spot_img
Homeນານາສາລະແອັບເປີ້ນແຕ່ລະສີມີປະໂຫຍດບໍ່ຄືກັນ

ແອັບເປີ້ນແຕ່ລະສີມີປະໂຫຍດບໍ່ຄືກັນ

Published on

1

ແອັບ​ເປີ້ນເປັນ​ຫມາກໄມ້​ທີ່ແຊບ​ທີ່​ກິນ​ໄດ້​ທຸກ​ໄວແລະ​ເປັນ​ຫມາກໄມ້​ທີ່​ມີ​ປະໂຫຍດ​ອັດ   ​ແໜ້ນ​ໄປ​ດ້ວຍ​ຄຸນຄ່າ​ທາງ​ໂພສະນາ​ການ​ຫລວງຫລາຍແຕ່​ຮູ້​ຫລື​ບໍ່ວ່າ​ແອັບ​ເປີ້ນ​ມີ​ຫລາກ​ຫລາຍ​ສີ​ໃຫ້​ເຮົາ​ໄດ້​ເລືອກ​ຊື້​ຫາ​ໄວ້​ກິນແລະ​ແຕ່​ລະ​ສີ​ນັ້ນ​ລ້ວນ​ມີ​ປະໂຫຍດ​ທີ່​ແຕກ​ຕ່າງ​ກັນ​ອອກ​ໄປ​ອີກ​ຫລວງຫລາຍ​

ມື້​ນີ້​ຈຶ່ງ​ນຳ​ຂໍ້​ມູນ​ດີໆກ່ຽວກັບ​ປະໂຫຍດ​ຂອງ​ແອັບ​ເປີ້ນ​ແຕ່​ລະ​ສີ​ມາ​ຝາກຊຶ່ງ​ຮັບຮອງ​ໄດ້​ວ່າ​ເ​ຈະ​​ມັກ​ແອັບ​ເປີ້ນ​ຫລາຍກວ່າ​ເກົ່າແຖມ​ຍົກ​ໃຫ້ເປັນ​ຫມາກໄມ້​ໃນ​ດວງ​ໃຈ​ເລີຍ​ກໍ່ວ່າໄດ້

1

ແອັບ​ເປີ້ນ​ສີ​ແດງ
ແອັບ​ເປີ້ນ​ສີ​ແດງ​ເຂັ້ມ​ເປັນ​ແອັບ​ເປີ້ນ​ສາຍ​ພັນ​ທີ່​ມີ​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ຫລາຍ​ທີ່ສຸດໂດຍ​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ທີ່​ຢູ່ໃນ​ຜິວ​ແອັບ​ເປີ້ນ​ສີ​ແດງ​ມີ​ລິດ​ໃນ​ການ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ຫລາຍ​ທຽບ​ເທົ່າ​ກັບ​ວິ​ຕາ​ມິນ​ຊີ​ເຖິງ1, 500ມິນ​ລິ​ກຣາມຊຶ່ງ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ເຫລົ່າ​ນີ້​ຈະ​ໄປ​ເຮັດ​ຫນ້າທີ່​ຂັດ​ຂວາງ​ການ​ເຕີບໂຕ​ຂອງ​ຈຸລັງ​ມະ​ເຮັງ​ໃນ​ຮ່າງກາຍລວມ​ທັງ​ມີ​ປະໂຫຍດ​ຕໍ່​ສຸຂະພາບ​ຫົວ​ໃຈນອກ​ຈາກ​ນີ້​ຍັງ​ຊ່ວຍ​ປ້ອງ​ກັນ​ການ​ເກີດ​ພະຍາດ​ຄວາມຈໍາເຊື່ອມ​ໄດ້ແລະ​ຍັງ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ຜິວ​ພັນ​ເກີດ​ຮ່ອງ​ຮອຍ​ແຫ່ງ​ໄວ

