ໄຟຟ້າຫົງສາ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເລີ່ມຈ່າຍກະແສໄຟຟ້າຢ່າງເປັນທາງການ ຈາກເຄື່ອງຈັກຜະລິດໜ່ວຍທີ 1 ໂດຍຜ່ານລະບົບສາຍສົ່ງ 500 ກິໂລໂວນ ເຂົ້າສູ່ລະບົບສົ່ງໄຟຟ້າຂອງບໍລິສັດການໄຟຟ້າຝ່າຍຜະລິດແຫ່ງປະເທດໄທແລ້ວ.
ໃນວັນທີ 02 ມິຖຸນາ 2015 ຜ່ານມາ ຕາມກຳນົດເວລາຂອງສັນຍາຊື້-ຂາຍໄຟຟ້າ (PPA) ກັບ ບໍລິສັດການໄຟຟ້າ ຝ່າຍຜະລິດແຫ່ງປະເທດໄທ ຖືເປັນຄວາມສຳເລັດຄັ້ງສຳຄັນຂອງໂຄງການຮ່ວມມືລະຫວ່າງ ບໍລິສັດທີ່ເປັນເອກະຊົນຄື ບໍລິສັດໄຟຟ້າຫົງສາຈຳກັດ ເປັນບໍລິສັດນິຕິບຸກຄົນຈົດທະບຽນໃນ ສປປ.ລາວ ແລະ ຖືຫຸ້ນມີ 3 ບໍລິສັດ ເຊັ່ນ ບໍລິສັດຣາຊະບູຣີໂຮນດິ້ງຈຳກັດມະຫາຊົນ, ເຊິ່ງເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ ປະເທດໄທ ຖືຫຸ້ນ 40% ກຸ່ມບໍລິສັດບ້ານປູພາວເວີຈຳກັດ ມະຫາຊົນ (ປະເທດໄທ) ຖືຫຸ້ນ 40% ແລະ ບໍລິສັດລັດວິສາຫະກິດໄຟຟ້າລາວ ຖືຫຸ້ນ 20% ເຊິ່ງໄດ້ອະນຸຍາດໃຫ້ສຳປະທານທາງດ້ານພະລັງງານ ຈາກລັດຖະບານສປປ.ລາວ ເປັນໄລຍະເວລາ 25 ປີ (2016-2041) ໂດຍການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນທີ່ໃຊ້ຖ່ານຫີນຈາກການຂຸດຄົ້ນຖ່ານຫີນໃນພື້ນທີ່ຂອງໂຄງການເປັນເຊື້ອໄຟ ເຊິ່ງປະກອບດ້ວຍໜ່ວຍການຜະລິດ ຈຳນວນ 3 ໜ່ວຍ ມີກຳລັງການຜະລິດໜ່ວຍລະ 626 ເມກາວັດ ຮວມທັງໝົດ 1.878 ເມກາວັດ
ມີມູນຄ່າການລົງທຶນ 3.710 ລ້ານໂດລາສະຫະລັດ ແລະ ຄາດວ່າ ໜ່ວຍການຜະລິດທີ 2 ກໍ່ມີກຳນົດການຈ່າຍກະແສໄຟຟ້າໃນຕົ້ນເດືອນພະຈິກ 2015 ທີ່ຈະມາເຖິງ ແລະ ໜ່ວຍການຜະລິດທີ 3 ແມ່ນໃນເດືອນມີນາ ປີ 2016 ຕາມລຳດັບ.