spot_img
Homeຂ່າວການສຶກສາ ໂຮງຮຽນທົ່ວເມືອງຫີນບູນ ໄຂສົກຮຽນໃໝ່ຕາມແຜນ

ໂຮງຮຽນທົ່ວເມືອງຫີນບູນ ໄຂສົກຮຽນໃໝ່ຕາມແຜນ

Published on

08

ຂປລ. ວັນທີ 3 ກັນຍາ 2015 ທ່ານ ສະຫວັດ ໄຟມະສານ ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາ ປະຈໍາເມືອງຫີນບູນ ແຂວງຄຳມ່ວນ ໄດ້ລາຍງານ ສະພາບ ໂດຍລວມ ກ່ຽວກັບ ການໄຂສົກຮຽນໃໝ່ ວ່າ: ສົກຮຽນນີ້ ບັນດາໂຮງຮຽນແຫ່ງຕ່າງໆ ໃນທົ່ວເມືອງ ແມ່ນມີຄວາມພ້ອມ ໂດຍພື້ນຖານ ທາງດ້ານ ອາຄານຮຽນ, ສື່ການສອນ ແລະ ອຸປະກອນ ຮັບໃຊ້ ການສິດສອນອື່ນໆ, ຕະຫລອດເຖິງ ພະນັກງານຄູສອນ​ໂດຍໄດ້​​ໄຂສົກຮຽນໃໝ່ ໃນວັນທີ 1 ກັນຍາ 2015 ຕາມ​ແຜນການ ​ທີ່ພະ​ແນ​ກສຶກສາ ​ທິການ ​ແລະ ກິລາ​ ວາງ​ອອກ, ​ເຊິ່ງທົ່ວເມືອງ ມີໂຮງຮຽນປະຖົມ 102 ແຫ່ງ, ມັດທະຍົມ 15 ແຫ່ງ ແລະ ອະນຸບານ 18 ແຫ່ງ.

ສຳລັບແຜນພັດທະນາ ການສຶກສາ ປະຈໍາສົກຮຽນ 2015 -2016 ​ຈະຂະຫຍາຍ ຫ້ອງກຽມປະຖົມ ໃຫ້ໄດ້ 1 ແຫ່ງ; ຂະຫຍາຍໂຮງຮຽນ ອະນຸບານ ໃຫ້ໄດ້ 4 ແຫ່ງ, ເດັກອາຍຸ 3-5 ປີ ຕ້ອງໄດ້ເຂົ້າຮຽນ ອະນຸບານ ຫລື ຫ້ອງກຽມ ຕາມບ່ອນມີເງື່ອນໄຂ; ອັດຕາເຂົ້າຮຽນ ສຸດທິຊັ້ນປະຖົມ ໃຫ້ໄດ້ 98%; ອັດຕາຄ້າງຫ້ອງ ຊັ້ນປະຖົມ ໃຫ້ຫລຸດລົງຍັງເຫລືອພຽງ 4%; ອັດຕາການປະລະ ໃຫ້ຍັງເຫລືອ 3%; ຄາດໝາຍ ຜົນການສອບເສັງ ເລື່ອນຂັ້ນ ແລະ ຈົບຊັ້ນປະຖົມ ໃຫ້ໄດ້ 95%; ເພີ່ມອັດຕາ ການເຂົ້າຮຽນ ຊັ້ນມັດທະຍົມ ຕອນຕົ້ນ ໃຫ້ໄດ້ 60%; ອັດຕາ ເຂົ້າຮຽນຊັ້ນມັດທະຍົມ ຕອນປາຍ ໃຫ້ໄດ້ 43%; ຫລຸດຜ່ອນ ອັດຕາປະລະ ການຮຽນ ໃນຊັ້ນມັດທະຍົມ ຕອນຕົ້ນ ໃຫ້ຍັງເຫລືອ 5% ແລະ ມັດທະຍົມ ຕອນປາຍ ໃຫ້ຍັງເຫລືອ 2%.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...