spot_img
Homeຂ່າວຕ່າງປະເທດໂຄວິດ-19ໃນມຽນມາເປັນສາຍພັນທີ່ແຜ່ເຊື້ອໄວກວ່າເຖິງ 20%

ໂຄວິດ-19ໃນມຽນມາເປັນສາຍພັນທີ່ແຜ່ເຊື້ອໄວກວ່າເຖິງ 20%

Published on

ສຳນັກມະຕິຊົນ ລາຍງານວ່າ ເມື່ອວັນທີ 8 ທັນວາ 2020 ສາດສະດາຈານ ປະສິດ ວັດທະນາພາ ຄະນະບໍດີຄະນະແພດສາດສີຣິຣາຊພະຍາບານ ມະຫາວິທະຍາໄລມະຫິດົນ ໄດ້ຖະແຫຼງການກ່ຽວກັບສະພາບການໂຄວິດ-19 ແລະ ການຜະລິດວັກຊີນປ້ອງກັນໂຄວິດຜ່ານເຟສບຸ໊ກ Mahidol university ວ່າ ຈາກການຖອດຖອນບົດຮຽນການລະບາດໃນມຽນມາທີພົບການລະບາດຢ່າງໄວວາຈາກຄັ້ງທຳອິດທີ່ພົບຜູ້ປ່ວຍໂຄວິດໃນວັນທີ 23 ມີນາ ຈົນເຖິງ 6 ທັນວາ 2020ນີ້ ມີຈຳນວນຜູ້ປ່ວຍເພີ່ມຂຶ້ນກວ່າ 200 ເທົ່າ ແລະ ແພ່ກະຈາຍໄປພື້ນທີ່ຕ່າງໆທົ່ວປະເທດຢ່າງໄວວາ.

ໂຄວິດ-19 ທີ່ລະບາດໃນມຽນມາເປັນສາຍພັນ G614 ທີ່ພົບການລະບາດເປັນວົງກວ້າງໃນປະເທດທາງຕະເວັນຕົກ ແລະ ທົ່ວໂລກໃນປັດຈຸບັນ ເຊິ່ງຄວາມແຕກຕ່າງຂອງສາຍພັນນີ້ກໍ່ຄື ຕົວເຊື້ອສາມາດເພີ່ມຈຳນວນໄດ້ໄວກວ່າ 20% ເຮັດໃຫ້ເກີດການລະບາດໄວກວ່າສາຍພັນເກົ່າ.

ສາດສະດາຈານ ປະສິດ ວັດທະນາພາ ໄດ້ກ່າວວ່າ 3 ປັດໄຈທີ່ໜ້າເປັນຫ່ວງທີ່ເຮັດໃຫ້ເກີດການລະບາດໃນຕອນນີ້ຄື ອາກາດເຢັນທີ່ເຮັດໃຫ້ຄົນມັກຢູ່ແຕ່ໃນອາຄານເຊິ່ງເປັນພື້ນທີ່ປິດ ແລະ ບໍ່ໃສ່ຜ້າປິດປາກ-ດັງ, ຊາຍແດນທີ່ມີການລະບາດຮຸນແຮງຫຼາຍຂຶ້ນ ໂດຍສະເພາະມີການລັກລອບເຂົ້າເມືອງກໍ່ເປັນປັດໄຈທີ່ເຮັດໃຫ້ເກີດການລະບາດໄດ້ ແລະ ການຈັດງານຊຸມນຸມຕ່າງໆ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...