ໃນປີ 2024 ສິງກະໂປຈະບໍ່ໃຊ້ໜັງສືຜ່ານແດນທີ່ສະໜາມບິນຊາງງີ

0
532

ອີກບໍ່ດົນ ຜູ້ໂດຍສານຈະສາມາດເດີນທາງອອກຈາກສະໜາມບິນຊາງງີ ຂອງປະເທດສິງຫະໂປໄດ້ໂດຍບໍ່ໃຊ້ໜັງສືຜ່ານແດນ ເນື່ອງຈາກສິງກະໂປປ່ຽນແປງກົດໝາຍການເຂົ້າເມືອງ ທີ່ອະນຸຍາດໃຫ້ຢືນຢັນຕົວຕົນຜ່ານລະບົບຂໍ້ມູນລັກສະນະບຸກຄົນ ແບບຄົບວົງຈອນ ແທນການໃຊ້ໜັງສືຜ່ານແດນ.

ໃນວັນທີ 18 ກັນຍາ 2023 ທີ່ຜ່ານມາ ນາງ ໂຈເຊຟິນ ທິໂອ ລັດຖະມົນຕີກະຊວງການຕິດຕໍ່ສື່ສານສິງກະໂປ ກ່າວຕໍ່ລັດຖະສະພາວ່າ ສິງກະໂປຈະຢືນຢັນຕົວຕົນຜູ້ໂດຍສານຜ່ານລະບົບຂໍ້ມູນອັດຕາລັກສະນະບຸກຄົນຕາມຈຸດຕ່າງໆ ຕັ້ງແຕ່ຈຸດໂຫຼດເຄື່ອງ ໄປຈົນເຖິງຈຸດກວດຄົນເຂົ້າ-ອອກເມືອງ ແລະ ການຂຶ້ນເຮືອບິນ ຕັ້ງແຕ່ປີ 2024 ເປັນຕົ້ນໄປ.

ວິທີດັ່ງກ່າວຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ໂດຍບໍ່ຕ້ອງສະແດງເອກະສານການເດີນທາງຊ້ຳອີກ ໃນຂັ້ນຕອນສະແດງຕົວຕົນຕ່າງໆ.

ປັດຈຸບັນ ສິງກະໂປກຳລັງສ້າງອາຄານຮອງຮັບຜູ້ໂດຍສານແຫ່ງທີ 5 ໃນສະໜາມບິນຊາງງີ ທັ້ງນີ້ ສະໜາມບິນຊາງງີ ຍັງໄດ້ຈັດອັນດັບໃຫ້ເປັນສະໜາມບິນທີ່ດີທີ່ສຸດໃນໂລກ ໂດຍຮອງຮັບຜູ້ໂດຍສານເຖິງ 5,12 ລ້ານຄົນ ໃນເດືອນມິຖຸນາ ເຊິ່ງທະລຸ 5 ລ້ານຄົນ ເປັນຄັ້ງທຳອິດນັບຕັ້ງແຕ່ມີການລະບາດຂອງໂຄວິດ-19 ໃນປີ 2020.

ແຫຼ່ງຂ່າວ CNN