spot_img
Home​ຂ່າວບັນເທິງໂຄງການ "BADFRIEND the series - Casting Project" ເພື່ອຄົ້ນຫານັກສະແດງນ້ອງໃຫມ່

ໂຄງການ “BADFRIEND the series – Casting Project” ເພື່ອຄົ້ນຫານັກສະແດງນ້ອງໃຫມ່

Published on

ບັນເທີງ ກັບ ລາວໂພສຕ໌ ມື້ນີ້ ແອັດມິນໄດ້ໄປສ່ອງເບິ່ງເຟສບຸກໜຶ່ງທີ່ມີຊື່ວ່າ Until You ຈົນກວ່າໄດ້ຮັກກັນ ຫຼັງຈາກທີ່ແອັດມິນບໍ່ໄດ້ເຂົ້າໄປເບິ່ງດົນແລ້ວ ເມື່ອເຂົ້າໄປເບິ່ງມື້ນີ້ ອ້າວ!!!… ທາງເພສເພິ່ນມີການປະກາດຮັບສະໝັກນັກສະແດງໜ້າໃໝ່ຕັວະນິ!

ເຊິ່ງໃນໂຄງການ “BADFRIEND the series – Casting Project” ກັບຊີຣີ້ເລື່ອງ “BADFRIEND” ໄດ້ເປີດໂອກາດໃຫ້ໄວລຸ້ນທຸກຄົນທີ່ມີຄວາມຄວາມຝັນ, ຄວາມກ້າສະແດງອອກ ເຂົ້າມາຮ່ວມຄັດເລືອກ… ສຳລັບນ້ອງໆຄົນໃດທີ່ມີຄວາມໝັ້ນໃຈກໍ່ເຂົ້າໄປສະໝັກທີ່ເພສຂອງເພິ່ນໄດ້ທີ່  Until You ຈົນກວ່າໄດ້ຮັກກັນ ຟ້າວໄປສະໝັກກັນຫຼາຍໆ ບາງເທື່ອໜຶ່ງໃນນັກສະແດງຊີຣີ້ເລື່ອງນີ້ອາດເປັນທ່ານ

ເຊິ່ງໃນຊີຣີ້ເລື່ອງນີ້ ເພິ່ນບອກໄວ້ລ່ວງໜ້າເລີຍວ່າ ຮ້ອນແຮງຍິ່ງໃຫຍ່ກວ່າເກົ່າ, ຄັກກວ່າເກົ່າ ແລະ ເຂັ້ມຂົ້ນກວ່າທີ່ເຄີຍມີມາແນ່ນອນ ສະນັ້ນສຳລັບແຟນຊີຣີ້ຂອງເພິ່ນທີ່ເຄີຍເບິ່ງເລື່ອງທີ່ຜ່ານມາຕ້ອງມາຕິດຕາມໄປນຳກັນ ວ່າຊີຣີ້ເລື່ອງ “BADFRIEND” ຈະເປັນເລື່ອງລາວແນວໃດ ຈະແຊ໊ບ, ເຜັດ, ຮ້ອນ ກວ່າເລື່ອງທີ່ຜ່ານມາບໍ່ ແລະ ຈະມີນັກສະແດງໜ້າໃໝ່ຄົນໃດແນ່ນັ້ນ ຕ້ອງຕິດຕາມນຳກັນ

 

ເຄຣດິດຈາກ: ແຟນບຸກ  Until You ຈົນກວ່າໄດ້ຮັກກັນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...