2

ແອັບ​ເປີ້ນ​ສີ​ຂຽວ
ແອັບ​ເປີ້ນ​ສີ​ຂຽວຂຶ້ນ​ຊື່​ວ່າ​ເປັນ​ຫມາກໄມ້​ສຳລັບ​ການ​ຫລຸດ​ນ້ຳ​ໜັກເພາະ​ລົດ​ຊາດ​ຂອງ​ແອັບ​ເປີ້ນ​ຂຽວ​ທີ່​ແຕກ​ຕ່າງ​ແລະ​ມີ​ນ້ຳ​ຕານ​ນ້ອຍນອກ​ຈາກ​ນີ້​ເປືອກ​ຂຽວໆ​ຂອງ​ແອບ​ເປີ້ນ​ຂຽວ​ກໍ​ຍັງ​ອັດ​ແໜ້ນ​ໄປ​ດ້ວຍ​ປະໂຫຍດ​ຫລວງຫລາຍບໍ່​ວ່າ​ຈະ​ເປັນ​ໃຍ​ອາຫານ​ທີ່​ມີ​ສູງ​ຊ່ວຍ​ໃນ​ລະບົບ​ຂັບ​ຖ່າຍລະ​ດັບ​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ທີ່​ສູງລວມ​ທັງ​ຍັງ​ຊ່ວຍຫ​ລຸດ​ຄວາມ​ຢາກ​ອາຫານ​ໄດ້​ນໍາອີກ

two yellow apples

ແອັບ​ເປີ້ນ​ສີ​ເຫລືອງ
ແອັບ​ເປີ້ນ​ຊະນິດ​ນີ້​ເຮົາ​ອາດຈະ​ບໍ່​ຄ່ອຍ​ໄດ້​ພົບ​ເຫັນ​ກັນ​ເລື້ອຍ​ໆແຕ່​ປະໂຫຍດ​ຂອງ​ແອັບ​ເປີ້ນ​ສາຍ​ພັນ​ນີ້​ນັ້ນ​ມີ​ຫລວງຫລາຍບໍ່​ວ່າ​ຈະ​ປະໂຫຍດ​ໃນ​ເລື່ອງ​ການ​ບຳ​ລຸງ​ປິ່ນປົວ​ດວງ​ຕາ ຫລື​ຊ່ວຍ​ເສີມ​ສ້າງ​ພູ​ມ​ຄຸ້ມ​ກັນ​ໃຫ້​ແຂງ​ແຮງບໍ່​ພຽງ​ເທົ່າ​ນັ້ນ​ແອັບ​ເປີ້ນ​ສີ​ເຫລືອງ​ຍັງ​ຊ່ວຍ​ລ້າງ​ສານ​ພິດ​ທີ່​ສະ​ສົມ​ໃນ​ຕັບ​ອອກຈາກ​ຮ່າງ​ກາຍ

4

ແອັບ​ເປີ້ນ​ສີບົວ
ແອັບ​ເປີ້ນ​ທີ່​ສີບົວ​ແດງ​ມີ​ປະລິມານ​ວິ​ຕາ​ມິນ​ຊີ​ຫລາຍ​ເຖິງ1ໃນ4ຂອງ​ປະລິມານ​ຂອງ​ວິ​ຕາ​ມິນ​ຊີ​ທີ່​ຄວນ​ໄດ້ຮັບ​ຕໍ່​ມື້ຊຶ່ງ​ວິ​ຕາ​ມິນ​ຊີ​ນີ້​ກໍ​ມີ​ລິດ​ເປັນ​ສານ​ຕ້າ​ນອານຸ​ມູນ​ອິດສະຫລະຊ່ວຍ​ເຮັດໃຫ້​ຝາ​ຂອງ​ຫລອດ​ເລືອດ​ຝອຍ​ແຂງ​ແຮງ​ຫລາຍ​ຂຶ້ນແຖມ​ຍັງຫ​ລຸດ​ອາການ​ເລືອດ​ອອກ​ຕາມ​ເຟນແຂ້ວ​ໄດ້​ດີ​ນໍາອີກ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...