງກາຍເຮົາຈະບໍ່ໄດ້ຮັບສານອາຫານດົນຮອດ 10-12 ຊົ່ວໂມງ, ຖ້າເຮົາບໍ່ກິນອາຫານເຊົ້າ ຈະເຮັດໃຫ້ນໍ້າຕານໃນເລືອດຕໍ່າລົງ ເຮັດໃຫ້ນໍ້າຕານໄປລ້ຽງສະໝອງໜ້ອຍ ເຮັດໃຫ້ສະໝອງທີ່ເຮັດວຽກຈື່ຈຳເຮັດວຽກບໍ່ເຕັມທີ່ ແລະເສື່ອມສະພາບໄດ້
  3. ຕຸ້ຍຂຶ້ນ: ການບໍ່ກິນອາຫານເຊົ້າຈະເຮັດໃຫ້ ເຮົາຕຸ້ຍຂຶ້ນ ເພາະລະບົບເຜົາຜານຈະເຮັດວຽກຊ້າ, ຫິວຕະຫຼອດ, ຖ້າເຮົາອົດຕະຫຼອດ ເວລາຫິວຫຼາຍກໍຈະກິນຫຼາຍ ຈົນເຮັດໃຫ້ຕຸ້ຍຂຶ້ນ
  4. ພະຍາດຫົວໃຈ ແລະຫຼອດເລືອດ: ເຮົາບໍ່ກິນເຂົ້າເຊົ້າຈົນກາຍເປັນນິໄສ ຈະເຮັດໃຫ້ສ່ຽງເປັນພະຍາດຫຼາຍຊະນິດ ແລະເຮັດໃຫ້ຄໍເລດເຕີລໍ ໃນຮ່າງກາຍຫຼາຍຂຶ້ນ ເຮັດໃຫ້ສ່ຽງເປັນພະຍາດຫົວໃຈ ແລະຫຼອດເລືອດໄດ້

ເມື່ອເຮົາຮູ້ຜົນຮ້າຍຂອງການບໍ່ກິນເຂົ້າເຊົ້າແບບນີ້ແລ້ວ ກໍຄວນຫັນມາເບິ່ງແຍງດູແລສຸຂະພາບດ້ວຍການກິນອາຫານເຊົ້າ ເພື່ອເຮັດໃຫ້ຮ່າງກາຍແຂງແຮງ, ພະຍາດໂລຄາບໍ່ມາໃກ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...