Homeຂ່າວທ້ອງຖິ່ນລາວພົບຜູ້ຕິດເຊື້ອໂຄວິດ-19 ຮອບ 2 ກໍລະນີທີ 20 ເປັນຄົນເກົາຫຼີ

ລາວພົບຜູ້ຕິດເຊື້ອໂຄວິດ-19 ຮອບ 2 ກໍລະນີທີ 20 ເປັນຄົນເກົາຫຼີ

Published on

ອີງຕາມການຖະແຫຼງຂອງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເມື່ອວັນທີ 24 ກໍລະກົດ 2020 ທີ່ນະຄອນຫຼວງວຽງຈັນ, ໂດຍທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຢືນຢັນວ່າ ປະເທດລາວໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 20 ຫຼັງຈາກທີ່ ສປປ ລາວ ສາມາດຄວບຄຸມການລະບາດຂອງໄວຣັດໂຄວິດ-19 ໄດ້ເປັນເວລາ 101ວັນ.

ຜູ້ຕິດເຊື້ອໂຄວິດ-19ກໍລະນີທີ 20 ທີ່ໄດ້ຮັບການຢັ້ງຢືນ ເປັນເພດຊາຍ ອາຍຸ 32 ປີ, ສັນຊາດເກົາຫຼີ, ອາຊີບ: ວິຊາການໄຟຟ້າ , ບ່ອນເຮັດວຽກ: ເຂື່ອນໄຟຟ້ານໍ້າງຽບ (ຜູ້ກ່ຽວຍັງບໍ່ທັນໄປເຮັດວຽກຢູ່ເຂື່ອນເທື່ອ ເພາະຍັງກັກໂຕຕາມລະບຽບການ) ກັກໂຕຢູ່ໂຮງແຮມໄດ້ທີ່ຖືກກຳໜົດເປັນບ່ອນກັກກັນໃນນະຄອນຫຼວງວຽງຈັນ ບໍ່ມີອາການສະແດງອອກ

    • ຕາມການລາຍງານຂອງຜູ້ກ່ຽວ ກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ໄດ້ກວດ ໂຄວິດ-19 ດ້ວຍ RT-PCR ໃຫ້ຜົນລົບ.
    • ກ່ອນເດີນທາງມາປະເທດລາວ, ຜູ້ກ່ຽວອາໄສຢູ່ນຳຄອບຄົວ ບໍ່ມີພີ່ນ້ອງເປັນພະຍາດ COVID-19.

ວັນທີ 18 ກໍລະກົດ 2020.

    • ເດີນທາງຈາກປະເທດຍີ່ປຸ່ນ (ໂອສະກາ=>ໂຕກຽວ) ມາຜ່ານ ສສ ເກົາຫຼີ (ອິນຊອນ) ມາ ສປປ ລາວ ຜ່ານທາງສະໜາມ ບິນວັດໄຕ, ໂດຍຖ້ຽວບິນ QV922A, ເລກທີຕັ່ງນັ່ງ : 015E
    • ຜູ້ກ່ຽວເດີນທາງມາກັບກຸ່ມໝູ່ 4 ຄົນ, ໃນຖ້ຽວບິນQV922A ມີຜູ້ໂດຍສານ 109 ຄົນ.
    • ເດີນທາງຈາກສະໜາມບິນມາໂຮງແຮມດວ້ຍລົດຕູ້ເຊົ່າ (ຊຶ່ງໂຮງແຮມເຊົ່າມາ), ມີທັງໝົດ 6 ຄົນນັ່ງລົດຄັນດຽວກັນ ລວມທັງຜູ້ກ່ຽວ.
    • ນັບແຕ່ວັນທີ 18 ຫາ ວັນທີ 23 ກໍລະກົດ , ຜູ້ກ່ຽວບໍ່ໄດ້ເດີນທາງອອກຈາກຫ້ອງ. ກິນອາຫານຢູ່ໃນຫ້ອງໂດຍມີພະນັກ ງານນຳອາຫານ ແລະ ນ້ຳດື່ມໄປປະໄວ້ໜ້າຫ້ອງໃຫ້ ແລະ ບໍ່ມີໃຜເຂົ້າໄປໃນຫ້ອງ, ໄດ້ວັດແທກອຸນຫະພູມທຸກມື້ ເຊົ້າ-ແລງໂດຍພະນັກງານໂຮງແຮມ ແຕ່ບໍ່ໄດ້ເຂົ້າຫ້ອງ ຮັກສາໄລຍະຫ່າງ 1 ແມັດ (ອຸນຫະພູມສະເລ່ຍ 36,3 – 36,6 ອົງສາເຊ).
    • ບໍ່ມີພະນັກງານເຂົ້າໄປອະນາໄມໃນຫ້ອງນອນ ເພາະກົດລະບຽບຂອງໂຮງແຮມຄືຜູ້ກ່ຽວຕ້ອງຮັບຜິດຊອບເອງ, ທາງໂຮງແຮມໄດ້ຈັດກຽມອຸປະກອນທີ່ຈຳເປັນໄວ້ໃນຫ້ອງພັກໃຫ້ແກ່ຜູ້ກ່ຽວຕາມກຳໜົດ 14 ວັນ.

ວັນທີ 22 ກໍລະກົດ 2020

    • ທີມງານ ສວລ ຮວ່ມກັບພະແນກສາທານະຄອນຫຼວງ, ຫ້ອງການສາທາເມືອງສີໂຄດຕະບອງ ໄດ້ໄປເກັບຕົວຢ່າງຢູ່ໂຮງແຮມ.

ວັນທີ 23 ກໍລະກົດ 2020

    • ເວລາປະມານ 21:00 ໂມງ ຜົນກວດອອກມາພົບເຊື້ອ COVID-19
    • ຄົນເຈັບດັງກ່າວແມ່ນທາງໂຮງໝໍໄປຮັບເອົາມາປິ່ນປົວຢູ່ໂຮງໝໍມິດຕະພາບ

ຜູ້ສຳຜັດໃກ້ຊິດ ທີ່ໄຈ້ແຍກໄດ້ໃນເບື້ອງຕົນແມ່ນ 17 ຄົນ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...