spot_img
Homeຂ່າວພາຍ​ໃນໂອບາມາ ມີກຳນົດຢ້ຽມຊົມສູນ ຟື້ນຟູຄົນພິການຈາກລະເບີດ ທີ່ຕົກຄ້າງມາແຕ່ປາງສົງຄາມ

ໂອບາມາ ມີກຳນົດຢ້ຽມຊົມສູນ ຟື້ນຟູຄົນພິການຈາກລະເບີດ ທີ່ຕົກຄ້າງມາແຕ່ປາງສົງຄາມ

Published on

ອີງຕາມວາລະການເດິນທາງຢ້ຽມຢາມແລະເຮັດວຽກ ຢູ່ລາວຂອງທ່ານ ປະທານາທິບໍດີສະຫະລັດຯ ບາຣັກ ໂອບາມາ ໃນວັນພຸດ 7/9/2016 ພະນະທ່ານ ຈະເດິນທາງເຂົ້າຢ້ຽມຊົມສູນ COPE (ອົງການອົງຄະທຽມ) ພ້ອມທັງຈະມີການໂອ້ລົມໃນສະຖານທີ່ດັ່ງກ່າວ.

ສູນຟື້ນຟູໜ້າທີ່ການ (COPE) ຫຼືເອີ້ນງ່າຍໆວ່າ ສູນອົງຄະທຽມ ເປັນສູນຟື້ນຟູຄົນພິການຂອງລາວ ທີີ່ລັດຖະບານສ້າງຕັ້ງຂຶ້ນ ໂດຍໄດ້ຮັບການຊ່ວຍເຫຼືອຈາກບັນດາປະເທດ ແລະອົງການສາກົນອື່ນໆ ສູນດັ່ງກ່າວແມ່ນມີບົດບາດສຳຄັນໃນການຟື້ນຟູຊ່ວຍເຫຼືອຄົນພິການໃນປະເທດລາວໃຫ້ສາມາດຊ່ວຍເຫຼືອໂຕເອງແລະຢູ່ຮ່ວມກັບສັງຄົມໄດ້ ໂດຍສະເພາະແມ່ນຄົນພິການທີ່ແຂນກຸດຂາຂາດຕາບອດ ຈາກອຸບັດເຫດລະເບີດທີ່ຕົກຄ້າງໃນປາງສົງຄາມ ໂດຍໄດ້ມີການເຝິກແອບ, ກາຍະພາບບຳບັດ ແລະປະດິດອົງຄະທຽມໃຫ້ຄົນພິການ.

2013-0129 cluster bombs2-900w
ຮູບພາບລະເບີດທີ່ຕົກຄ້າງໃນໜ້າດິນ ສປປ ລາວ ສະແດງໃຫ້ເຫັນວ່າລະເບີດໜ່ວຍໃຫຍ່ພຽງໜ່ວຍດຽວ ແຕ່ມີລະເບີດລູກນ້ອຍອີກ 300 ລູກຢູ່ໃນ ເມື່ອຖືກຖິ້ມຈາກຍົນລະເບີດຈະແຕກອອກ ແລະຫວ່ານບັນດາລູກລູກລະເບີດລົງສູ່ໜ້າດິນ ໃນນັ້ນ 30% ແມ່ນບໍ່ແຕກ

ໃນໄລຍະປີ 1964-1973 ສົງຄາມລັບໃນລາວ  (Secret Wars) ພາຍໃຕ້ການນຳຂອງ CIA ແລະການປົກປິດຂອງລັດຖະບານແລະກອງທັບສະຫະລັດ ໄດ້ມີການລະດົມຖິ້ມລະເບີດໃນດິນແດນປະເທດລາວ ປະມານ 3 ລ້ານໂຕນ ດ້ວຍຖ້ຽວບິນຫຼາຍກວ່າ 5 ແສນຖ້ຽວ ແລະ 30% ຫຼືປະມານ 170 ລ້ານລູກ (ລວມທັງນ້ອຍແລະໃຫຍ່່) ແມ່ນບໍ່ລະເບີດແລະໄດ້ຕົກຄ້າງຢູ່ໃນໜ້າດິນຂອງປະເທດລາວ ໂດຍຄວບຄຸມພື້ນທີ່ 87,200 ຕາກິໂລແມັດ ໃນພື້ນທີ່ 15 ແຂວງ ຈາກທັງໝົດ 17 ແຂວງ ແລະ 1 ນະຄອນຫຼວງ ທີ່ມີເນື້ອທີ່ລວມທັງໝົດ 236,800 ກິໂລຕາແມັດ. ຕະຫຼອດໄລຍະ 40 ກວ່າປີມານີ້ ມີປະຊາຊົນລາວຫຼາຍກວ່າ 20,000 ຄົນ ທີ່ໄດ້ຮັບເຄາະຈາກລະເບີດຕົກຄ້າງແຕ່ປາງສົງຄາມດັ່ງກ່າວ.

