spot_img
Homeຂ່າວເຫດການໂຍທາອ້າງເສັ້ນທາງ 450 ປີລົດ ສັນຈອນໜ້ອຍບໍ່ຄຸ້ມຄ່າຕໍ່ການຕິດຕັ້ງໄຟອຳນາດ

ໂຍທາອ້າງເສັ້ນທາງ 450 ປີລົດ ສັນຈອນໜ້ອຍບໍ່ຄຸ້ມຄ່າຕໍ່ການຕິດຕັ້ງໄຟອຳນາດ

Published on

450 year lao

 

ພາຍຫລັງເສັ້ນທາງ 450 ປີໄດ້ກໍ່ສ້າງສຳເລັດ, ໄດ້ອຳນວຍຄວາມສະດວກບໍ່ໜ້ອຍໃຫ້ແກ່ການສັນຈອນ

ໄປມາບົນເສັ້ນທາງດັ່ງກ່າວໃນແຕ່ລະມື້ ໂດຍສະເພາະແມ່ນລົດຂົນສົ່ງ, ແຕ່ການບໍ່ມີສິ່ງອຳນວຍຄວາມ

ສະດວກໃຫ້ແກ່ການແລ່ນລົດ ໂດຍສະເພາະໄຟແດງໃນຈຸດສີ່ແຍກສຳຄັນຕ່າງໆ ອັນໄດ້ກໍໃຫ້ເກີດອຸປະຕິ

ເຫດມາຫລາຍຄັ້ງ ຈົນນັບບໍ່ຖ້ວນເປັນຕົ້ນແມ່ນຈຸດສີ່ແຍກລະຫວ່າງເສັ້ນທາງບ້ານນາຄວາຍ ແລະ ມີຜູ້

ເສຍຊີວິດມາແລ້ວຫລາຍສີບສົບ ຈົນປະຊາຊົນຜູ້ຢູ່ໃກ້ຄຽງ ເອີ້ນສີ່ແຍກດັ່ງກ່າວ ວ່າເປັນສີ່ແຍກມໍລະນະ

ເນື່ອງຈາກອຸປະຕິເຫດເກີດຂຶ້ນເກືອບທຸກຄັ້ງ ແມ່ນມີຜູ້ເສຍຊີວິດ.

 

ຕໍ່ສະພາບດັ່ງກ່າວໄດ້ມີປະຊາຊົນກໍຄືຜູ້ຂັບຂີ່ ໄດ້ສະເໜີຫາພາກສ່ວນກ່ຽວຂ້ອງຫລາຍຄັ້ງ ໃຫ້ມາຕິດຕັ້ງ

ໄຟອຳນາດຢູ່ສີ່ແຍກດັ່ງກ່າວ ເພື່ອໃຫ້ການສັນຈອນມີຄວາມເປັນລະບຽບ ແລະ ຫລຸດຜ່ອນການເກີດອຸ

ປະຕິເຫດ ແລະ ມີໄລຍະໜຶ່ງພາກສ່ວນກ່ຽວຂ້ອງໄດ້ນຳໃຊ້ວິທີສ້າງຄັນຄູເປັນຄື້ນ ເພື່ອໃຫ້ຜູ້ຂັບຂີ່ຫລຸດ

ຜ່ອນຄວາມໄວ ແຕ່ປາກົດວ່າຍິ່ງສ້າງຄວາມຫຍຸ້ງຍາກລຳບາກ ແລະ ເກີດອຸປະຕິເຫດຫລາຍກວ່າເກົ່າ

ຍ້ອນຄັນຄູມີຄວາມສູງເກີນຂອບເຂດຍິ່ງສົ່ງຜົນໃຫ້ເກີດອຸປະຕິເຫດຜູ້ຂັບຂີ່ລົດຈັກຫລາຍຄົນ ໄດ້ຮັບ

ບາດເຈັບຍ້ອນຄັນຄູດັ່ງກ່າວ ຈຶ່ງໄດ້ມີການທັບມ້າງຄັນຄູອອກ ແລະ ປະຊາຊົນຍັງເຊື່ອວ່າການຕິດຕັ້ງໄຟ

ອຳນາດຄືວິທີແກ້ໄຂທີ່ດີສຸດ ແລະ ພວກເຂົາກໍພະຍາຍາມສະເໜີຫາພາກສ່ວນກ່ຽວຂ້ອງ ແລະ ສ່ອງແສງ

ຜ່ານສື່ຫລາຍຄັ້ງແຕ່ກໍບໍ່ມີຫຍັງເກີດຂຶ້ນ.

 

ຈົນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VII ໄຂຂຶ້ນໃນເດືອນກໍລະກົດນີ້, ຈຶ່ງມີ

ປະຊາຊົນສະເໜີບັນຫາດັ່ງກ່າວຫາສະພາຕື່ມ ເພື່ອໃຫ້ພາກສ່ວນກ່ຽວຂ້ອງມາຊີ້ແຈ້ງ ແລະ ໃນທີ່ສຸດກໍໄດ້

ຮັບຄຳຕອບຈາກທ່ານ ດຣ ສັນຕິສຸກ ສິມມາລາວົງ ຫົວໜ້າ ຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ

ວ່າ: ຜ່ານມາ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສົ່ງພະນັກງານວິຊາການກ່ຽວຂ້ອງລົງສຳຫລວດ ແລະ

ຊອກຫາວິທີແກ້ໄຂບັນຫາຢູ່ສີ່ແຍກດັ່ງກ່າວແລ້ວ ແລະ ຜ່ານການຄົ້ນຄວ້າເຫັນວ່າການຕິດຕັ້ງລະບົບໄຟ

ອຳນາດຢູ່ຈຸດດັ່ງກ່າວແມ່ນບໍ່ເໝາະສົມ ເນື່ອງຈາກປະລິມານການສັນຈອນຂອງລົດມີໜ້ອຍ ເຊິ່ງບໍ່ຄຸ້ມ

ກັບຄ່າໃຊ້ຈ່າຍໃນການກໍ່ສ້າງຕິດຕັ້ງ ແລະ ການບຳລຸງຮັກສາມີມູນຄ່າສູງ, ດັ່ງນັ້ນກະຊວງໂຍທາ ຈຶ່ງມີ

ແຜນຈະກໍ່ສ້າງວົງວຽນຢູ່ຈຸດດັ່ງກ່າວແທນ ແລະ ຕິດຕັ້ງ ລະບົບໄຟເຍືອງທາງຕື່ມອີກ ຄາດວ່າຈະສາມາດ

ຫລຸດຜ່ອນສະພາບການເກີດອຸປະຕິເຫດໃນເສັ້ນທາງດັ່ງກ່າວລົງໄດ້.

 

ທີ່ມາ: http://laophatthananews.blogspot.com/2014/07/450_22.html

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...