spot_img
Homeຂ່າວຕ່າງປະເທດໂດນັລ ທຣໍ້າ ຈະຖືກສານສູງສຸດອາເມລິກາກວດສອບພາສີ

ໂດນັລ ທຣໍ້າ ຈະຖືກສານສູງສຸດອາເມລິກາກວດສອບພາສີ

Published on

ເມື່ອວັນຈັນທີ່ຜ່ານມາ ສານສູງສຸດອາເມລິກາ ໄດ້ຕັດສິນໃຈໃຫ້ໄອຍະການໃນລັດນິວຢອກ ສາມາດເຂົ້າເຖິງເອກະສານທາງການເງິນ ແລະ ຂໍ້ມຸນການເສຍພາສີຂອງ ທ່ານ ໂດນັລ ທຣໍ້າ ໄດ້ ຫຼັງຈາກທີ່ທ່ານ ທຣໍ້າ ພະຍາຍາມຕໍ່ສູ້ເພື່ອປົກປ້ອງຂໍ້ມູນທາງການເງິນຂອງຕົວເອງມາຕະຫຼອດ.

ໄອຍະການໄຊຣັສ ແວນຊ໌ ໄດ້ອອກໝາຍສານຮຽກຮ້ອງໃຫ້ບໍລິສັດບັນຊີ Mazars USA ຜູ້ດູແລບັນຊີຂອງ ທຣໍ້າ ສົ່ງຂໍ້ມູນທາງການເງິນຂອງເຂົາໃຫ້ຄະນະຕຸລາການ ເມື່ອເດືອນສິງຫາປີ 2019 ແຕ່ທ່ານ ທຣໍ້າ ໄດ້ຍື່ນຄຳຮ້ອງຕໍ່ສານສູງສຸດເພື່ອຂໍຢັບຢັ້ງຄຳສັ່ງສານດັ່ງກ່າວ ແຕ່ຫຼັງຈາກທີ່ເຂົາອອກຈາກທຳນຽບຂາວໃນວັນທີ 20 ມັງກອນ ທີ່ຜ່ານມາ.

ທ່ານ ທຣໍ້າໄດ້ປະຕິເສດທີ່ຈະເປີດເຜີຍຂໍ້ມູນການເສຍພາສີຂອງເຂົາ ແຕ່ເມື່ອເດືອນກັນຍາ 2021 ສຳນັກຂ່າວນິວຢອກທາມ ໄດ້ເປິດເຜີຍວ່າ ທຣໍ້າເສຍພາສີພຽງ 750 ລ້ານໂດລາ ໃນປີ 2016-2017.

ໂດນັລ ທຣໍ້າ ຍັງຖືກຟ້ອງໃນຄະດີຢົ້ວຢຸໃຫ້ເກີດການຈໍລະຈົນລັດຖະສະພາສະຫະລັດ ໃນວັນທີ 6 ມັງກອນ 2021 ທີ່ຜ່ານມາ ເຊິ່ງຜູ້ສະໜັບສະໜູນທຣໍ້າໄດ້ບຸກເຂົ້າໄປໃນອາຄານສະພາ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ເຊິ່ງໜຶ່ງໃນຜູ້ເສຍຊີວິດແມ່ນເຈົ້າໜ້າທີ່ຕຳຫຼວດປະຈຳສະພາ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...