ໂບລີເວຍເກັບສົບຕາມຖະໜົນ-ເຮືອນກວ່າ 400 ສົບ ຄາດວ່າຕິດເຊື້ອໂຄວິດ-19 ແລະ ບໍ່ໄດ້ຮັກສາ

ເວັບໄຊຂ່າວ sanook ລາຍງານວ່າ ຕະຫຼອດໄລຍະ 5 ວັນທີ່ຜ່ານມາເຈົ້າໜ້າທີ່ຕຳຫຼວດໃນເມືອງຫຼວງຂອງໂບລີເວຍ ພົບສົບຜູ້ເສຍຊີວິດກວ່າ 400 ສົບຢູ່ທີ່ຖະໜົນ,​ໃນພາຫະນະ ແລະ ໃນເຮືອນ ເຊິ່ງໃນເບື້ອງຕົ້ນທາງເຈົ້າໜ້າທີ່ຕໍາຫຼວດສັນນິຖານວ່າ 85% ຂອງຜູ້ເສຍຊີວິດເປັນຜູ້ຕິດເຊື້ອໂຄວິດ-19.

ເຈົ້າໜ້າທີ່ລະບຸວ່າໃນລະຫວ່າງວັນທີ 15-20 ກໍລະກົດ ທີ່ຜ່ານມາພົບສົບ 191 ສົບໃນບໍລິເວນເມືອງໂຄຊາແບມບາ ແລະ ອີກ 141 ສົບໃນເມືອງລາປາຊ ແລະ ເມື່ອວັນທີ 21 ກໍລະກົດ ກໍ່ພົບຮ່າງຜູ້ເສຍຊີວິດໃນເມືອງຊານຕາຄຣູອີກ 85 ສົບ.

ເວັບໄຊ worldometers ຈຳນວນຜູ້ຕິດເຊື້ອໃນໂບລີເວຍທັງໝົດ 64,135 ຄົນ ແລະ ມີຜູ້ເສຍຊີວິດ 2,328 ຄົນ ໃນຂະນະທີ່ໂຮງໝໍນັ້ນມີຈຳນວນຜູ້ປ່ວຍເຕັມແລ້ວ ແລະ ຍັງຂາດບຸກຄະລາກອນທາງແພດໃນການຮັກສາຜູ້ປ່ວຍໂຄວິດ-19 ແລະ ໂຮງໝໍບາງແຫ່ງໃນບລີເວຍໄດ້ຕິດປະກາດໜ້າໂຮງໝໍວ່າ ບໍ່ມີພື້ນທີ່ຮອງຮັບຜູ້ປ່ວຍ.

 

ຮຽບຮຽງຂ່າວ: ພຸດສະດີ