spot_img
Homeຂ່າວເຫດການໂຈນບຸກຂຶ້ນເຮືອນປະຊາຊົນ ທີ່ເມືອງລະມາມ ແຂວງເຊກອງ

ໂຈນບຸກຂຶ້ນເຮືອນປະຊາຊົນ ທີ່ເມືອງລະມາມ ແຂວງເຊກອງ

Published on

ອີງຕາມການລາຍງານຂອງເຈົ້າຂອງເຟສບຸກຊື່ວ່າ Koy Chanthida ໄດ້ໂພສແຈ້ງເຕືອນໄພ ເນື່ອງຈາກໃນຕອນເຊົ້າເວລາ 8 ໂມງ ຂອງວັນທີ 9 ພຶດສະພາ 2023 ທີ່ເມືອງລະມາມ ແຂວງເຊກອງ ມີໂຈນສວຍໂອກາດບຸກເຂົ້າເຮືອນຂອງຕົນ ໂດຍຕອນນັ້ນມີພຽງລູກຊາຍປະມານ 7-10 ປີ ທີ່ເອົານ້ອງນ້ອຍອາຍຸປະມານ 8 ເດືອນ ຫາ ປີປາຍ ຢູ່ເຮືອນຕາມລຳພັງ ເຊິ່ງພໍ່ແມ່ບໍ່ຢູ່ ເນື່ອງຈາກທຸກຄົນອອກໄປວຽກ ສ່ວນຜູ້ເປັນແມ່ ແລ່ນອອກໄປສົ່ງຫຼານຢູ່ຮງຮຽນກະວ່າບຶດດຽວກັບ.

ຂະນະເວລາທີ່ອອກໄປໂຈນໄດ້ບຸກເຂົ້າເຮືອນ ແລະ ບຸກຂຶ້ນໄປຊັ້ນ 2 ເພື່ອງັດຫ້ອງ ແຕ່ໂຊກດີທີ່ໂຈນບໍ່ໄດ້ຊັບສິນຫຍັງ ລະກະບໍ່ມີໃຜເປັນຫຍັງ. ສ່ວນຜູ້ເປັນລູກກໍໄດ້ຕັ້ງສະຕິ ຈຶ່ງອຸ້ມນ້ອງຂື້ນລົດຖີບໄຟຟ້າໄປຫາແມ່ເຖົ້າຢູ່ຕະຫລາດ.
ຖ້າ ໃຜໃຫ້ເບາະແສຮູ້ແມ່ນໃຜໃຫ້ເລີຍ 5.000.000ກີບ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...