spot_img
Homeຂ່າວພາຍ​ໃນໃຊ້ແຮງງານນັກຮຽນມອດໄຟປ່າທີ່ຫຼວງພະບາງ

ໃຊ້ແຮງງານນັກຮຽນມອດໄຟປ່າທີ່ຫຼວງພະບາງ

Published on

ຈາກກໍລະນີທີ່ມີສື່ສັງຄົມອອນລາຍໄດ້ເຜີຍແຜ່ຂ່າວວ່າມີການນໍາໃຊ້ແຮງງານທີ່ເປັນນັກຮຽນຢູ່ເມືອງຈອມເພັດ ແຂວງຫຼວງພະບາງ ໄປມອດໄຟປ່າທີ່ເກີດຂຶ້ນ ເຮັດໃຫ້ຫຼາຍຄົນໃນສັງຄົມໃຫ້ຄວາມສົນໃຈ ແລະ ຢາກຮູ້ຄວາມຈິງທີ່ເກີດຂຶ້ນ.

​ໃນວັນທີ 2 ມີນາ 2023 ທ່ານ ນາງ ຈັນດີ ເຢັ່ງວື ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງຈອມເພັດ ໄດ້ຊີ້ແຈງກ່ຽວກັບເຫດການດັ່ງກ່າວຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວວ່າ: ຄວາມຈິງແລ້ວໄຟປ່າທີ່ໄໝ້ຢູ່ພູນາງຢູ່ພາຍໃນເມືອງຈອມເພັດ ໄດ້ເກີດຂຶ້ນແຕ່ວັນທີ 19-24 ກຸມພາຜ່ານມານີ້ ເຊີ່ງອົງການປົກຄອງແຂວງ ໄດ້ຊີ້ນໍາໃຫ້ນໍາໃຊ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານພາຍໃນເມືອງ ແລະ ປະຊາຊົນພາຍໃນ ບ້ານນາຄໍາ ແລະ ບ້ານຊຽງແມນ ເຊີ່ງເປັນເຂດທີ່ເກີດໄຟປ່າຂຶ້ນໄປມອດໄຟປ່າ ໂດຍບໍ່ໄດ້ໃຊ້ກໍາລັງນັກຮຽນແຕ່ຢ່າງໃດ.

ແຕ່ຍ້ອນເມັດໄຟປ່າໄດ້ປີວມາຕົກໃສ່ກອງໃບໄມ້ເຊີ່ງເປັນປ່າໄຜ່ຢູ່ຂ້າງໂຮງຮຽນບ້ານຊຽງແມນ ຖ້າບໍ່ມອດໃນທັນທີ່ທັນໃດຈະເຮັດໃຫ້ເກີດໄຟໄໝ້ລາມໄປບ່ອນອື່ນ ແລະ ສ້າງຄວາມເສຍຫາຍຫລາຍຢ່າງ, ຄູອາຈານ ແລະ ນັກຮຽນຈຶ່ງພ້ອມກັນຮີບຮ້ອນພາກັນຕັກນໍ້າໄປດັບມອດເຊີ່ງໃຊ້ເວລາບໍ່ດົນກໍ່ສໍາເລັດ.

ທ່ານ ນາງ ຈັນດີ ເຢັ່ງວື ຢືນຢັນຕື່ມວ່າ: ຈາກກໍລະນີທີ່ມີຜູ້ນໍາເອົາດັ່ງກ່າວໄປເຜີຍແຜ່ຜ່ານສື່ອອນລາຍວ່າອົງການປົກຄອງເມືອງ ລະດົມນັກຮຽນເພື່ອໄປດັບມອດໄຟປ່າທີ່ເກີດຂຶ້ນແມ່ນບໍ່ເປັນຄວາມຈິງແຕ່ຢ່າງໃດ, ພ້ອມນີ້ ທ່ານຍັງຝາກມາຍັງຜູ້ທີ່ນໍາໃຊ້ສື່ສັງຄົມອອນລາຍໃນສັງຄົມ ຄວນເສບຂ່າວຢ່າງມີສະຕິ ແລະ ພິຈາລະນາຂ່າວທີ່ເກີດຂຶ້ນໃຫ້ລະອຽດ ໂດຍມີການສອບຖາມອົງການປົກຄອງ ຫລື ທ້ອງຖິ່ນທີ່ກ່ຽວຂ້ອງກ່ອນເພື່ອໃຫ້ໄດ້ຂໍ້ມູນທີ່ຖືກຕ້ອງ.

ແຫຼ່ງຂ່າວຈາກ laoyout fm90.0

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...