spot_img
Homeຂ່າວທ້ອງຖິ່ນໂຄງການລັດຈໍານວນໜຶ່ງຢູ່ ນວ ຍັງເຮັດບໍ່ໄດ້ດີ ແລະ ບໍ່ມີຈຸດສຸມ

ໂຄງການລັດຈໍານວນໜຶ່ງຢູ່ ນວ ຍັງເຮັດບໍ່ໄດ້ດີ ແລະ ບໍ່ມີຈຸດສຸມ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ແຈ້ງໃຫ້ຮູ້ວ່າ ໃນໄລຍະ 5 ປີຜ່ານມາ ນັບແຕ່ປີ 2016-2020 ການລົງທຶນຢູ່ພາຍໃນ ນວ ຍັງພົບຈຸດອ່ອນ ແລະ ຂໍ້ ຫຍຸ້ງຍາກທີ່ຈະເລ່ັງແກ້ໄຂໃນອະນາຄົດ ໂດຍພົບເຫັນໂຄງການລົງທຶນຂອງລັດຈໍານວນໜຶ່ງຍັງປະຕິບັດບໍ່ທັນໄດ້ດີ, ບໍ່ມີຈຸດສຸມ ສ່ວນໃຫ່ຍແມ່ນເລັ່ງໃສ່ໂຄງການຮີບດ່ວນເພື່ອແກ້ໄຂຄວາມຫຍຸ້ງຍາກສະເພາະໜ້າ, ຍັງມີບາງໂຄງການໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ບໍ່ປະຕິບັດໄປຕາມເປົ້າໝາຍການລົງທຶນ, ບໍ່ປະຕິບັດຕາມສັນຍາ ແລະ ບໍ່ມີຄວາມຄືບໜ້າ.

ສະພາປະຊາຊົນ ນວ ໃຫ້ຮູ້ຕື່ມວ່າ ການຊໍາລະໜີ້ສິນຍັງພົບຄວາມຫຍຸ້ງຍາກ, ຜ່ານມາການແກ້ໄຂໜິ້ສິນແມ່ນຂຶ້ນກັບຄວາມສາມາດຂອງງົບປະມານລວມທັງການແກ້ໄຂຮູບແບບໜີ້ສາມແຈແຕ່ກໍ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງທົ່ວເຖິງເຮັດໃຫ້ຜູ້ລົງທຶນແບກຮັບຢ່າງໜັກໜ່ວງ, ການຫັນຊັບສິນເປັນທຶນເພື່ອຊໍາລະໜີ້ໂຄງການລົງທຶນຂອງລັດທີ່ເປັນການລົງທຶນຂອງພາກເອກກະຊົນຍັງພົບຄວາມຫຍຸ້ງຍາກ, ຊັກຊ້າ ເຮັດໃຫ້ຕ້ອງແບກຫາບໜີ້ສິນຕົ້ນທຶນ ແລະ ດອກເບ້ຍເພີ່ມຂຶ້ນສູງເຊັ່ນ: ການກໍ່ ສ້າງເສັ້ນທາງ 450 ປີ ທີ່ປະຕິບັດສໍາເລັດແລ້ວ ແຕ່ບໍ່ສາມາດຂາຍດິນລຽບເສັ້ນທາງເພື່ອມາຊໍາລະໜີ້ໄດ້ເທື່ອ, ນອກນັ້ນການລົງທຶນໃສ່ການຜະລິດກະສິກໍາເປັນສິນຄ້າຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການ ແລະ ບໍ່ຢືນຍົງ ຍັງເພິ່ງການນໍາເຂົ້າເປັນຫຼັກ ແລະ ອື່ນໆ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...