spot_img
Homeຂ່າວການພັດທະນາໂຍທານະຄອນຫລວງ ຈະເລັ່ງແກ້ໄຂສະພາບຈອດລົດຊະຊາຍໃນຕົວເມືອງ!

ໂຍທານະຄອນຫລວງ ຈະເລັ່ງແກ້ໄຂສະພາບຈອດລົດຊະຊາຍໃນຕົວເມືອງ!

Published on

parking

ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ, ໄດ້ເລີ່ມຈັດຕັ້ງປະຕິ ບັດແຜນການແກ້ໄຂການຈອດລົດ ຊະຊາຍ, ອັນເປັນສາເຫດໜຶ່ງທີ່ເຮັດໃຫ້ການສັນ ຈອນແອອັດຕິດຂັດໃນຫລາຍເສັ້ນທາງ, ສ້າງຄວາມບໍ່ເປັນລະບຽບຈົບງາມ ໃນຕົວ ເມືອງ ແລະ ສົ່ງຜົນໃຫ້ມີອຸປະຕິເຫດເພີ່ມຂຶ້ນ, ດັ່ງນັ້ນໃນວັນທີ 2 ມິຖຸນາຜ່ານມານີ້, ພະແນກການດັ່ງກ່າວ ສົມທົບກັບ ເຈົ້າໜ້າທີ່ຈະລາຈອນນະຄອນຫລວງ, ອົງການ ພັດທະນາ ແລະ ບໍລິຫານຕົວເມືອງ (ອພບ), ລົງຈັດສັນຄວາມເປັນລະບຽບ ຮຽບຮ້ອຍໃນການຈອດລົດຢູ່ເສັ້ນທາງໜອງບອນແຕ່ໜ້າສະຖານີລົດເມຫາສີ່ແຍກໄຟແດງວັດທາດຝຸ່ນ ແລະ ອີກຈຸດໜຶ່ງ ແມ່ນ ເສັ້ນທາງຮ່ວມບ້ານຫັດສະດີແຕ່ສາມແຍກໄຟແດງໂຮງແຮມວຽງຈັນພລາຊາ ໄປຫາສາມແຍກທະນາຄານຮ່ວມພັດທະນາ, ເຊິ່ງທາງສອງເສັ້ນດັ່ງກ່າວເຫັນວ່າເປັນເຂດເສດຖະກິດສຳຄັນເຊັ່ນ: ມີຕະຫລາດ, ບໍລິສັດ-ຫ້າງຮ້ານ, ສຳນັກງານຕ່າງໆຢູ່ ສອງຝາກທາງເປັນຈຳນວນຫລາຍ, ຈຶ່ງເຮັດໃຫ້ການສັນຈອນມີຄວາມສັບສົນແອອັດຫລາຍ, ໂດຍສະເພາະໃນໂມງເຂົ້າການ- ເລິກ ການ, ສະນັ້ນເພື່ອເປັນການຫລຸດຜ່ອນ ແລະ ປັບປຸງລະບົບການສັນຈອນຂອງພາຫະນະໃຫ້ມີຄວາມເປັນລະບຽບຮຽບ ຮ້ອຍ ແລະ ປອດໄພໃນເສັ້ນທາງດັ່ງກ່າວ, ທາງພາກສ່ວນກ່ຽວຂ້ອງຈະອະນຸຍາດໃຫ້ລົດຈອດສະເພາະໃນຈຸດທີ່ກຳນົດ ໄວ້ຄືໃຫ້ຈອດ ຂະໜານກັບເສັ້ນທາງ ແລະ ບໍ່ອະນຸຍາດໃຫ້ຈອດຊ້ອນຮຽງກັນເດັດຂາດ, ຖ້າໃຜລະເມີດ, ຝ່າຝືນແມ່ນ ຈະມອບໃຫ້ເຈົ້າໜ້າ ທີ່ຈະລາຈອນປະຕິບັດມາດຕະການຕາມລະບຽບຢ່າງເຄັງຂັດ, ສ່ວນບັນດາເສັ້ນທາງອື່ນໆໃນຕົວເມືອງ ທີ່ເຫັນວ່າມີສະພາບການ ສັນຈອນແອອັດຕິດຂັດກໍຈະໄດ້ສືບຕໍ່ວາງແຜນແກ້ໄຂໄປເທື່ອລະກ້າວ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...