spot_img
Homeຂ່າວພາຍ​ໃນໂດຍສານ​ສາຍ​ໃຕ້​ກຽມປັບ​ລົງ​ລາຄາຄ່າ​ໂດຍສານ​ໃນ​ໄວໆ​ນີ້ຕາມການຫລຸດລົງຂອງລາຄານ້ຳມັນ

ໂດຍສານ​ສາຍ​ໃຕ້​ກຽມປັບ​ລົງ​ລາຄາຄ່າ​ໂດຍສານ​ໃນ​ໄວໆ​ນີ້ຕາມການຫລຸດລົງຂອງລາຄານ້ຳມັນ

Published on

ປັດຈຸບັນທົ່ວສັງຄົມໄດ້ໃຫ້ຄວາມສົນໃຈກ່ຽວກັບບັນຫາລາຄາສິນຄ້າແລະບໍລິການຕ່າງໆທີ່ຕິດພັນກັບການນຳໃຊ້ນ້ຳມັນໃນການຂັບເຄື່ອນແລະ ໜຶ່ງໃນນັ້ນກໍແມ່ນບັນຫາລາຄາຄ່າລົດໂດຍສານ, ຕຸກໆ, ຈຳໂບ, ລົດເມສາໃຕ້, ​ສາຍເໜືອຕ່າງໆວ່າເປັນຫຍັງຈຶ່ງບໍ່ມີການປັບຫລຸດລາຄາລົງ, ທັງໆທີ່ລາຄານ້ຳມັນຫຼຸດລົງເກືອບເຄິ່ງ, ຊຶ່ງຕໍ່ບັນຫາດັ່ງກ່າວທາງໜັງສືພິມລາວພັດທະນາຂອງພວກເຮົາກໍໄດ້ລົງ​​​ໄປສອບຖາມຄະນະບໍລິຫານສະຖານີຂົນສົ່ງ​​ໂດຍສານສາຍໃຕ້ໃຫ້ຮູ້ວ່າ: ຜ່ານມາສະຖານີ້ໂດຍສານສາຍໃຕ້​​ກໍໄດ້​​ເຂົ້າຮ່ວມປຶກສາຫາລືກັບພາກສ່ວນກ່ຽວຂ້ອງຂອງກະຊວງໂຍທາທິການແລະ ຂົນສົ່ງມາແລ້ວກ່ຽວກັບການກະກຽມປັບລົງລາຄາຄ່າໂດຍສານຕ່າງໆ,ຕາມກົນໄກຫຼຸດລົງຂອງລາຄານ້ຳມັນໃນປັດຈຸບັນແລະ ທາງພາກສ່ວນກ່ຽວຂ້ອງເອງກໍມີ​​ແຜນຈະປັບລົງລາຄາຄ່າເຊັ່ນກັນ ແລະ ຄາດວ່າຈະມີຂຶ້ນໃນໄວ້ນີ້ຢ່າງແນ່ນອນ ເຊິ່ງປັດຈຸບັນແມ່ນພຽງແຕ່ລໍຖ້າແຈ້ງການຈາກພາກສ່ວນກ່ຽວຂ້ອງວ່າຈະປັບລົງໜ້ອຍຫຼາຍສຳໃດ ແລະ ຂໍຢືນຢັງວ່າເມື່ອຮັບແຈ້ງການ ຈາກພາກສ່ວນກ່ຽວຂ້ອງທາງໂດຍສານສາຍໃຕ້ກໍຈະປັບຮອບປີລົງລາຄາຄ່າ ໂດຍສານໃນທັນທີທັງນີ້ກໍເພື່ອອຳ ນວຍຄວາມສະດວກໃຫ້ຜູ້ໂດຍສານໄດ້ໄປມາຫາສູ່ກັນດີຂຶ້ນກວ່າເກ່ົາ.

 

ແຫລ່ງຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...