ທ່ານ ນາງຮິວລາຣີ ຄລິນຕັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສະຫະລັດອາເມລິກາ ເຂົ້າຢ້ຽມຢາມສູນຟື້ນຟູຄົນພິການ ແລະໄດ້ໂອ້ລົມກັບຕົວແທນຄົນພິການລາວ ເມື່ອເດືອນກໍລະກົດ 2012
ທ່ານ ນາງຮິວລາຣີ ຄລິນຕັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສະຫະລັດອາເມລິກາ ເຂົ້າຢ້ຽມຢາມສູນຟື້ນຟູຄົນພິການ ແລະໄດ້ໂອ້ລົມກັບຕົວແທນຄົນພິການລາວ ເມື່ອເດືອນກໍລະກົດ 2012

ເມື່ອທ້າຍປີ 2012 ທ່ານນາງ ຮຽວລາລີ ຄລິນຕັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຂອງສະຫະລັດອາເມລິກາ ທີ່ໄດ້ເດິນທາງຢ້ຽມຢາມແລະເຮັດວຽກຢູ່ລາວນັ້ນ ກໍໄດ້ເດິນທາງເຂົ້າຢ້ຽມຊົມສູນອົງຄະທຽມ ເພື່ອຫາວິທີໃຫ້ການຊ່ວຍເຫຼືອ ໂດຍສະເພາະແມ່ນທຶນຮອນໃນການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງໃນໜ້າດິນຂອງ ສປປ ລາວ ເຊິ່ງໃນແຕ່ລະປີສະຫະລັດອາເມລິກາ ໄດ້ໃຫ້ທຶນຊ່ວຍເຫຼືອເພື່ອເກັບກູ້ລະເບີດບໍ່ທັນແຕກແກ່ລາວຈຳນວນຫຼາຍສົມຄວນ.

ຖ້າຫາກບໍ່ມີການປ່ຽນແປງ ຕອນເຊົ້າ ວັນທີ 7 ກັນຍາ 2016 ທ່ານ ບາຣັກ ໂອບາມາ ປະທານາທິບໍດີແຫ່ງປະເທດ ສະຫະລັດອາເມລິກາ ຈະເດິນທາງເຂົ້າຢ້ຽມຊົມສູນດັ່ງກ່າວ ເຊິ່ງໃນໂອກາດດັ່ງກ່າວນັ້ນ ທ່ານ ບາຣັກ ໂອບາມາ ຈະໄດ້ພົບກັບຕົວແທນຜູ້ພິການຈາກລະເບີດຂອງລາວ, ຫົວໜ້າສູນ ແລະໃຫ້ຄຳໂອ້ລົມ.

ເລື່ອງລາວໃນປະຫວັດສາດປະຊາຊົນລາວຖືເປັນບົດຮຽນອັນໃຫຍ່ຫຼວງ ແລະຈະບໍ່ຖືເປັນເລື່ອງຄຽດແຄ້ນຫຼືບາດໝາງໃດໆ ເພາະມັນເປັນເລື່ອງຂອງອະດີດໄປແລ້ວ ນັບແຕ່ນີ້ຕໍ່ໄປປະຊາຊົນລາວຈະພະຍາຍາມບໍ່ໃຫ້ສົງຄາມເກີດຂຶ້ນອີກໃນດິນແດນນີ້ ແລະພາວະນາບໍ່ໃຫ້ມັນເກີດຂຶ້ນກັບບ່ອນໃດໃນໂລກນີ້. ປະຊາຊົນລາວຈະຮ່ວມກັບປະຊາຊົນທົ່ວໂລກ ສາມັກຄີຮັກແພງກັນ ຊ່ວຍເຫຼືອເຊິ່ງກັນແລະກັນ ຢູ່ນຳກັນຢ່າງສັນຕິ ແລະພ້ອມກັນສ້າງສາພັດທະນາ ຊີວິດການເປັນຢູ່ຂອງຕົນເອງໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ກ້າວສູ່ຄວາມສີວິໄລ ແລະໝັ້ນຄົງ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...