spot_img
Homeຂ່າວຕ່າງປະເທດໂຈ ໄບເດນ ກຽມສົ່ງວັກຊີນໂຄວິດ ຈຳນວນລວມ 80 ລ້ານໂດສ ຊ່ວຍເຫຼືອຕ່າງປະເທດ

ໂຈ ໄບເດນ ກຽມສົ່ງວັກຊີນໂຄວິດ ຈຳນວນລວມ 80 ລ້ານໂດສ ຊ່ວຍເຫຼືອຕ່າງປະເທດ

Published on

ທຳນຽບຂາວ ຖະແຫຼ່ງວ່າ: ທ່ານ ປະທານາທິບໍດີ ສະຫະລັດອາເມຣິກາ ໂຈ ໄບເດັນ ຈະເປີດເຜີຍ ໃນວັນທີ 18 ພຶດສະພາ 2021 ກ່ຽວກັບແຜ່ນການຈັດສົ່ງວັກຊີນໂຄວິດ-19 ຈຳນວນຫຼາຍລ້ານໂດສ ຊ່ວຍເຫຼືອປະເທດທີ່ຍັງຮັບມືກັບບັນຫາການແຜ່ລະບາດຂອງພະຍາດໂຄວິດ-19.

ຄາດວ່າ: ທ່ານ ປະທານາທິບໍດີ ສະຫະລັດອາເມຣິກາ ໂຈ ໄບເດນ ຖະແຫຼງການວ່າ: ອາເມລິກາ ຈະສົ່ງວັກຊີນ ວັກຊີນ ຂອງ ໄຟເຊີ (Pfizer) ບໍ່ຕໍ່າກວ່າ 20 ລ້ານໂດສ, ໂມເດີນສ (Moderna) ແລະ ຈອນສັນ ແອນ ຈອນສັນ (Johnson & Johnson) ພາຍໃນທ້າຍເດືອນ ມີຖຸນາ ທີ່ໃກ້ຈະມາຮອດນີ້.

ກ່ອນໜ້ານີ້, ທ່ານ ແອນດີ ສະເລວິດ ເຊິ່ງເປັນທີ່ປຶກສາ ອາວຸໂສ ຂອງປະທານາທິບໍດີ ໂຈ ໄບເດນ ກ່າວວ່າ: ອາເມຣິກາ ຈະແຈກວັກຊີນໂຄວິດ-19 ຂອງບໍລິສັດ AstraZeneca ຈຳນວນ 60 ລ້ານໂດສ ໃຫ້ແກ່ຕ່າງປະເທດ ຖ້າຫາກວັກຊີນດັ່ງກ່າວ ຜ່ານການອະນຸມັດ ຈາກສຳນັກງານຄະນະກຳມະການອາຫານ ແລະ ຢາ ຂອງອາເມຣິກາ (FDA) ເຊິ່ງຖ້າລວມວັກຊີນຮອບໃໝ່ນີ້ ເຮັດໃຫ້ອາເມຣິກາ ຈະສົ່ງວັກຊີນ ລວມທັງໝົດ 80 ລ້ານໂດສ ໃຫ້ແກ່ປະເທດອື່ນໆ ພາຍໃນເດືອນມີຖຸນາ ນີ້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...