spot_img
Homeຂ່າວຕ່າງປະເທດແຮງງານນອກລະບົບ 1,600 ລ້ານຄົນ ທົ່ວໂລກ ສ່ຽງຕົກງານຍ້ອນໂຄວິດ-19

ແຮງງານນອກລະບົບ 1,600 ລ້ານຄົນ ທົ່ວໂລກ ສ່ຽງຕົກງານຍ້ອນໂຄວິດ-19

Published on

ອົງການແຮງງານລະຫວ່າງປະເທດ (ILO) ເຕືອນການຫຼຸດຊົ່ວໂມງທຳງານຕໍ່ເນື່ອງຈາກການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຈະສົ່ງຜົນຕໍ່ແຮງງານນອກລະບົບກວ່າ 1,600 ລ້ານຄົນ ຫຼື ເກືອບເຄິ່ງໜຶ່ງຂອງແຮງງານທົ່ວໂລກສ່ຽງບໍ່ມີວຽກເຮັດ. ໂດຍ ILO ພົບວ່າ ການຫຼຸດຊົ່ວໂມງການທຳງານໃນມາດຕາທີ 2 ຂອງປີນີ້ຈະຮຸນແຮງກວ່າທີ່ຄາດການໄວ້.

ILO ພົບວ່າພຽງແຕ່ເດືອນທຳອິດຂອງການລະບາດກໍ່ເຮັດໃຫ້ແຮງງານກຸ່ມນີ້ທົ່ວໂລກມີລາຍຮັບຫຼຸດລົງເຖິງ 60% ໂດຍຫາກແບ່ງເປັນພູມມິພາກໃນທະວີບແອຟຣິກາ ແລະ ອາເມລິກາຫຼຸດລົງ 81% ໃນອາຊີ ແລະ ປາຊີຟິກ 21.6% ແລະ ໃນເອີຣົບ ແລະ ອາຊີກາງ 70%.

ILO ໄດ້ຮຽກຮ້ອງໃຫ້ລັດະບານຕ່າງໆອອກມາດຕະການເລັ່ງດ່ວນເພື່ອຊ່ວຍເຫຼືອແຮງງານ ແລະ ພາກທຸລະກິດ ໂດຍສະເພາະຢ່າງຍິ່ງທຸລະກິດຂະໜາດນ້ອຍ ທຸລະກິດທີ່ຢູ່ໃນເສດຖະກິດນອກລະບົບ ແລະ ກຸ່ມອື່ນໆ ທີ່ມີຄວາມສ່ຽງ. ໂດຍຢໍ້າວ່າມາດຕະການເນັ້ນການສ້າງງານທີ່ມີນະໂຍບາຍການຈ້າງງານທີ່ເຂັ້ມແຂງ ມີລະບົບປະກັນສັງຄົມທີ່ຄວບຄຸມ ລວມເຖິງອາໄສຄວາມຮ່ວມມືລະຫວ່າງປະເທດໃນການກະຕຸ້ນເສດຖະກິດ ແລະ ບັນເທົາພາລະໜີ້ສິນ ເພື່ອໃຫ້ການຟື້ນຟູເສດຖະກິດມີປະສິດພາບ ແລະ ໝັ້ນຄົງ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...