spot_img
Homeຂ່າວພາຍ​ໃນໂຮງຮຽນສາມັນສຶກສາທົ່ວປະເທດກຽມເປີດສົກຮຽນໃໝ່ໃນວັນທີ 1 ກັນຍາປີນີ້

ໂຮງຮຽນສາມັນສຶກສາທົ່ວປະເທດກຽມເປີດສົກຮຽນໃໝ່ໃນວັນທີ 1 ກັນຍາປີນີ້

Published on

ຫ້ອງການກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການເຖິງພະແນກສຶກສາທິການ ແລະ ກິລາບັນດາແຂວງ ລວມທັງນະຄອນຫຼວງວຽງຈັນເລື່ອງການພັກສິ້ນປິຮຽນສຳລັບສົກຮຽນ 2020-2021 ແລະ ເປີດສົກຮຽນໃໝ່ຂອງໂຮງຮຽນສາມັນສຶກສາປະຈໍາສົກຮຽນ 2021-2022 ເຊິ່ງບັນດາໂຮງຮຽນສາມັນສຶກສາທຸກແຫ່ງທົ່ວປະເທດແມ່ນຈະມີການຈັດຕັ້ງພິທີເປີດສົກຮຽນໃໝ່ຢ່າງເປັນທາງການໃນວັນທີ 1 ກັນຍາທີ່ຈະມາເຖິງນີ້.

ແຈ້ງການລະບຸວ່າ: ທຸກໂຮງຮຽນຈະມີການມອບຕາຕະລາງສອນໃຫ້ກັບຄູອາຈານໃນໂຮງຮຽນຂອງຕົນ ພ້ອມກະກຽມເອກະສານສຳລັບການລົງທະບຽນຂອງນັກຮຽນພາຍໃນອາທິດທີ 4 ຂອງເດືອນສິງຫານີ້, ພ້ອມກັນນັ້ນ, ຄະນະອຳນວຍການໂຮງຮຽນ, ຄູ ແລະ ນັກຮຽນທຸກຄົນຕ້ອງໃສ່ຜ້າອັດປາກ-ດັງຕະຫຼອດເວລາທີ່ຢູ່ໃນໂຮງຮຽນ, ໝັ່ນລ້າງມືດ້ວຍສະບູ ຫຼື ເຈວລ້າງມື ແລະ ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ. ສຳລັບໂຮງຮຽນທີ່ຢູ່ໃນເຂດທີ່ມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ (ເຂດພື້ນທີ່ສີແດງ) ແລະ ໂຮງຮຽນທີ່ຍັງໃຊ້ເປັນສູນກັກບໍລິເວນຜູ້ທີ່ມີຄວາມສ່ຽງໃນການຕິດເຊື້ອໂຄວິດ ແມ່ນບໍ່ສາມາດເປີດສົກຮຽນໃໝ່ໄດ້.

ຢ່າງໃດກໍຕາມ, ທາງຫ້ອງການກະຊວງສຶກສາທິການ ແລະ ກິລາກໍໄດ້ຝາກເຖິງພໍ່ແມ່ຜູ້ປົກຄອງນັກຮຽນ ແລະ ສັງຄົມໃຫ້ມີຄວາມຮັບຮູ້, ເຂົ້າໃຈ, ທັງເຊື່ອໝັ້ນຕໍ່ວິທີການປ້ອງກັນ, ຄວບຄຸມ, ຫຼີກເວັ້ນຄວາມສ່ຽງໃນການຕິດເຊື້ອພະຍາດ, ບໍ່ຢ້ານກົວຕໍ່ສະຖານທີ່ຮຽນ ຫຼື ໂຮງຮຽນ ທັງໃຫ້ຄວາມຮ່ວມມືໃນການສົ່ງລູກຫຼານຂອງຕົນເຂົ້າຮຽນຢ່າງຄົບຖ້ວນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...